ຍິນດີນຳ!!! 19 ບໍລິສັດ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ 2018 

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (LNCCI) ໄດ້ຈັດງານລ້ຽງມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ 2018 (ASEAN BusinessAwards Laos 2018= ABA LAOS) ໃນຕອນແລງຂອງວັນສຸກ, ວັນທີ 28 ມີນາ 2018 ທີຜ່ານມາ. ທ່ານ ອຸເດດ ສຸວັນນະວົງ ຜູ້ຕາງໜ້າຄົນລາວໃນສະພາທີ່ປຶກສາທຸລະກິດອາຊຽນ ແລະ ທັງເປັນປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຕ້ອນຮັບ ພະນະ ທ່ານ ສົມດີດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Jens Peter Luetkenhermເອກອັກຄະລັດຖະທູດສະຫະພັນເຢຍລະມັນ ແລະ ບັນດານັກທຸລະກິດລາວ ທີ່ເຂົ້າຮ່ວມງານ.

ຈຸດປະສົງຕົ້ນຕໍຂອງການຈັດງານມອບລາງວັນທຸລະກິດອາຊຽນ ແຫ່ງສປປລາວ (ABALaos) ແມ່ນເພື່ອໃຫ້ສັງຄົມໄດ້ຮັບຮູ້ວິສາຫະກິດທີ່ມີຊື່ສຽງໃນລາວທີ່ມີຄວາມຄິດສ້າງສັນ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫຼາດລາວ ເຊິ່ງໄດ້ເນັ້ນໃຫ້ເຫັນວ່າຜູ້ຊະນະໃນນີ້ມີຄວາມພ້ອມທີ່ຈະແຂ່ງຂັນບໍ່ພຽງແຕ່ຢູ່ໃນປະເທດລາວເທົ່ານັ້ນແຕ່ລວມເຖິງໃນລະດັບພາກພື້ນອີກດ້ວຍ ແລະ ເປັນການກຽມສົ່ງຫົວໜ່ວຍທຸລະກິດດີເດັ່ນນີ້ ທີ່ໄດ້ຮັບລາງວັນ ໄປແຂ່ງຂັນໃນເວທີອາຊຽນ  ASEAN Business Award 2018 ທີ່ຈະຈັດຂຶ້ນໃນສິງກະໂປ ໃນເດືອນພະຈິກປີ 2018.

ນອກນີ້ຍັງເປັນການສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍທຸລະກິດໃນແຕ່ລະຂະແໜງການ ແລະ ເພື່ອຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ. ງານລາງວັນນີ້ແມ່ນຢູ່ພາຍໃຕ້ກອບວຽກລະດັບພາກພື້ນທີ່ເອີ້ນວ່າ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ການຈັດງານທຸລະກິດດີເດັ່ນ ອາຊຽນ, ບັນດາວຽກງານເຫຼົ່ານີ້ແມ່ນຈະຢູ່ພາຍໃຕ້ການຊີ້ນໍາ ແລະ ຈັດຕັ້ງປະຕິບັດໂດຍສະພາທີ່ປຶກສາທຸລະກິດ ອາຊຽນ (ASEAN BAC).ABA Laos 2018 ເປີດກວ້າງຕໍ່ສະມາຊິກ ສຄອ ແຫ່ງຊາດລາວ ແລະ ທຸກໆຫົວໜ່ວຍທຸລະກິດໃນລາວທີ່ລົງທະບຽນຖືກຕ້ອງຕາມກົດໝາຍ, ບໍ່ວ່ານ້ອຍ ຫຼື ໃຫຍ່ ກໍ່ສາມາດສົ່ງເຂົ້າມາສະໝັກຊິງລາງວັນໃນຂະແໜງການຕ່າງໆໄດ້.  ຕົວແທນຄະນະຜູ້ຕາງໜ້າຂອງສະຖາບັນການສຶກສາລາວ ແລະ ພາກທຸລະກິດໄດ້ຮ່ວມມືກັບບໍລິສັດ KPMG ຮັບປະກັນຄວາມໂປ່ງໃສ, ຄວາມຍຸຕິທໍາ ແລະ ຄວາມເປັນມືອາຊີບເຂົ້າໃນຂະບວນການຄັດເລືອກ ແລະ ຕັດສິນຜູ້ຊະນະເລີດໄດ້ຮັບລາງວັນ.

ສຳລັບລາງວັນທີ່ມອບນັ້ນ ມີທັງໝົດ 5 ສາຂາລາງວັນ ແລະ ມີ 19 ບໍລິສັດໄດ້ຮັບດັ່ງນີ້:

ສາຂາລາງວັນວັນຂະແໜງບູລິມະສິດດີເດັ່ນ (Lao Priority Integration Sectors Excellence Awards)

