ການເປີດນຳໃຊ້ເສັ້ນທາງລົດໄຟແຫ່ງປະຫວັດສາດ ລາວ-ຈີນ ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ສາຍແຫ່ງປະຫວັດສາດ ແມ່ນໄດ້ມີຄວາມໝາຍຄວາມສຳຄັນສູງສຸດຕໍ່ ສປປ ລາວ ທີ່ຄອງຄ່ອຍມາເປັນເວລາດົນນານ, ພ້ອມທັງຈະຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດ ແລະ ປະເທດແຫ່ງໂອກາດ, ເຊິ່ງລົດໄຟຈະມາອຳນວຍຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງທັງມວນຊົນ ແລະ ສິນຄ້າ, ຊ່ວຍຍູ້ແຮງເຮັດໃຫ້ບັນຍາກາດການຄ້າໃນປະເທດ ຈະກັບມາຄືກຄືນອີກຄັ້ງ ຫຼັງໄດ້ຮັບຜົນກະທົບຢ່າງໜັກຈາກໂຄວິດ-19 ລະບາດ. ພິທີເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃນວັນທີ 3 ທັນວາ 2021 ຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງຜູ້ນຳສູງສຸດທັງ 2 ປະເທດ ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ. ທ່ານ ສີ ຈິ້ນຜິງ ກ່າວຕໍ່ພິທີເປີດລົດໄຟຮອບປະຖົມມະເລີກວ່າ: ເສັ້ນທາງລົດໄຟຈີນ-ລາວ ແມ່ນໂຄງການແບບຢ່າງທີ່ສອງຝ່າຍຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫລັງຈາກເສັ້ນທາງລົດໄຟເລີ່ມເປີດບໍລິການແລ້ວ ຈາກນະຄອນຄຸນໝິງ ປະເທດຈີນ ໄປຮອດນະຄອນຫລວງວຽງຈັນ ປະເທດລາວ ຈະບໍ່ແມ່ນໄລຍະທາງທີ່ຍາວໄກອີກແລ້ວ. ສອງຝ່າຍຄວນສືບຕໍ່ສຸມຄວາມພະຍາຍາມ ...
Read More »News
ລົດໄຟ ລາວ-ຈີນ ຈະເປີດ ໃຫ້ ບໍລິການກ່ອນພຽງ 6 ສະຖານີ
ລົດໄຟ ລາວ-ຈີນ ຈະເປີດ ໃຫ້ບໍລິການກ່ອນພຽງ 6 ສະຖານີ ໂຄງການລົດໄຟລາວ-ຈີນ ພາຍຫລັງເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ໃນເບື້ອງຕົ້ນ ຈະເປີດໃຫ້ບໍລິການກ່ອນພຽງ 6 ສະຖານີ ຂອງຈຳນວນສະຖານີຮັບຜູ້ໂດຍສານທັງໝົດ 10 ແຫ່ງ, ສ່ວນສະຖານີທີ່ຍັງເຫລືອ ແມ່ນຈະເປີດໃຫ້ບໍລິການໃນໄລຍະຕໍ່ໄປ. ໃນນັ້ນມີ:ສະຖານີນະຄອນຫລວງວຽງຈັນ,ສະຖານີໂພນໂຮງ,ສະຖານີວັງວຽງ,ສະຖານີຫລວງພະບາງ,ສະຖານີເມືອງໄຊສະຖານີບໍ່ເຕ່ນແລະ ງົດໃຫ້ບໍລິການລະຫວ່າງປະເທດ. ຈະເປີດບໍລິການລົດໄຟສາຍພາຍໃນ 2 ຄູ່/ມື້: ຄຸ່ທີ່1 :ຈາກນະຄອນຫລວງວຽງຈັນ ໄປບໍ່ເຕ່ນ (ເວລາອອກເບື້ອງຕົ້ນ 8:00 ໂມງ ເຖິງສະຖານີບໍ່ເຕ່ນ 11:20ໂມງ), ສ່ວນຂາກັບ ອອກຈາກສະຖານີບໍ່ເຕ່ນ 12:15 ໂມງ ເຖິງສະຖານີ ນະຄອນຫລວງ 15:19ໂມງ)ຄູ່ທີ່2 :ຈາກນັ້ນຈະເປີດໃຫ້ບໍລິການຕໍ່ຈາກນະຄອນຫລວງ ໄປ ຫລວງພະບາງ 1 ຄູ່ (ເວລາອອກເບື້ອງຕົ້ນຈາກສະຖານີນະຄອນຫລວງວຽງຈັນ 16:10ໂມງ ລົດໄຟອອກເຖິງ ສະ ຖານີຫລວງພະບາງ 18:02ໂມງ ຂາກັບຈາກສະຖານີຫລວງພະບາງ 18:50ໂມງ ເຖິງສະຖານີນະ ຄອນຫລວງ 20:46 ໂມງ).ຂໍ້ມູນ ຂປລ.
