News

ສປປລາວໄດ້ ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ-19 ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ

ໃນວັນທີ 12 ພຶດສະພາ 2020, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກແຊັງ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີ ຢ່າງເປັນທາງການ ກໍຄື ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ. ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 69 ປີ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ...

Read More »

ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ

ວັນທີ 11 ພຶດສະພາ 2021 ນີ້, ທີ່ໂຮງແຮມໝອນທອງ ແຂວງບໍ່ແກ້ວ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ ບຸນຍາເວດ ວົງຄຳຊາວ , ຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະສະເພາະກິດ ແຂວງບໍ່ແກ້ວ ຕະຫຼອດຮອດພະນັກງານແພດໝໍ. ການລົງເຄື່ອນໄຫວຂອງຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຄັ້ງນີ້ ມີຊ່ຽວຊານຈາກ ສປຈີນ 9 ທ່ານ ຈາກກະຊວງສາທາລະນະສຸກ 3 ທ່ານ ເຊິ່ງ ຈະໄດ້ພົບປະກັບການນຳແຂວງ,ປະຊຸມຮ່ວມກັບຄະນະສະເພາະກິດແຂວງ ແລະ ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19. ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ ຈາກທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງ,ເມືອງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ. ເພື່ອແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19ໃຫ້ໝົດໄປຈາກແຂວງບໍ່ແກ້ວໂດຍໄວແນໃສ່ຟື່ນຟູແຂວງບໍ່ແກ້ວໃຫ້ຄືນສູ່ສະພາບເດີມ. ແຫຼ່ງຂ່າວ:ໜັງສືພິມບໍ່ແກ້ວ Bokeo Newspaper

Read More »

WHO ຈັດອັນດັບໃຫ້ໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ແຜ່ກະຈາຍເຊື້ອໄວ

ວັນທີ 11 ພຶດສະພາ 2021 ທີ່ຜ່ານມາ ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການວ່າ: ໄວຣັສໂຄວິດ-19 ກາຍພັນທີ່ລະບາດຄັ້ງທໍາອິດໃນປະເທດອິນເດຍແມ່ນໄດ້ຮັບການຈັດປະເພດໃຫ້ເປັນ “ໄວຣັສສາຍພັນທີ່ສ້າງຄວາມວິຕົກກັງວົນໄປທົ່ວໂລກ” ເຊິ່ງຜົນຂອງການສຶກສາຂັ້ນທໍາອິດພົບວ່າ ໂຄວິດສາຍພັນອິນເດຍລະບາດໄວ ແລະ ຕິດເຊື້ອໄດ້ງ່າຍ. ທັງນີ້ໄວຣັສໂຄວິດ-19 ສາຍພັນອິນເດຍແມ່ນຖືກຈັດອັນດັບໃຫ້ເປັນສາຍພັນທີ 4 ເປັນສາຍພັນທີ່ສ້າງຄວາມວິຕົກກັງວົນໄປທົ່ວໂລກ ແລະ ຕ້ອງຕິດຕາມ ແລະ ວິເຄາະຢ່າງແນ່ນອນ ສ່ວນອີກ 3 ສາຍພັນທີ່ຖືກຈັດອັນດັບເຊັ່ນກັນໄດ້ແກ່: ສາຍພັນອັງກິດ, ສາຍພັນອາຟຣິກາໃຕ້ ແລະ ສາຍພັນບຣາຊິນ. ດຣ. ມາເຣຍ ເຄີໂຄຟ ຫົວໜ້າຝ່າຍເທັກນິກດ້ານໂຄວິດ-19 ຂອງອົງການອະນາໄມໂລກໄດ້ກ່າວວ່າ: ອົງການອະນາໄມໂລກໄດ້ຈັດອັນດັບຂອງໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ສ້າງຄວາມວິຕົກກັງວົນໃນທົ່ວໂລກນັ້ນ ເນື່ອງມາຈາກມີຂໍ້ມູນທີ່ບົ່ງບອກວ່າ ເປັນສາຍພັນທີ່ມີການລະບາດ ແລະ ຕິດເຊື້ອໄດ້ງ່າຍກວ່າສາຍພັນອື່ນ. ດັ່ງນັ້ນ, ບໍ່ວ່າເຮົາຈະອາໄສຢູ່ໃສ ແລະ ບໍ່ວ່າໄວຣັສທີ່ກະຈາຍຢູ່ອ້ອມໂຕເຮົາເປັນສາຍພັນໃດກໍຕາມ ເຮົາຕ້ອງໝັ້ນໃຈວ່າ ເຮົາໄດ້ປ້ອງກັນໂຕເອງຢ່າງປອດໄພທີ່ສຸດເພື່ອບໍ່ໃຫ້ຕິດເຊື້ອພະຍາດນີ້. ເຖິງຢ່າງໃດກໍຕາມ ອົງການອະນາໄມໂລກຍັງເຕືອນວ່າ ການສັກວັກຊີນປ້ອງກັນໂຄວິດ-19 ຍັງເປັນສິ່ງທີ່ຈໍາເປັນ ແລະ ເປັນອາວຸດທີ່ມີປະສິດທິພາບໃນການຕໍ່ສູ້ກັບໂຄວິດ-19.

