News

ຍິນດີນຳ!!! 19 ບໍລິສັດ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ 2018 

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (LNCCI) ໄດ້ຈັດງານລ້ຽງ“ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ 2018” (ASEAN BusinessAwards Laos 2018= ABA LAOS) ໃນຕອນແລງຂອງວັນສຸກ, ວັນທີ 28 ມີນາ 2018 ທີຜ່ານມາ. ທ່ານ ອຸເດດ ສຸວັນນະວົງ ຜູ້ຕາງໜ້າຄົນລາວໃນສະພາທີ່ປຶກສາທຸລະກິດອາຊຽນ ແລະ ທັງເປັນປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຕ້ອນຮັບ ພະນະ ທ່ານ ສົມດີດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Jens Peter Luetkenhermເອກອັກຄະລັດຖະທູດສະຫະພັນເຢຍລະມັນ ແລະ ບັນດານັກທຸລະກິດລາວ ທີ່ເຂົ້າຮ່ວມງານ. ຈຸດປະສົງຕົ້ນຕໍຂອງການຈັດງານມອບລາງວັນທຸລະກິດອາຊຽນ ແຫ່ງສປປລາວ (ABALaos) ແມ່ນເພື່ອໃຫ້ສັງຄົມໄດ້ຮັບຮູ້ວິສາຫະກິດທີ່ມີຊື່ສຽງໃນລາວທີ່ມີຄວາມຄິດສ້າງສັນ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫຼາດລາວ ເຊິ່ງໄດ້ເນັ້ນໃຫ້ເຫັນວ່າຜູ້ຊະນະໃນນີ້ມີຄວາມພ້ອມທີ່ຈະແຂ່ງຂັນບໍ່ພຽງແຕ່ຢູ່ໃນປະເທດລາວເທົ່ານັ້ນແຕ່ລວມເຖິງໃນລະດັບພາກພື້ນອີກດ້ວຍ ແລະ ເປັນການກຽມສົ່ງຫົວໜ່ວຍທຸລະກິດດີເດັ່ນນີ້ ທີ່ໄດ້ຮັບລາງວັນ ໄປແຂ່ງຂັນໃນເວທີອາຊຽນ  ASEAN Business ...

Read More »

ນາຍົກລາວ ຕ້ອນຮັບເລຂາທິການກອງປະຊຸມ ປົວອ້າວສຳລັບອາຊີ

ໃນວັນທີ 28 ກັນຍາ 2018,   ທີ່ສໍານັກງານນາຍົກລັດຖະມົນຕີ,  ທ່ານ ທອງລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ  ແຫ່ງ ສປປ ລາວ  ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫລີ ປາວ​ຕົ່ງ  ​ເລຂາທິການ ກອງ​ປະຊຸມ ປົວ​ອ້າວ​ສຳລັບ​ອາຊີ  ພ້ອມ​ດ້ວຍ​ຄະນະ ​ໃນ​​ໂອກາດ​ເດີ​ນທາງມາ​ຢ້ຽມຢາມ  ​ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ ປົວ​ອ້າວ​ສຳລັບ​ອາຊີ ຢູ່ ສປປ ລາວ. ໃນ​ໂອກາດ​ດັ່ງກ່າວ, ທ່ານ ທອງລຸນ ສີ​ສຸ​ລິດ  ນາຍົກລັດຖະມົນຕີ​ ກໍໄດ້​ກ່າວສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ,   ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ ທ່ານ ຫລີ ປາວ​ຕົ່ງ  ທີ່ໄດ້ນຳພາຄະນະ ເດີ​ນທາງ​ມາ​ຢ້ຽມຢາມ ສປປ ລາວ  ​ໃນ​ຄັ້ງ​ນີ້,​  ​ເຊິ່ງເປັນການ ປະ ກອບສ່ວນອັນສໍາຄັນເຂົ້າ   ​ໃນ​ການເພີ່ມທະວີຮັດແໜ້ນ ສາຍພົວພັນການຮ່ວມມື​ສະໜັບສະໜູນ,   ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ໃນທຸກ​ຂົງ​ເຂດວຽກງານ  ​ໂດຍ​ສະ​ເພາະ ​ແມ່ນ​ວຽກງານການ​ຮ່ວມ​ມື  ​ທາງ​ດ້ານ​ການ​ຄ້າ-ການ​ລົງທຶນ ລະຫວ່າງ ສປປ ລາວ ​ແລະ ສປ ຈີນ  ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆຂຶ້ນ. ​         ...