  1. ໂຮງແຮມ ແລະ ຮ້ານອາຫານ ອິນທິລາ ໄດ້ຮັບລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງການທ່ອງທ່ຽວດີເດັ່ນ
  2. ບໍລິສັດ ບີເຄເອັນ  (B.K.N Co., Ltd) ໄດ້ຮັບລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງການຜະລິດຕະພັນໄມ້ດີເດັ່ນ
  3. ຮ້ານສົມຈັນຫັດຖະກຳປັກດິ້ງຫຼວງພະບາງ ໄດ້ຮັບ ລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງອຸດສາຫະກຳຕັດຫຍິບດີເດັ່ນ
  4. ບໍລິສັດ ມາລິນີ ກຣຸບ ໄດ້ຮັບລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງໂຄງລ່າງພື້ນຖານດີເດັ່ນ
  5. ບໍລິສັດບົວລະພາພັດທະນາກະສິກຳ ຂາອອກ-ຂາເຂົ້າ ຈຳກັດ ໄດ້ຮັບລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງກະສິກຳດີເດັ່ນ
  6. ບໍລິສັດ ລາວຄອມຈຳກັດ  Lao Com Co.,Ltd  ໄດ້ຮັບລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງ ICT ດີເດັ່ນ

ສາຂາລາງວັນ ທຸລະກິດ SME ດີເດັ່ນ (SME Excellence Awards)

  1. ໂຮງແຮມ ຈຳປາເລຊິເດັນ ໄດ້ຮັບລາງວັນປະເພດທຸລະກິດSMEດີເດັ່ນ- ທາງດ້ານການຈ້າງງານ
  2. ກຸ່ມບໍລິສັດ ໃສທິລາດ ລາງວັນປະເພດທຸລະກິດSMEດີເດັ່ນ- ທາງດ້ານການຂະຫຍາຍຕົວຂອງທຸລະກິດ

3. ບໍລິສັດ ອອກພົບຕົກ Ork Pop Tok  ໄດ້ຮັບລາງວັນປະເພດທຸລະກິດSMEດີເດັ່ນ- ທາງດ້ານການປະກອບສ່ວນຕໍ່ສັງຄົມ

4. ກຸ່ມບໍລິສັດ 108-1009 ຈຳກັດ   ລາງວັນປະເພດທຸລະກິດSMEດີເດັ່ນ- ທາງດ້ານນະວັດຕະກຳ

ສາຂາລາງວັນພິເສດ (Special Awards)

  1.  ບໍລິສັດ ໃສທິລາດ ກຣຸບ ໄດ້ຮັບລາງວັນສາຂາຜູ້ປະກອບການໜຸ່ມດີເດັ່ນ (Young Entrepreneur).
  2. ໂຮງຮຽນ ນານາຊາດ ປັນຍາທິບ ໄດ້ຮັບລາງວັນ ຜູ້ປະກອບການຍິງດີເດັ່ນ (Women Entrepreneur).
  3. ບໍລິສັດ PanAust ຈຳກັດ ໄດ້ຮັບສາຂາລາງວັນເພື່ອນມິດ ສປປ ລາວ (Friend of Laos).
  4. ບໍລິສັດ Savan Pacifica Development ຈຳກັດ ໄດ້ຮັບສາຂາລາງວັນເພື່ອນມິດ ສປປ ລາວ (Friend of Laos)
  5.  ບໍລິສັດ ອາໂລ ເຕັກໂນໂລຊີລາວ ຈຳກັດ ໄດ້ຮັບທຸລະກິດລິເລີ່ມດີເດັ່ນ (SME Start-Up).

ສາຂາລາງວັນທຸລະກິດດີເດັ່ນຂັ້ນແຂວງ (Promising Provincial participation)ເພື່ອເປັນການຍ້ອງຍໍຜູ້ປະກອບການຂັ້ນແຂວງຂອງແຕ່ລະພາກ.

  1. ບໍລິສັດ ອອກພົບຕົກ ໄດ້ຮັບລາງວັນສາຂາຜູ້ປະກອບການທີ່ມີທ່າແຮງດີເດັ່ນຈາກແຂວງພາກເໜືອ (Promising EntrepreneursAward)
  2. ກຸ່ມບໍລິສັດ ຫົງຄຳພາກໄຕ້ ໄດ້ຮັບລາງວັນ ຜູ້ປະກອບການຍິງທີ່ມີທ່າແຮງດີເດັ່ນຈາກແຂວງ ພາກໄຕ້ (Promising Women Entrepreneurs Award),
  3. ບໍລິສັດ ເອັມພອຍມາດ ການຄ້າຈຳກັດ ໄດ້ຮັບລາງວັນ ຜູ້ປະກອບການໜຸ່ມທີ່ມີທ່າແຮງດີເດັ່ນພາກກາງ (PromisingYoung Entrepreneurs)

ສາຂາລາງວັນທຸລະກິດຂະໜາດໃຫ່ຍດີເດັ່ນ(Large Enterprise Excellence Award)