Read More »

ສ.ອາເມລິກາ ຈະເລີ່ມສັກວັກຊິນປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ12-15ປີ

ຕາມ​ຂ່າວ​ຈາກ​ ວໍ​ຊີງ​ຕັນ, ອົງການ​ອາຫານ ​ແລະ ຢາ​ຂອງ ສ.ອາ​ເມ​ລິ​ກາ(Fda) ອະນຸມັດໃຊ້​ວັກ​ຊິນ​ ປ້ອງ​ກັນ​ ໂຄ​ວິດ-19 ຂອງ​ໄຟ​ເຊີ/​​ໄບໂອ​ເອັນ​ເທັ​ກ ​ໃນ​ເດັກ​ອາຍຸ 12-15 ປີ​ ​ແລະ ຄາດ​ວ່າຈະເລີ່​ມສັກ ​ໃນ​ວັນ​ທີ13 ​ພຶດສະພາ​ນີ້. ການ​ອະນຸມັດ ​ສັກ​ວັກ​ຊິນ ​ໃນ​ເດັກໄວ​ລຸ້ນຕອນ​ຕົ້ນຈະ​ເຮັດ​ໃຫ້​ປະຊາກອນ ສ.ອາ​ເມ​ລິ​ກາ ​ໄດ້​ຮັບ​ວັກ​ຊິນ​ເພີ່ມ​ຂຶ້ນ ​ແລະ ຄວບ​ຄຸມ​ກຸ່ມ​ອາຍຸທີ່​ມີ​ໂອກາດ​ສ່ຽງຕິດ​ເຊື້ອ​ໂຄ​ວິດ-19​ເຊັ່ນ​ກັນ. ສຳລັບ​ຜົນ​ການ​ທົດ​ລອງທາງ​ຄຣີນິກ ​ໃນ​ເດັກ​ອາຍຸ12-15ປີ ຈຳນວນ 2.260ຄົນ ພົບ​ວ່າ: ​ເດັກ​ກຸ່ມ ​ທີ່​ໄດ້​ຮັບວັກ​ຊິນມີ​ປະສິດທິພາບ​ປ້ອງ​ກັນການ​ຕິດ​ເຊື້ອ ​ໄດ້​ສູງ​ເຖິງ 100% ຂະນະ​ນີ້ ສ.ອາ​ເມ​ລິ​ກາ ​ໄດ້​ສັກ​ວັກ​ຊິນ ​ໃຫ້​ປະຊາຊົນ​ແລ້ວ 46%ຈາກ​ປະຊາກອນ​ ທັງ​ໝົດ 328,2 ລ້ານ​ຄົນ. ຂປລ.

Read More »

ຂ່າວດີມື້ນີ້!!! ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວດີ ອີກ 59 ຄົນ

ໃນວັນທີ 11 ພຶດສະພາ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການແລະການລົງທຶນ; ທ່ານ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດໃນການໃຫ້ວັກແຊັງ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ. ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ກ່າວວ່າ:ໃນວັນທີ 10 ພຶດສະພາ 2021  ເກັບຕົວຢ່າງໄປກວດທັງໝົດ ຈຳນວນ 3.247 ກໍລະນີ ຜົນກວດພົບຜູ້ຕິດເຊື້ອ 35 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 9 ຄົນ, ຈຳປາສັກ 5 ຄົນ(ເປັນແຮງງານລາວເດີນທາງມາຈາກປະເທດເພື່ອນບ້ານ), ຫຼວງນໍ້າທາ 1 ຄົນ ແລະ ບໍ່ແກ້ວ 20 ຄົນ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ ...