Read More »ລັດຖະມົນຕີກະຊວງ ຮສສ ສະເໜີໂຄງການອອກວິຊ່າເຮັດວຽກກະສິກຳ ຢູ່ປະເທດອົດສະຕາລີ
ລັດຖະມົນຕີກະຊວງ ຮສສ ສະເໜີໂຄງການອອກວິຊ່າເຮັດວຽກກະສິກຳ ຢູ່ປະເທດອົດສະຕາລີ,ໃຫ້ທູດອົດສະຕາລີຄົນໃໝ່ ປະຈຳລາວໃນວັນທີ 3 ທັນວາ 2021 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ພໍແຄລີ (Paul Kelly) ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ເພື່ອພົບປະ ແລະ ຫາລືວຽກງານທີ່ກ່ຽວຂ້ອງ.ໃນໂອກາດດັ່ງກ່າວ, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍ ທີ່ ທ່ານ Paul Kelly ໄດ້ມາເປັນເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ. ການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ປະເທດ ອົດສະຕາລີ ຈະເນັ້ນໃສ່ວຽກງານ:1. ວຽກງານແຮງງານ ແລະ ...
Read More »Hackers ແຮັກເງິນຈາກ Crypto Bitmart ໄດ້ຫຼາຍຮ້ອຍລ້ານໂດລາ
Hackers ແຮັກເງິນຈາກ Crypto Bitmart ໄດ້ຫຼາຍຮ້ອຍລ້ານໂດລາບໍລິສັດຄວາມປອດໄພກ່າວວ່າ ແຮັກເກີເອົາ 196 ລ້ານໂດລາ ຈາກການແລກປ່ຽນ crypto Bitmartແຮກເກີໄດ້ແຮັກເອົາ 196 ລ້ານໂດລາ ຈາກແພດຟອມການຄ້າ crypto Bitmart, ບໍລິສັດຄວາມປອດໄພກ່າວໃນວັນເສົາທີ່ຜ່ານມາ.Bitmart ຢືນຢັນການແຮັກດັ່ງກ່າວໃນຖະແຫຼງການຢ່າງເປັນທາງການໃນຕອນກາງຄືນວັນເສົາ, ເອີ້ນໄດ້ວ່າແມ່ນ “ການລະເມີດຄວາມປອດໄພຂະຫນາດໃຫຍ່” ແລະ ບັນທຶກໄວ້ວ່າແຮກເກີໄດ້ຖອນເອົາຊັບສິນປະມານ 150 ລ້ານໂດລາ. ຢ່າງໃດກໍຕາມ, ຄວາມປອດໄພຂອງ blockchain ແລະ ບໍລິສັດວິເຄາະຂໍ້ມູນ Peckshield ຄາດຄະເນວ່າການສູນເສຍແມ່ນແຕະ $ 200 ລ້ານໂດລາ.ຂໍ້ມູນ cnbc
Read More »ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ
ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ຕອບຮັບຄຳເຊີນຂອງ ທ່ານ ເວືອງ ດິງ ເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານ ສະພາແຫ່ງຊາດລາວ ທ່ານ ໄຊສົມພອນ ພົມວິຫານ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ໄປຢ້ຽມຢາມມິດຕະພາບ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຢ່າງເປັນທາງການ ນັບແຕ່ວັນທີ 06-08/12/ 2021. ການທີ່ ທ່ານ ໄຊສົມພອນ ພົມວິຫານ ເລືອກເອົາຫວຽດນາມ ເປັນປະເທດທຳອິດໃນການໄປຢ້ຽມ ຢາມຕ່າງປະເທດ ພາຍຫລັງທີ່ທ່ານໄດ້ຮັບເລືອກຕັ້ງເປັນ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນການສະແດງ ລັກສະນະພິເສດຂອງພິເສດ ໃນສາຍພົວພັນຂອງສອງປະເທດ, ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງສອງພັກ, ສອງລັດຖະບານ ໃນການຮັກສາໄວ້ ທ່າການຂະຫຍາຍຕົວສາຍພົວພັນຮ່ວມມືຂອງສອງຝ່າຍ. ຍ້ອນແນວນັ້ນ, ຈຶ່ງເປັນການຢ້ຽມຢາມທີ່ມີຄວາມ ໝາຍສຳຄັນ, ເຊິ່ງບໍ່ພຽງແຕ່ເພີ່ມທະວີ, ປັບປຸງສາຍພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແຕ່ຫາກຍັງເຮັດໃຫ້ການພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອ, ນຳ້ໃຈສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ...
Read More »ພູເຂົາໄຟ Semeru ຢູ່ອິນໂດເນເຊຍປະທຸກະທັນຫັນ ເຮັດໃຫ້ເສຍຊີວິດ ແລະ ບາດເຈັບຫຼາຍສິບຄົນ
ພູເຂົາໄຟ Semeru ຢູ່ອິນໂດເນເຊຍປະທຸກະທັນຫັນ ເຮັດໃຫ້ເສຍຊີວິດ ແລະ ບາດເຈັບຫຼາຍສິບຄົນ ອົງການໄພພິບັດຂອງອິນໂດເນເຊຍກ່າວໃນວັນທີ 5 ທັນວານີ້ວ່າ ການປະທຸຢ່າງກະທັນຫັນ ຂອງພູເຂົາໄຟ Semeru ໄດ້ຂ້າຊີວິດຊາວບ້ານຢ່າງໜ້ອຍ 14 ຄົນ ແລະ ບາດເຈັບອີກຫຼາຍສິບຄົນຢູ່ເກາະ Java, ຂະນະທີ່ໜ່ວຍກູ້ໄພຂອງອິນໂດເນເຊຍໄດ້ຊອກຫາຜູ້ປະສົບເຄາະຮ້າຍຢູ່ໃຕ້ຊັ້ນຂີ້ເທົ່າ, ບາງເທື່ອກໍຂຸດດ້ວຍມືເປົ່າ. ພູເຂົາໄຟ Semeru, ເປັນພູເຂົາທີ່ສູງທີ່ສຸດໃນເກາະ Java, ໄດ້ຖິ້ມຂີ້ເຖົ່າ ແລະ ເມກຮ້ອນຂຶ້ນເທິງຟ້າ ໃນວັນເສົາ, ເຊິ່ງເຮັດໃຫ້ບ້ານໃກ້ຄຽງຢູ່ໃນແຂວງ Java ຕາເວັນອອກ ແລະ ເຮັດໃຫ້ຜູ້ຄົນຈຳນວນຫຼວງຫຼາຍແຕກຕຶ່ນຫລົບຫນີໄປດ້ວຍຄວາມຕື່ນຕົກໃຈ. ຂໍ້ມູນ ສຳນັກຂ່າວ ຣອຍເຕີ້ Villagers look at the broken bridge destroyed by the lava flow following the eruption of Mount Semeru in Lumajang district, East Java province, Indonesia, ...