Read More »

ພູມໃຈແລ້ວ!! ພູມໃຈອີກ ທີມກະຕໍ້ຄູ່ຍິງ ກໍສາມາດຍາດແຊ້ມໂລກໄດ້ອີກ ສ້າງປະຫວັດສາດ 2 ຫຼຽນຄໍາ

ທີ່ສຸດຂອງວົງການກິລາລາວ! ທີມກະຕໍ້ຄູ່ຍິງ ຄວ້າແຊັມໂລກຕໍ່ຈາກທີມຄູ່ຊາຍ 2 ຊົ່ວໂມງ ສ້າງປະຫວັດສາດກວາດ 2 ຫຼຽນຄໍາ ທີ່ສຸດຂອງວົງການກິລາລາວ ເມື່ອກິລາກະຕໍ້ ເຊິ່ງເປັນກິລາຄວາມຫວັງຂອງ ສປປ ລາວ ສາມາດສ້າງປະຫວັດສາດ ຫຼັງຈາກ ທິມດ່ຽວຍິງລາວ ຄວ້າຫຼຽນທອງທໍາອິດ ໃນການແຂ່ງຂັນກະຕໍ້ຊິງແຊ້ມໂລກ ຄັ້ງທີ 33 ທີ່ນະຄອນຣາດຊະສີມາ ປະເທດໄທ ໃນວັນທີ 26 ກັນຍາ ທີ່ຜ່ານມາ ຫຼັງເສຍໃຫ້ ເກົາຫລີໃຕ້ 0-2 ເຊັດ: 18-21 ແລະ 14-21, ກ່ອນທີ່ ທີມຄູ່ຊາຍ ແລະ ຄູ່ຍິງ ຈະປະກາດສັກດາ ຄວ້າແຊ້ມໂລກ ຕາມລໍາດັບ. ປະຫວັດສາດດັ່ງກ່າວ ເກີດຂຶ້ນໃນຕອນແລງຂອງວັນທີ 27 ກັນຍາ 2018 ທີມຄູ່ຊາຍ ລາວ ຜ່ານ ອິນໂດເນເຊຍ ໃນຮອງຮອງຊະນະເລີດ ຜ່ານເຂົ້າຮອບຊີງຫຼຽນຄໍາກັບ ອິນເດຍ ປະກົດວ່າ: ເຊັດທໍາອິດ ທີມຊາດລາວ ເຮັດໄດ້ດີ, ແຕ່ສະດຸດຖືກ ອິນເດຍ ປິດເຊັດໄປກ່ອນ ກ່ອນທີ່ເຊັດທີ ...

Read More »

ສປປ ລາວ ກູ້ຢືມເງິນຈາກ NEDA ສ້າງເສັ້ນທາງຫຼວງແຫ່ງຊາດ…..

ໃນວັນທີ 26 ກັນຍາ 2018, ທີ່ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາເງິນກູ້ຢືມລະຫວ່າງ ລັດຖະບານ ແຫ່ງສປປ ລາວ ແລະ ອົງການຮ່ວມມືພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ (NEDA) ແຫ່ງຣາຊະອານາຈັກໄທ ສຳລັບໂຄງການກໍ່ສ້າງທາງຫຼວງແຫ່ງຊາດ ເລກທີ 11 (R11) ແຕ່ຄົກເຂົ້າດໍ – ບ້ານໂນນສະຫວັນ – ເມືອງຊະນະຄາມ – ບ້ານວັງ – ບ້ານນໍ້າສັງ ມູນຄ່າ 1.82 ຕື້ກວ່າບາດ. ທັງນີ້, ກໍເພື່ອເປັນການຍົກລະດັບການເຊື່ອມຕໍ່ ກັບບັນດາປະເທດໃກ້ຄຽງ ແລະ ບັນດາເສັ້ນທາງຕາມແຜນຍຸດທະສາດດ້ານການຄົມມະນາຄົມຂົນສົ່ງ ທີ່ຕິດພັນກັບຍຸດທະສາດການເຊື່ອມຈອດ ລະຫວ່າງລາວ-ໄທ ແລະ ແຜນສືບຕໍ່ຮ່ວມມືໃນຕໍ່ໜ້າຮອດປີ 2022. ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມ ໂດຍແມ່ນ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ກັບທ່ານ ພີຣະເມດ ວຸດທິທອນເນຕິຣັກ ປະທານອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງຣາຊະອານາຈັກໄທ, ໂດຍການເຂົ້າຮ່ວມຂອງ ທ່ານ ...

Read More »

ພູມໃຈທົ່ວປະເທດ! ກະຕໍ້ລາວ ສ້າງປະຫວັດສາດຄວ້າແຊ້ມໂລກ!!!!!

