ສະພາແຫ່ງຊາດ ຈະສຸມໃສ່ປະຕິບັດ 8 ທິດທາງລວມ ແລະ 5 ແຜນງານໃນ 5 ປີຕໍ່ໜ້າ

ສະພາແຫ່ງຊາດ ຊຸດທີ IX ຈະສຸມໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆໃນ 5 ປີຕໍ່ໜ້າ ໃຫ້ບັນລຸ 5 ເປົ້າໝາຍຕົ້ນຕໍ່ ໂດຍຈະສຸມໃສ່ປະຕິບັດຕາມ 8 ທິດທາງລວມ ແລະ 5 ແຜນງານ ເພື່ອກໍານົດທິດທາງ, ແຜນວຽກຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດ ຕາມພາລະບົດບາດຂອງສະພາແຫ່ງຊາດ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ, ອົງການນິຕິບັນຍັດທີ່ກໍານົດໃນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ IX ຮັບປະກັນການປະຕິບັດສິດ ແລະ ໜ້າທີ່ ທີ່ກໍານົດໃນກົດໝາຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່.

อาจเป็นรูปภาพของ 4 คน และผู้คนกำลังยืน

ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ຮູ້ ໃນວັນທີ 25 ມີນາ 2021 ນີ້ວ່າ: ການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ ສະພາແຫ່ງຊາດ ຊຸດທີ IX ຈະສຸມໃສ່ປະຕິບັດຕາມ 8 ທິດທາງລວມ ຄື:

1. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ລັດ ຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ນິຕິກໍາໃຕ້ກົດໝາຍ ໃຫ້ເປັນແຜນງານ, ແຜນການ, ໂຄງການ ແລະ ກິດຈະກໍາຂອງສະພາແຫ່ງຊາດ;

2. ຄົ້ນຄວ້າ ແລະ ດໍາເນີນການ ປັບປຸງກົງຈັກການຈັດຕັ້ງພາຍໃນສະພາແຫ່ງຊາດ, ລະບົບກົນໄກປະສານງານລະຫວ່າງ ສະພາແຫ່ງຊາດກັບລັດຖະບານ, ສະພາແຫ່ງຊາດກັບສະພາປະຊາຊົນຂັ້ນແຂວງ ແລະ ການປະສານງານ ລະ ຫວ່າງສະພາປະຊາຊົນຂັ້ນແຂວງ ກັບອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມເໝາະສົມ ແລະ ສະດວກ ໂລ່ງລ່ຽນຫລາຍຂຶ້ນ;

3. ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງ ຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ວິຊາການທີ່ເປັນເສນາທິການ ໃນການຄົ້ນຄວ້າວິເຄາະວິໄຈ ແລະ ນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ ເຂົ້າໃນການປະກອບຄໍາຄິດຄໍາເຫັນ;

4. ເພີ່ມທະວີການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດຫມາຍ, ມະ ຕິຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ເປັນຮູບປະທໍາຢ່າງເປັນລະບົບ ແລະ ຕໍ່ເນື່ອງ;

5. ເອົາໃຈໃສ່ຄົ້ນຄວ້າ ແລະ ພິຈາລະນາຄໍາຮ້ອງ, ຄໍາສະເໜີຂອງພົນລະເມືອງ, ນິຕິບຸກຄົນ ຫລື ການຈັດຕັ້ງ ພ້ອມທັງຊຸກຍູ້ການແກ້ໄຂ ເພື່ອໃຫ້ຖືກຕ້ອງຕາມກົດໝາຍ;

6. ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ວິຊາການທີ່ເປັນເສນາທິການ;

7. ເພີ່ມທະວີໂຄສະນາເຜີຍແຜ່ກົດໝາຍ, ພາລະບົດບາດ, ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ກວ້າງຂວາງດ້ວຍຫລາຍຮູບແບບ, ຫລາຍຊ່ອງທາງ ເພື່ອໃຫ້ປະຊາຊົນບັນດາເຜົ່າ, ຜູ້ປະກອບການ ແລະ ອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ;

8. ເພີ່ມທະວີການຮ່ວມມືຂອງສະພາແຫ່ງຊາດ ກັບລັດຖະສະພາຂອງບັນດາປະ ເທດເພື່ອນມິດຍຸດທະສາດ ເປັນຕົ້ນ ສສ ຫວຽດນາມ, ສປ ຈີນ, ລັດຖະສະພາອາຊຽນ (AIPA), ລັດຖະສະພາສາກົນ(IPU); ຍາດແຍ່ງການຊ່ວຍເຫລືອດ້ານເຕັກນິກວິຊາການ, ທຶນຮອນຈາກອົງການ ຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາຕ່າງໆ.

ພ້ອມນັ້ນ, ຍັງຈະສຸມໃສ່ຈັດຕັ້ງປະຕິບັດ 5 ແຜນງານຄື:

1. ຈະຍົກສູງຄຸນນະພາບ ແລະ ປະ ສິດທິຜົນໃນການສ້າງ ແລະ ປັບປຸງກົດໝາຍ ໃຫ້ມີຄວາມສອດຄ່ອງກັບ ສະພາບການພັດທະນາເສດ ຖະກິດ-ສັງຄົມໃນໄລຍະໃໝ່ ແລະ ມີຄວາມຍືນຍົງ, ສູ້ຊົນສ້າງ ແລະ ປັບປຸງກົດໝາຍ ໃຫ້ໄດ້ທັງ 96 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 38 ສະບັບ ແລະ ກົດໝາຍປັບປຸງ 58 ສະບັບ;

2: ຮັບປະກັນການຕົກລົງບັນຫາສໍາຄັນທີ່ເປັນພື້ນຖານຂອງປະເທດຊາດ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະ ເທດ, ລັດຖະທໍາມະນູນ ແລະ ກົດໝາຍ, ຮັບປະກັນໃຫ້ປະເທດຊາດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ;

3. ຍົກສູງຄຸນນະພາບການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະສະ ມາຊິກສະພາແຫ່ງຊາດ;

4. ສ້າງຄວາມເຂັ້ມແຂງທາງດ້ານຈັດຕັ້ງ ແລະ ບຸກຄະລາກອນ ໃນກົງຈັກຂອງສະພາແຫ່ງຊາດ;

5. ເພີ່ມທະວີການພົວພັນຮ່ວມມືກັບລັດຖະສະພາໃນພາກພື້ນ ແລະ ໃນໂລກ ຕາມແນວທາງຕ່າງປະເທດຂອງພັກ-ລັດ ວາງອອກ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງ ປະເທດຂອງສະພາແຫ່ງຊາດ ມີຄຸນນະພາບ, ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນ

ແຫຼ່ງທີ່ມາ: ຂປລ.

Comments