Read More »

BIONTECH ປະກາດ ຈະຂະຫຍາຍການ ຜະລິດວັກຊີນ Pfizer ໃນ ສິງກະໂປ

ວັນທີ 10 ພຶດສະພາ ທີ່ຜ່ານມາ ປະທານບໍລິສັດ ຂອງ ໄບໂອເອນເທດ ປະເທດເຢຍລະມັນ ບໍລິສັດຜະລິດວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ຖະແຫຼງ ເຖິງການຂະຫຍາຍການຜະລິດວັກຊິນ ພ້ອມຈັດຕັ້ງສໍານັກງານໃຫຍ່ໃນສິງກະໂປເພື່ອກະຈາຍວັກຊີນໃນຂົງເຂດອາຊຽນ. ໂດຍໂຮງງານແຫ່ງນີ້ ຈະຊ່ວຍເພີ່ມການຜະລິດວັກຊິນໄດ້ປີລະຫຼາຍຮ້ອຍໂດສ ການສົ່ງມອບວັກຊີນ ແລະ ການຮັກສາໄປໃຫ້ກັບປະຊາກອນທົ່ວໂລກ. ໂຮງງານນີ້ ໄດ້ຮັບການສະໜັບສະໜູນຈາກຄະນະກຳມະການພັດທະນາເສດຖະກິດສິງກະໂປ ຢ່າງຮອບດ້ານ ເມື່ອເລີ່ມເຂົ້າສູ່ການເຄື່ອນໄຫວ ຜະລິດວັກຊິນນີ້ ໃນປີ 2023 ຊຶ່ງ ຈະມີກຳລັງ ການຜະລິດວັກຊິນແບບເອັມອາຣເອັນເອ ຫລາຍຮ້ອຍໂດສ ຕໍ່ປີ ເພື່ອຊ່ວຍໃຫ້ໂລກມີວັກຊິນທີ່ຜະລິດດ້ວຍເຕັກໂນໂລຊີແບບນີ້ຫລາຍຂຶ້ນ ແລະ ຊ່ວຍໃຫ້ອາຊີຕາເວັນອອກສ່ຽງໃຕ້ມີໂຮງງານ ຜະລິດວັກຊິນເພື່ອສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດໃນອະນາຄົດໄດ້ຢ່າງວ່ອງໄວ.

Read More »

ສະຖານະການໂຄວິດ-19 ຍີ່ປຸ່ນ ລະບາດໜັກ ແລະ ພົບຜູ້ຕິດເຊື້ອເພີ່ມພຸ່ງເຖິງ 6,000 ຄົນຕໍ່ມື້ ຕິດຕໍ່ກັນ 3 ວັນ ແລະ ມີອາການໜັກ 1,4 ພັນຄົນ

ຫຼ້າສຸດ ຍີ່ປຸ່ນ ພົບຜູ້ຕິດເຊື້່ອໂຄວິດ-19 ໃນຊ່ວງເວລາ 24 ຊົ່ວໂມງທີ່ຜ່ານມາ ເຖິງ 6,247 ຄົນ ເຊິ່ງກ່ອນໜ້ານີ້ 1 ມື້ ພົບຜູ້ຕິດເຊື້່ອໂຄວິດ-19 ຈໍານວນ 7,766 ຄົນ ແລະ ວັນອາທິດທີ່ຜ່ານມາພົບຜູ້ຕິດເຊື້່ອໂຄວິດ-19 ຈໍານວນ 5,563 ຄົນ ເຮັດໃຫ້ຕອນນີ້ຍີ່ປຸ່ນມີຍອດຜູ້ຕິດເຊື້ອສະສົມຢູ່ທີ່ 626,031 ຄົນແລະ ເສຍຊີວິດ 10,702 ຄົນ. ປັດຈຸບັນນີ້ຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການໜັກໃນຍີ່ປຸ່ນເພີ່ມຂຶ້ນສູງເຖິງ 1,144 ຄົນ ເຊິ່ງເປັນຈໍານວນຕົວເລກທີ່ຫຼາຍທີ່ສຸດນັບແຕ່ມີການລະບາດພາຍໃນປະເທດ ຫຼັງຈາກວັນທີ 7 ພຶດສະພາ 2021 ມີຈໍານວນຜູ້ຕິດເຊື້ອທີ່ມີອາການໜັກໃນຍີ່ປຸ່ນຢູ່ທີ່ຕົວເລກ 1,131 ຄົນ ຈິ່ງເຮັດໃຫ້ລັດຖະບານຍີ່ປຸ່ນຕັດສິນໃຈປະກາດສະຖານະການສຸກເສີນ.