  1. ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ໄດ້ຮັບລາງວັນ ລາງວັນວິສາຫະກິດຂະໜາດໃຫ່ຍດີເດັ່ນ
ລາຍການລາງວັນ ຄໍາອະທິບາຍ
ລາງວັນຂະແໜງການບູລິມະສິດ ສະແດງໃຫ້ເຫັນເຖີງຄວາມອາດສາມາດຕໍ່ກັບຂະແຫນງບູລິມະສິດໃນ ສປປ ລາວ ເພື່ອເປັນຫລັກຖານໃນການສົ່ງເສີມ ແລະ ພັດທະນາເສດຖະກິດ ໃນ ສປປ ລາວ. ວິສາຫະກິດຂະໜາດໃດກໍ່ສາມາດສະໝັກໄດ້.
ການຂະຫຍາຍໂຕຂອງທຸລະກິດ ສະແດງໃຫ້ເຫັນເຖີງແນວຄິດລິເລີ່ມ ແລະ ຄວາມຕັ້ງໃຈ ທີ່ຈະດໍາເນີນທຸລະກິດໃຫມ່ທີ່ເປັນແນວຫນ້າ ແລະ ລວມໄປເຖີງຫລັກຖານຂອງການຂະຫຍາຍຕົວທາງທຸລະກິດທີ່ຍືນຢົ້ງ ແລະ ປະສົບຜົນສໍາເລັດທາງດ້ານການຄ້າ ໃນລະດັບທີ່ໂດດເດັ່ນ.
ການຈ້າງງານ ສະແດງໃຫ້ເຫັນເຖີງການຄວາມມຸ່ງໝັ້ນຕໍ່ການກະຕູກສຸກຍູ້ ແລະ ສົ່ງເສີມບຸກຄະລາກອນໃນສະຖານທີ່ເຮັດວຽກ. ການຄັດເລືອກຂອງລາງວັນນີ້ ແມ່ນຮຽກຮ້ອງໃຫ້ມີການສະແດງໃຫ້ເຫັນເຖິງກົນລະຍຸດຂອງການພັດທະນາບຸກຄະລາກອນໃນການສ້າງແຮງຈູງໃຈ, ການສ້າງຄວາມມຸ້ງມັ້ນ ແລະ ປະສິດທິພາບຂອງແຮງງານ ເປັນແນວໃດ.
ນະວັດຕະກຳ ສະແດງໃຫ້ເຫັນເຖີງຄວາມອາດສາມາດໃນການສ້າງ, ບໍາລູງຮັກສາ ແລະ ພັດທະນາຜະລິດຕະພັນ ຫລືການບໍລິການໃຫມ່ໆ. ຜູ້ທີ່ໄດ້ຮັບຜົນສໍາເລັດ ແມ່ນສາມາດເຂົ້າຮ່ວມໄດ້ ແຕ່ຈະບໍ່ຈໍາກັດ ກ່ຽວກັບການປະດິດ, ການອອກແບບ, ການຜະລິດ, ການເຮັດວຽກ, ການຕະຫລາດ ແລະ ການຈັດຈໍາຫນ່າຍຜະລິດຕະພັນ ແລະ ການບໍລິການຂອງພວກເຂົາ.
ປະກອບສ່ວນຕໍ່ສັງຄົມ ສະແດງໃຫ້ເຫັນເຖີງຄວາມຮັບຜິດຊອບທີ່ມີມາດຖານສູງ ໃນການຈັດການ ແລະ ບູລະນະ ຕໍ່ກັບການປະກອບສ່ວນນການພັດທະນາຕໍ່ສັງຄົມຂອງທຸລະກິດຕົນ ເພື່ອສ້າງຜົນກະທົບທາງບວກໃນສະຖານທີເຮັດວຽກ, ຕະຫລາດ, ສີ່ງແວດລ້ອມ ແລະ ຊຸມຊົນ.
ຜູ້ປະກອບການໝຸ່ມດີເດັ່ນ ສະແດງໃຫ້ເຫັນເຖີງທັກສະ ແລະ ຜົນປະກອບການທີ່ໂດດເດັ່ນ ເພື່ອເປັນຫລັກຖານ ໂດຍອີງໃສ່ ຈໍານວນ ແລະ ຄຸນນະພາບຂອງທຸລະກິດ ແລະ ວິສາຫະກິດ ທາງສັງຄົມ.
ຜູ້ປະກອບການຍິງດີເດັ່ນ  ຕ້ອງເປັນຜູ້ຍິງ ແລະ ຕ້ອງໄດ້ສະແດງໃຫ້ເຫັນເຖີງທັກສະທີ່ດີ ແລະ ແລະ ປະສິດທິພາບໃນການເປັນຜູ້ນໍາທຸລະກິດ.
ເພື່ອນມິດ ສປປ ລາວ  ແມ່ນຈະຕ້ອງເປັນນັກທຸລະກິດຕ່າງປະເທດ ທີ່ດໍາເນີນທຸລະກິດ ໃນ ສປປ ລາວ ເຊີ່ງໄດ້ມີການສົ່ງເສີມ ໃນການພັດທະນາເສດຖະກິດສັງຄົມ ພາຍໃນ ສປປ ລາວ.
ທຸລະກິດລິເລີ້ມດີເດັ່ນ ຕ້ອງຢູ່ໃນຂັ້ນຕອນການເລີ່ມຕົ້ນ ຫຼື ກໍາລັງຈະດໍາເນີນທຸລະກິດໃນສປປ ລາວເຊິ່ງປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນໄລຍະເວລາ1-5 ປີຂອງການດໍາເນີນງານ.

 

Comments