Read More »ໂຮງງານຜະລິດຢາເລກ3 ຈະຕັ້ງຊື່ ຢາປົວໂຄວິດ ໂມລນູພິຣາເວຍ ເປັນ ໂມລາໂຄເວຍ (MOLACOVIR)
ທ່ານ ລາຫຸນ ຈັນທະບຸດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໄດ້ໃຫ້ສຳພາດ ກ່ຽວກັບການກຽມຜະລິດຢາຕົວຢ່າງໂມລນູພິຣາເວຍ ໃຊ້ປິ່ນປົວຜູ້ຕິດເຊື້ອໂຄວິດ-19. ແລະ ໜຶ່ງໃນຂໍ້ມູນ ໃນລະຫວ່າງການສຳພາດ ກ່ຽວກັບການຕັ້ງຊື່ຢາ ແລະ ປະລິມານການໃຊ້ຢາດັ່ງກ່າວຄື: “ຄາດວ່າໃນເດືອນທັນວາ 2021 ນີ້ ພວກເຮົາຈະກະກຽມຜະລິດຢາຕົວຢ່າງ ເພື່ອໄປກວດສອບກ່ອນ ແລະ ຢາຕົວໃໝ່ທີ່ຈະຜະລິດນີ້ແມ່ນຈະໃຊ້ປະລິມານຕາມນໍ້າໜັກ ໃນເອກະສານແມ່ນ 7 ມິນລີກຣາມຢາ ຕໍ່ນໍ້າໜັກຄົນ 1 ກິໂລກຣາມ, ເຊິ່ງກິນປະມານ 5-7 ມື້ ແລະ ຢານີ້ແມ່ນໃຊ້ກັບຜູ້ທີ່ກວດພົບເຊື້ອໂຄວິດແລ້ວເທົ່ານັ້ນ (ຜູ້ຕິດເຊື້ອໄດ້ 1-2 ມື້ແມ່ນໃຫ້ເລີ່ມກິນໄດ້ເລີຍ) ສ່ວນວ່າຈະໃຊ້ໄດ້ກັບກຸ່ມອາຍຸຄົນໃດແນ່ນັ້ນຕ້ອງປຶກສາແພດອີກຄັ້ງ ແລະ ຕົວຢາທີ່ໂຮງງານພວກເຮົາຈະທົດລອງຜະລິດອອກມານີ້ ແມ່ນພວກເຮົາຈະໃສ່ຊື່ວ່າ: ໂມລາໂຄເວຍ (MOLACOVIR)”. ຂໍ້ມູນ ເສດຖະກິດການຄ້າ ຈະຕັ້ງຊື່ ຢາປົວໂຄວິດ ໂມລນູພິຣາເວຍ ເປັນ ໂມລາໂຄເວຍ (MOLACOVIR)
Read More »ຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ ຄືບໜ້າ 23% ຄາດ 2024 ໄດ້ນໍາໃຊ້
ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ໄດ້ໃຫ້ສໍາພາດເມື່ອທ້າຍເດືຶອນພະຈິກວ່າ: ການຈັດຕັ້ງປະຕິບັດໂຄງການເລີ່ມແຕ່ເດືອນມັງກອນ 2021 ມາຮອດປັດຈຸບັນ (ທ້າຍເດືອນ 11) ມີຄວາມຄືບໜ້າຄື: ສັນຍາ 1 ປະຕິບັດໄດ້ 18% ລື່ນແຜນ 5,5% ສ່ວນສັນຍາທີ 2 ປະຕິບັດໄດ້ 24% ລື່ນແຜນ 2,35%.ສະເລ່ຍຄວາມຄືບໜ້າທັງ 2 ສັນຍາ 23,62% ລື່ນແຜນ 3,42% ໃນນັ້ນ. ສັນຍາທີ 1 ແມ່ນການສ້າງຂົວກາງນໍ້າ ເຊິ່ງແບ່ງກັນຝ່າຍລະເຄິ່ງ ປັດຈຸບັນກໍາລັງຂຸ້ນຂ້ຽວເທເສົາເບຕົງທັງໝົດ ແລະ ກະກຽມສ້າງໂຄງການອື່ນຕໍ່ໄປ. ສັນຍາທີ 2 ແມ່ນທາງເຂົ້າຂົວເລີ່ມຈາກເສັ້ນທາງເລກທີ 13 ເຂົ້າຫາຂົວທັງໝົດ 2.860 ແມັດ ແລະ ຫຼັງຈາກນັ້ນແມນການກໍ່ສ້າງອາຄານຜູ້ໂດຍສານ ແລະ ອາຄານສິນຄ້າ. ພາຍຫຼັງສໍາເລັດຄາດວ່າ ຂົວແຫ່ງທີ 5 ນີ້ຈະອໍານວຍຄວາມສະດວກຫຼາຍຢ່າງໃຫ້ກັບປະຊາຊົນ 2 ປະເທດ ໃນການໄປມາຫາສູ່ກັນ ລວມທັງການຈໍລະຈອນສິນຄ້າ, ສ້າງເງື່ອນໄຂເຊື່ອມໂຍງພາກພື້ນ, ເປັນແລວເສດຖະກິດທີ່ສໍາຄັນ, ...