ໃນຕອນແລງຂອງວັນທີ 27 ກັນຍາ 2018 ທີມຄູ່ຊາຍ ລາວ ຜ່ານ ອິນໂດເນເຊຍ ໃນຮອງຮອງຊະນະເລີດ ຜ່ານເຂົ້າຮອບຊີງຫຼຽນຄໍາກັບ ອິນເດຍ ປະກົດວ່າ: ເຊັດທໍາອິດ ທີມຊາດລາວ ເຮັດໄດ້ດີ, ແຕ່ສະດຸດຖືກ ອິນເດຍ ປິດເຊັດໄປກ່ອນ ກ່ອນທີ່ເຊັດທີ 2 ລາວ ຈະກັບມາສູ້ຟອມເກັ່ງເອົາຊະນະ ອິນເດຍ ໄປ 21-16 ຈິ່ງຕ້ອງມາຕັດສິນກັນທີ່ເຊັດສຸດທ້າຍປະກົດວ່າ ສຸດສີຄຽງຄູ່ກັນໄປຈົນເຖິງ 17-17 ກ່ອນທີ່ ທີມຊາດລາວ ຈະເອົາຊະນະໄປ 21-19 ຄວ້າແຊ້ມໂລກໄປຄອງ. ໃນການແຂ່ງຂັນກະຕໍ້ ລາຍການ ຊີງແຊ໋ມໂລກ ຄິງຄັບ ແຊ໋ມປ້ຽນຊິບ 2018 ( King’s Cup Sepaktakraw World Championship ) ທີ່ນະຄອນຣາຊະສີມາ (ໂຄລາດ) ປະເທດໄທ ເປັນເຈົ້າພາບ ຜົນງານຄັ້ງນີ້ ເປັນແຊ້ມເປັນຄັ້ງປະຫວັດສາດ ໃນການແຂ່ງຂັນກະຕໍ້ຊີງແຊັມໂລກ ເພາະທີ່ຜ່ານມາເຄີຍຍາດໄດ້ພຽງອັນດັບ 3 ເມື່ອປີ 2011. ກ່ອນໜ້ານີ້ ກະຕໍ້ທິມດ່ຽວຍິງລາວເຮົາ ຄວ້າຫລຽນທອງທໍາອິດ ...

Read More »

ສຽງຈາກປະຊາຊົນ ສະເໜີໃຫ້ຂັ້ນເທິງແກ້ໄຂ…

ຈາກການລົງສຳພາດປະຊາຊົນຈຳນວນໜຶ່ງຂອງທີມງານ ທາເກັດຂອງພວກເຮົາ ກ່ຽວກັບຄວາມຄິດເຫັນຂອງເຂົາເຈົ້າທີ່ຢາກຂໍສະເໜີ ເພື່ອໃຫ້ລັດຖະບານແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ຕ່າງໆດັ່ງນີ້: ທ້າວ ນໍ້າ ອາຍຸ 25 ປີ ຈົບການສຶກສາລະດັບ ປ.ຕີ ແຕ່ບໍ່ໄດ້ເຮັດວຽກ ຈຶ່ງຫັນໄປເຮັດອາຊີບຄ້າຂາຍ ລາວໃຫ້ຄວາມເຫັນວ່າ: ຈະເວົ້າແລ້ວອາຊີບຄ້າຂາຍບໍ່ຈໍາເປັນຕ້ອງຈົບເຖິງ ປ.ຕີ ກໍສາມາດເຮັດໄດ້, ຂ້າພະເຈົ້າຂໍສະ ເໜີວ່າ: ລັດຖະບານຕ້ອງແກ້ໄຂດ່ວນບັນຫານັກສຶກສາຈົບໃໝ່ແລ້ວບໍ່ມີວຽກເຮັດ ເພາະພວກເຂົາເຫຼົ່ານີ້ເປັນກຳລັງແຮງໜຶ່ງທີ່ຈະຂັບເຄື່ອນປະເທດໃຫ້ພັດທະນາໃນອະນາຄົດ. ແຕ່ທຸກມື້ນີ້ ໄປສະໝັກວຽກບ່ອນໃດ ກໍວ່າເຕັມແລ້ວ ແລະ ບາງບ່ອນຕ້ອງໃຊ້ເງິນເປັນໃບເບີກທາງ, ແລ້ວຜູ້ທີ່ທຸກຍາກເດ? ເຖິງແມ່ນວ່າຈະຮຽນເກັ່ງກໍຕາມ ໃບຄະແນນ ໃບປະລິນຍາ ກໍຊ່ວຍບໍ່ໄດ້,ບາງຄົນກໍເປັນອາສາສະໝັກ 4-5 ປີບໍ່ມີເງິນເດືອນ ແຕ່ຄ່າຄອງຊີບສູງ ໂດຍບໍ່ຮູ້ວ່າປີໃດຈະໄດ້ເຂົ້າເປັນລັດຖະກອນສົມບູນ, ບາງຄົນຮຽນຈົບມາໄປເປັນກໍາມະກອນ ຫຼື ເຮັດວຽກສາຂາອື່ນທີ່ຕົນບໍ່ໄດ້ຮຽນມາ. ພະນັກງານ ບໍລິສັດເອກະຊົນແຫ່ງໜຶ່ງຂໍໃຊ້ນາມສົມມຸດວ່າ: ສາວຊະນະຄາມ ມີຄວາມເຫັນວ່າ: ຢາກໃຫ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນເປັນຫຼັກ ເຊັ່ນ: ຄ່າຄອງຊີບກັບລາຍໄດ້ ຖ້າຄ່າຄອງຊີບຍັງສູງຄືທຸກມື້ນີ້ ແລ້ວລາຍໄດ້ພັດໜ້ອຍແບບນີ້ ກະບໍ່ຕ້ອງເວົ້າເຖິງການພັດທະນາ ເອົາພຽງວ່າຊອກເງິນຊື້ເຂົ້າ ເຊົ່າບ່ອນຢູ່ໃຫ້ມັນໄດ້ກ່ອນ. ຖ້າເວົ້າເລື່ອງລາຍໄດ້ປະຊາຊົນໂດຍສະເພາະຊາວນາ ແລະ ຄໍາເວົ້າທີ່ວ່າ “ຊາວນາເປັນກະດູກສັນຫຼັງຂອງຊາດ” ດຽວນີ້ກະດູກສັນຫຼັງຂອງຊາດໃກ້ຈະຫັກແລ້ວ ຍ້ອນເຮັດຫຼາຍ ແຕ່ລາຍໄດ້ໜ້ອຍ. ກໍາມະກອນຜູ້ເອົາເຫື່ອແຮງແລກເງິນກົ້ມໜ້າເຮັດວຽກຕາມນາຍສັ່ງ ...