Read More »

ລັດຖະບານອອກ 10 ນະໂຍບາຍ ແລະ 9 ມາດຕະການໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ເສດຖະກິດຂອງຊາດ.

ທ່ານນາງຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໃຫ້ຮູ້ ໃນໂອກາດເຂົ້າຮ່ວມຖະແຫລງຂ່າວນຳກອງເລຂາຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 10 ພຶດສະ ພາ 2021 ທີ່ກະຊວງສາທາລະນະສຸກວ່າ: ນັບແຕ່ມີການລະບາດຂອງພະຍາດໂຄວິດ 19 ໃນຕົ້ນປີ 2020. ລັດຖະບານໄດ້ໃຫ້ບູລິມະສິດຄວາມສຳຄັນໃນການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ເສດຖະກິດ ສປປ ລາວ, ມາຮອດປະຈຸບັນລັດຖະບານໄດ້ມີມາດຕະການອະນຸຍາດໃຫ້ພາກການຜະລິດ ແລະ ບໍລິການສາມາດດຳເນີນທຸລະກິດໄດ້, ແຕ່ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ເພື່ອເຮັດໃຫ້ເສດຖະກິດມີສະພາບປົກກະຕິ, ເຖິງຢ່າງໃດກໍ່ຕາມຫລາຍຂະແໜງການຜະລິດ ແລະ ການບໍລິການເປັນຕົ້ນຂະແໜງການທ່ອງທ່ຽວ ແລະ ການບໍລິການທີ່ປິ່ນອ້ອມ ແລະ ຂະແໜງອຸດສາຫະກຳປຸງແຕ່ງ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກການລະບາດ ພະຍາດໂຄວິດ 19 ຮອບໃໝ່; ສະນັ້ນ ລັດຖະບານໄດ້ຄົ້ນຄ້ວາມາດຕະການຟື້ນຟູເສດຖະກິດຈຳນວນໜຶ່ງເພື່ອຊວ່ຍຊຸກຍູ້ໃຫ້ການຜະລິດ ແລະ ການບໍລິການໃຫ້ມີການຂະຫຍາຍຕົວໃຫ້ຫລາຍເທົ່າທີ່ຈະເປັນໄປໄດ້. ເພື່ອສືບຕໍ່ຊຸກຍູ້ການດໍາເນີນທຸລະກິດ ກໍ່ຄື ການອະນຸຍາດການລົງທຶນ ຢູ່ ສປປ ລາວ ໃຫ້ເປັນປົກກະຕິໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ຮອບໃໝ່ນີ້, ທາງກະຊວງ ແຜນການ ແລະ ການລົງທຶນ ໄດ້ມີການຈັດຕັ້ງປະຕິບັດຄືດັ່ງນີ້: ...

Read More »

3 ຍຸດທະວິທີ ໃນການເພີ່ມທະວີ ການປ້ອງກັນພະຍາດໂຄວິດ-19

ປັດຈຸບັນສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງຄົງ ມີການລະບາດ ເຖິງວ່າໂຕເລກຜູ້ຕິດເຊື້ອໃນແຕ່ລະມື້ຈະມີທ່າອ່ຽງຫຼຸດລົງ ແຕ່ຄວາມສ່ຽງກໍຍັງສູງ ທ່ານ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສໍາພາດ ຜ່ານລາຍການຮອບເມືອງເລື່ອງໂຄວິດ-19 ໃນວັນທີ 10 ພຶດສະພານີ້, ທີ່ໂທລະພາບແຫ່ງຊາດລາວ. ທ່ານ ພູທອນ ເມືອງປາກ ໄດ້ໃຫ້ຮູ້ກ່ຽວ ກັບການການປະເມີນຄວາມສ່ຽງໃນໄລຍະນີ້ ໃນການ ປະຕິບັດງານແຕ່ລະຂະແໜງການໄດ້ປະເມີນຜົນການຈັດປະຕິບັດຄໍາສັ່ງເລກທີ 15/ນຍ ວ່າ: ແມ່ນຄໍາ ສັ່ງເພີ່ມທະວີ ຫຼື ວ່າການຍົກລະດັບມາດຕະການໂຕ້ຕອບກັບພະຍາດໂຄວິດ-19 ນີ້ ຊຶ່ງໄດ້ກໍານົດອອກໃນ ວັນທີ 22 ເມສາ 2021 ເຖິງວັນທີ 5 ພຶດສະພາ 2021 ສະນັ້ນກອງເລຂາຄະນະສະເພາະກິດໄດ້ກະ ກຽມ ສະຫຼຸບທອດຖອນບົດ ຮຽນ ເພື່ອປະເມີນຄືນເຖິງສະພາບການລະບາດ ແລະ ວາງມາດຕະການໃນ ຕໍ່ໜ້າ. ເພື່ອໃຫ້ສະດວກເຂົ້າໃຈງ່າຍໃນການປະຕິບັດ ກອງເລຂາກໍໄດ້ນໍາມາຜັນຂະ ຫຍາຍອອກ ແມ່ນໄດ້ ກໍານົດເປັນ 3 ...

