“ໂດຣນ” (Drones) ກັບຄຸນປະໂຫຍດຫຼາກຫຼາຍ ທີ່ຊ່ວຍເຫຼືອການພັດທະນາປະເທດ

ຈາກການສໍາຫຼວດ ແລະ ຈັດອັນດັບ “Trend Technology” ໃນປີ 2018 ທີ່ຈະເຂົ້າມາຮອງຮັບສັງຄົມ, ທຸລະກິດ ຫຼື ເສດຖະກິດໃນຍຸກ Digital ບໍ່ວ່າຈະເປັນຜົນການສໍາຫຼວດຂອງ Prince water house Coopers ໜຶ່ງໃນ 4 ບໍລິສັດກວດສອບບັນຊີທີ່ໃຫຍ່ທີ່ສຸດໃນໂລກ ໄດ້ເປີດເຜີຍຜົນການສໍາຫຼວດ TBM: Tech Breakthroughs Megatrend ຈາກ Technology ຫຼາຍກວ່າ 150 ແບບທົ່ວໂລກ ໃຫ້ເຫຼືອພຽງ 8 ແບບ ແລະ ໃນນັ້ນກໍມີ Technology ທີ່ຊື່ວ່າ “ໂດຣນ” (Drones) ທີ່ຕິດ 1 ໃນ 8 ອັນດັບ ທີ່ໄດ້ຮັບເລືອກໃຫ້ເປັນສິ່ງສໍາຄັນໃນການພັດທະນາເສດຖະກິດຍຸກໃໝ່…

“ໂດຣນ” (Drones) ເປັນໜຶ່ງໃນເຕັກໂນໂລຊີການບິນ ທີ່ໄດ້ຮັບການພັດທະນາໃຫ້ມີຄວາມສາມາດຂອງການບິນ ຫຼາຍລະດັບດ້ວຍລະບົບອັດຕະໂນມັດ ເຮັດໃຫ້ໂດຣນເຂົ້າມາແທນທີ່ ໃນການບິນຫຼາກຫຼາຍລະບົບ ທັງໃຫຍ່ ແລະ ນ້ອຍເຊັ່ນ: ຍານອາກາດໄຮ້ຄົນຂັບ (Unmanned Aerial vehicle: UAVs) ໂດຍໃຊ້ເຕັກໂນໂລຊີບັງຄັບເຄື່ອງບິນແທນມະນຸດ ເຊິ່ງປັດຈຸບັນ ໂດຣນ ຖືກພັດທະນາມາໃຫ້ຖືກໃຊ້ວຽກໃນກຸ່ມອຸດສາຫະກໍາ ທີ່ກ່ຽວກັບໂຄງສ້າງພື້ນຖານ ແລະ ການບິນສໍາຫຼວດພື້ນທີ່ກະສິກໍາ ຫຼື ພື້ນທີ່ຕ້ອງການກວດກາ ແລະ ເບິ່ງແຍງ.

ນອກຈາກນີ້ກໍມີການໃຊ້ໂດຣນເຂົ້າມາຊ່ວຍໃນການເຮັດວຽກຫຼາກຫຼາຍຮູບແບບ ທັງການທະຫານ, ດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງ. ການຊ່ວຍເຫຼືອຜູ້ປະສົບໄພ, ຖ່າຍຮູບເຄື່ອນໄຫວ, ຖ່າຍທອດສົດຕ່າງໆ, ການຖ່າຍຮູບມຸມສູງ, ການສໍາຫຼວດ, ການຕິດຕາມລະວັງໄພ ລວມເຖິງການຂົນສົ່ງເຊັ່ນ: ຈາກເມື່ອກ່ອນໃຊ້ຍົນຂົນປຸ໋ຍ ແລະ ຢາຂ້າຫຍ້າ (ໃນຂົງເຂດກະສິກໍາ) ກໍສາມາດໃຊ້ໂດຣນຂົນສົ່ງ ສິ່ງຂອງເຫຼົ່ານັ້ນແທນໄດ້ ແຖມຍັງຈັດວາງໄດ້ຢ່າງຖືກຈຸດແບບອັດຕະໂນມັດ, ເຮັດໃຫ້ໂດຣນກາຍເປັນເຄື່ອງມືຂົນສົ່ງທີ່ຕັ້ງເປົ້າວ່າຈະເພີ່ມປະສິດທິພາບ ການຂົນສົ່ງທາງອາກາດໄລຍະໃກ້ຫຼາຍຂຶ້ນ ບໍ່ວ່າຈະເປັນຂົນສົ່ງຄົນ ຫຼື ສິ່ງຂອງກໍຕາມ ຍິ່ງໄປກວ່ານັ້ນ ໂດຣນຍັງມີຄວາມສາມາດໃນການເກັບກໍາ, ຮວບຮວມ ແລະ ວິເຄາະຮູບ ຫຼື ຂໍ້ມູນນັ້ນໆ ເຊັ່ນ ວິເຄາະຜົນກະທົບທາງສິ່ງແວດລ້ອມ (Environment impacts) ໃນບໍເວນນັ້ນໆ ແລະ ຍັງວິເຄາະເພື່ອຊອກຫາແນວທາງແກ້ໄຂບັນຫາທີ່ອາດຈະເກີດຂຶ້ນໃນອານາຄົດອັນໄດ້. ດ້ວຍປະໂຫຍດທີ່ຫຼາກຫຼາຍຂອງໂດຣນນີ້ ເຮັດໃຫ້ທັງພາກລັດ ແລະ ເອກະຊົນທົ່ວໂລກນໍາໂດຣນມາໃຊ້ວຽກໃນທຸກຮູບແບບ.

ນອກຈາກນີ້ ຜົນສໍາລວດຂອງ PwC’s Clarity from above ຍັງຄາດການວ່າ ມູນຄ່າຕະຫຼາດຂອງໂດຣນທົ່ວໂລກໃນອີກ 3 ປີທາງໜ້າຈະສູງເຖິງ 127.000 ລ້ານ ໂດລາສະຫະລັດ.
#Tech-Innovation
ທີ່ມາ: AppliCED

Comments