Read More »

“ໂດຣນ” (Drones) ກັບຄຸນປະໂຫຍດຫຼາກຫຼາຍ ທີ່ຊ່ວຍເຫຼືອການພັດທະນາປະເທດ

ຈາກການສໍາຫຼວດ ແລະ ຈັດອັນດັບ “Trend Technology” ໃນປີ 2018 ທີ່ຈະເຂົ້າມາຮອງຮັບສັງຄົມ, ທຸລະກິດ ຫຼື ເສດຖະກິດໃນຍຸກ Digital ບໍ່ວ່າຈະເປັນຜົນການສໍາຫຼວດຂອງ Prince water house Coopers ໜຶ່ງໃນ 4 ບໍລິສັດກວດສອບບັນຊີທີ່ໃຫຍ່ທີ່ສຸດໃນໂລກ ໄດ້ເປີດເຜີຍຜົນການສໍາຫຼວດ TBM: Tech Breakthroughs Megatrend ຈາກ Technology ຫຼາຍກວ່າ 150 ແບບທົ່ວໂລກ ໃຫ້ເຫຼືອພຽງ 8 ແບບ ແລະ ໃນນັ້ນກໍມີ Technology ທີ່ຊື່ວ່າ “ໂດຣນ” (Drones) ທີ່ຕິດ 1 ໃນ 8 ອັນດັບ ທີ່ໄດ້ຮັບເລືອກໃຫ້ເປັນສິ່ງສໍາຄັນໃນການພັດທະນາເສດຖະກິດຍຸກໃໝ່… “ໂດຣນ” (Drones) ເປັນໜຶ່ງໃນເຕັກໂນໂລຊີການບິນ ທີ່ໄດ້ຮັບການພັດທະນາໃຫ້ມີຄວາມສາມາດຂອງການບິນ ຫຼາຍລະດັບດ້ວຍລະບົບອັດຕະໂນມັດ ເຮັດໃຫ້ໂດຣນເຂົ້າມາແທນທີ່ ໃນການບິນຫຼາກຫຼາຍລະບົບ ທັງໃຫຍ່ ແລະ ນ້ອຍເຊັ່ນ: ຍານອາກາດໄຮ້ຄົນຂັບ (Unmanned Aerial vehicle: UAVs) ...