Read More »

ແຜນຊ່ວຍຟື້ນທຸລະກິດທ່ອງທ່ຽວຈາກໂຄວິດ-19 ຂອງພາກລັດຈະອອກມາໄວໆນີ້

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຄົ້ນຄວ້າທິດທາງແຜນ ການຈໍານວນໜຶ່ງ ເພື່ອຊ່ວຍຟື້ນຟູບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ປະເທດເຮົາໃນຕໍ່ໜ້າແລ້ວ ແລະ ແຜນການດັ່ງກ່າວກຳລັງຢູ່ໃນໄລຍະ ລໍຖ້າລັດຖະບານພິຈາລະນາຮັບຮອງຕາມຄວາມເໝາະສົມໃນໄວໆນີ້. ບັນຫາດັ່ງກ່າວ, ໄດ້ຮັບການລາຍງານຈາກທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນວັນທີ 9 ພຶດສະ ພາ 2021 ແລະ ທ່ານຍັງໃຫ້ຮູ້ອີກວ່າ: ການລະບາດຂອງພະຍາດໂຄວິດ-19 ຄັ້ງນີ້, ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຂະແໜງທ່ອງທ່ຽວ ແລະ ກະຊວງກ່ຽວຂ້ອງໄດ້ພະຍາຍາມສຸດຂີດໃນການຊອກຊ່ອງທາງຊ່ວຍເຫລືອ ເພື່ອຫລຸດຜ່ອນຜົນກະທົບແກ່ຜູ້ປະກອບການ ແລະ ຜູ້ອອກແຮງງານໃນຂະແໜງດັ່ງກ່າວ ໂດຍໄດ້ເກັບກຳຂໍ້ມູນຜົນກະທົບ ກໍຄື ຂໍ້ສະເໜີຂອງຜູ້ປະກອບການ ແລະ ນຳສະເໜີຕໍ່ຄະນະສະເພາະກິດ ແກ້ໄຂຜົນກະທົບທາງດ້ານເສດຖະ ກິດ ພິຈາລະນາຫາທາງແກ້ໄຂຕາມຄວາມສາມາດຕົວຈິງ ເນື່ອງຈາກວ່າທຸລະກິດທ່ອງທ່ຽວໄດ້ຕິດພັນກັບຫລາຍຂະແໜງການ. ສະນັ້ນຈຶ່ງຕ້ອງມີການປະສານງານຢ່າງລະອຽດ ເພື່ອແກ້ໄຂຜົນກະທົບຕົວຈິງ ແລະ ໃຊ້ເວລາພໍສົມຄວນ. ສ່ວນການຊ່ວຍເຫລືອແກ້ໄຂຜົນກະທົບໃນບາງດ້ານນັ້ນ, ລັດຖະບານ ກໍຄື ກະຊວງທີ່ກ່ຽວຂ້ອງຈຳນວນໜຶ່ງກໍໄດ້ມີແຈ້ງການອອກໄປແລ້ວ ເປັນຕົ້ນ ຫລຸດຄ່ານໍ້າ, ຄ່າໄຟ, ຫລຸດດອກເບຍ ຫລື ໂຍະຍານຜ່ອນຜັນແກ່ຍາວເວລາໃນການສຳຫລະໜີ້ສິນ ແລະ ...

Read More »