ພູມໃຈແລ້ວ!! ພູມໃຈອີກ ທີມກະຕໍ້ຄູ່ຍິງ ກໍສາມາດຍາດແຊ້ມໂລກໄດ້ອີກ ສ້າງປະຫວັດສາດ 2 ຫຼຽນຄໍາ

ທີ່ສຸດຂອງວົງການກິລາລາວ! ທີມກະຕໍ້ຄູ່ຍິງ ຄວ້າແຊັມໂລກຕໍ່ຈາກທີມຄູ່ຊາຍ 2 ຊົ່ວໂມງ ສ້າງປະຫວັດສາດກວາດ 2 ຫຼຽນຄໍາ
ທີ່ສຸດຂອງວົງການກິລາລາວ ເມື່ອກິລາກະຕໍ້ ເຊິ່ງເປັນກິລາຄວາມຫວັງຂອງ ສປປ ລາວ ສາມາດສ້າງປະຫວັດສາດ ຫຼັງຈາກ ທິມດ່ຽວຍິງລາວ ຄວ້າຫຼຽນທອງທໍາອິດ ໃນການແຂ່ງຂັນກະຕໍ້ຊິງແຊ້ມໂລກ ຄັ້ງທີ 33 ທີ່ນະຄອນຣາດຊະສີມາ ປະເທດໄທ ໃນວັນທີ 26 ກັນຍາ ທີ່ຜ່ານມາ ຫຼັງເສຍໃຫ້ ເກົາຫລີໃຕ້ 0-2 ເຊັດ: 18-21 ແລະ 14-21, ກ່ອນທີ່ ທີມຄູ່ຊາຍ ແລະ ຄູ່ຍິງ ຈະປະກາດສັກດາ ຄວ້າແຊ້ມໂລກ ຕາມລໍາດັບ.

ປະຫວັດສາດດັ່ງກ່າວ ເກີດຂຶ້ນໃນຕອນແລງຂອງວັນທີ 27 ກັນຍາ 2018 ທີມຄູ່ຊາຍ ລາວ ຜ່ານ ອິນໂດເນເຊຍ ໃນຮອງຮອງຊະນະເລີດ ຜ່ານເຂົ້າຮອບຊີງຫຼຽນຄໍາກັບ ອິນເດຍ ປະກົດວ່າ: ເຊັດທໍາອິດ ທີມຊາດລາວ ເຮັດໄດ້ດີ, ແຕ່ສະດຸດຖືກ ອິນເດຍ ປິດເຊັດໄປກ່ອນ ກ່ອນທີ່ເຊັດທີ 2 ລາວ ຈະກັບມາສູ້ຟອມເກັ່ງເອົາຊະນະ ອິນເດຍ ໄປ 21-16 ຈິ່ງຕ້ອງມາຕັດສິນກັນທີ່ເຊັດສຸດທ້າຍປະກົດວ່າ ສຸດສີຄຽງຄູ່ກັນໄປຈົນເຖິງ 17-17 ກ່ອນທີ່ ທີມຊາດລາວ ຈະເອົາຊະນະໄປ 21-19 ຄວ້າແຊ້ມໂລກໄປຄອງ.

ສ່ວນທີມຄູ່ຍິງລາວ ກໍບໍ່ນ້ອຍໜ້າຜ່ານເຂົ້າຮອບຊີງຊະນະເລີດ ວັດກັບ ເກົາຫຼີໃຕ້ ສາມາດເອົາຊະນະໄປ 2-1 ເຊັດ 12-21, 21-18 ແລະ 21-10​ ຄວ້າແຊ້ມໂລກໄດ້ເຊັ່ນກັນ.
ຈາກຜົນດັ່ງກ່າວສົ່ງຜົນໃຫ້ ກະຕໍ້ທີມຊາດລາວ ສ້າງປະຫວັດສາດຄວ້າແຊ້ມເປັນຄັ້ງປະຫວັດສາດ ໃນການແຂ່້ງຂັນກະຕໍ້ຊີງແຊັມໂລກ ເພາະທີ່ຜ່ານມາເຄີຍຍາດໄດ້ພຽງອັນດັບ 3 ເມື່ອປີ 2011, ດ້ວຍການຄວ້າໄປແລ້ວ 2 ຫຼຽນຄໍາ ກັບ 1 ຫຼຽນທອງ ໃນລາຍການຊີງແຊ້ມໂລກ 2018.

Photo: ອາຈານໃຈ ແກ້ວປະເສີດ & เซปัก ตะกร้อ – Sepak Takraw

Comments