Read More »

ຢາກໄດ້ທຶນ!!! 5.000-60.000 ໂດລາ ເພື່ອສ້າງຜົນປະໂຫຍດໃຫ້ສັງຄົມ ອ່ານດ່ວນ……

ໂອກາດດີໆມີມາໃຫ້ອີກແລ້ວ! ສໍາລັບ ທ່ານໃດ ກຳລັງມີແນວຄວາມຄິດ ແລະ ວາງແຜນໂຄງການ ເຊິ່ງສ້າງຜົນປະໂຫຍດແກ່ສັງຄົມ? ຕອນນີ້ ທຶນຊ່ວຍເຫຼືອໂດຍກົງ ຂະໜາດນ້ອຍ ຂອງສະຖານທູດ ອົດສະຕຣາລີ ໄດ້ເປີດໃຫ້ຜູ້ສົນໃຈສາມາດຍື່ນບົດສະເໜີໂຄງການ ໄດ້ແລ້ວ ໃນວົງເງິນຊ່ວຍເຫຼືອ ແຕ່ AU$5.000 – AU$60.000 ເພື່ອສົ່ງເສີມບັນດາໂຄງການພັດທະນາຂະໜາດນ້ອຍ ທົ່ວປະເທດລາວສາມາດເຮັດກິດຈະກໍາທີ່ໃຫ້ປະໂຫຍດຕໍ່ຊຸມຊົນ. ຢ່າລືມສະໝັກກ່ອນວັນທີ 12 ຕຸລາ 2018 ນີ້ເດີ້. ອ່ານຂໍ້ມູນ ລາຍລະອຽດ ກ່ຽວກັບ ທຶນໄດ້ທີ່: https://goo.gl/WPYD2x ———— Do you have a project in mind that creates positive impact in your community? The Australian Embassy’s small grants Direct Aid Program is now accepting applications for grants ...

Read More »

ເປີດຮັບສະໝັກທຶນ ໄປສຶກສາຕໍ່ ທີ່ອົດສະຕຣາລີ ອ່ານດ່ວນ….

ເປີດຮັບສະໝັກແລ້ວ ທຶນການສຶກສາ Australia Endeavour Leadership Program 2019 ປິດຮັບສະໝັກວັນທີ 15/11/2018 ລາຍລະອຽດ ແລະ ວິທີການສະໝັກອອນລາຍທີ່: https://internationaleducation.gov.au/…/…/Pages/default.aspx https://www.thaiwahclub.com/news/396/Endeavour-Scholarships-Leadership-Program-2019/ ເປີດຮັບສະຫມັກແລ້ວ ທຶນການສຶກສາ Australia Endeavour Leadership Program 2019ປິດຮັບສະຫມັກວັນທີ່ 15/11/2018ລາຍລະອຽດ ແລະ… Posted by Lao Youth Radio FM 90.0 Mhz on Wednesday, September 26, 2018  

Read More »

ກະຊວງການເງິນ ໄລ່ພະນັກງານສໍ້ລາດບັງຫຼວງອອກ 8 ຄົນມີຊື່ດັ່ງນີ້….

ກະຊວງການເງິນປະຕິບັດວິໄນ ພະນັກງານລັດ ທີ່ສໍ້ລາດບັງຫຼວງອອກ 8 ຄົນ ພ້ອມໃຫ້ອອກຈາກການເປັນພະນັກງານຖາວອນ!! ຕາມມາດຕາ 68 ດ້ວຍຮູບການລົງວິໄນຂັ້ນ 4 ກະຊວງການເງິນ ອອກຂໍ້ຕົກລົງ ໃນວັນທີ 6 ກັນຍາ 2018 ວ່າດ້ວຍການປະຕິບັດວິໄນພະນັກງານ-ລັດຖະກອນ ທີ່ສັງກັດກະຊວງການເງິນ ປະຕິບັດວິໄນ ພະນັກງານທີ່ສໍ້ລາດບັງຫຼວງອອກ 8 ຄົນ ເງິນເດືອນ, ເງິນນໍ້າມັນ, ເງິນໂທລະສັບ ແລະ ນະໂຍບາຍອຸດໜູນຕ່າງໆແມ່ນໃຫ້ໂຈະຕັ້ງແຕ່ວັນທີ 1 ຕຸລາ 2018 ເປັນຕົ້ນໄປ ສ່ວນລົດປະຈຳຕຳແໜ່ງແມ່ນເອົາຄືນມາເປັນລົດບໍລິຫານລວມຂອງກະຊວງ ລາຍລະອຽດຕາມຂໍ້ຕົກລົງ ແລະ ລາຍຊຶ່ທັງ 8 ຄົນດັ່ງລຸ່ມນີ້: ທີ່ມາ:Support Prime Minister Thongloun Sisoulith  

Read More »