Read More »ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 46 ປີ
ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 46 ປີຂໍສະແດງຄວາມນັບຖື ຮັກແພງ ພີ່ນ້ອງຮ່ວມຊາດ!ບັນດາສະຫາຍ, ເພື່ອນມິດ ທີ່ຮັກແພງ ທັງຫລາຍ!ຂປລ. ມື້ນີ້, ວັນທີ 2 ທັນວາ 2021 ທີ່ພວກເຮົາ ກຳລັງສະເຫລີມສະຫລອງຄົບຮອບ 46 ປີ ຢູ່ນີ້, ພວກເຮົາຈົ່ງພ້ອມກັນຫວນຄືນ ພິທີ ທີ່ເປັນເຫດການປະຫວັດສາດຂອງມື້ນີ້. ກ່ອນໜ້ານີ້ 46 ປີ ຄື ວັນທີ 2 ທັນວາ 1975, ເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຢ່າງກ້ອງກັງວານ ວ່າ: “ ນັບແຕ່ມື້ນີ້ ເປັນຕົ້ນໄປ ປະຊາຊົນລາວທຸກໆເຜົ່າ, ທຸກຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ຈະໄດ້ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນ ຂອງຕົນ…” ...
Read More »ຜູ້ຜະລິດວັກຊີນທົ່ວໂລກໄດ້ປະກາດຄວາມພະຍາຍາມທີ່ຈະຍົກລະດັບວັກຊີນ COVID-19 ຂອງພວກເຂົາຕໍ່ກັບ Omicron
ຜູ້ຜະລິດວັກຊີນທົ່ວໂລກໄດ້ປະກາດຄວາມພະຍາຍາມທີ່ຈະຍົກລະດັບວັກຊີນ COVID-19 ຂອງພວກເຂົາຕໍ່ກັບ Omicron, ເຊິ່ງເປັນສາຍພັນຂອງພະຍາດໂຄວິດ ທີ່ແຜ່ລາມໄປສູ່ຫຼາຍປະເທດ ແລະ ມີຈໍານວນເພີ່ມຂຶ້ນໃນທົ່ວໂລກ. ແລະ ຜູ້ຜະລິດວັກຊີນຂອງຈີນແມ່ນບໍ່ໄດ້ຕົກຢູ່ຫລັງແຕ່ຢ່າງໃດ.ບໍລິສັດ CanSino Biologics, ບໍລິສັດການຢາຂອງຈີນ ທີ່ພັດທະນາວັກຊີນ COVID-19 ແບບໃຊ້ພຽງໂດສດຽວ, ກ່າວໃນວັນທີ 28 ພະຈິກວ່າ, ພວກເຂົາໄດ້ເອົາໃຈໃສ່ຢ່າງໃກ້ຊິດກັບ ສາຍພັນ Omicron ແລະ ໄດ້ເຂົ້າໃນຂະບວນການເກັບກໍາຂໍ້ມູນ ແລະ ການວິເຄາະຂອງ ເຖິງລັກສະນະຕ່າງໆຂອງ ສາຍພັນໃໝ່ນີ້. CanSino ຫມັ້ນໃຈວ່າ ພວກເຂົາຈະສາມາດພັດທະນາວັກຊີນໃຫມ່ ເພຶ່ອ ຕໍ່ສູ້ກັບ ສາຍພັນທີ່ທົ່ວໂລກກຳລັງກັງວົນຢູ່ໃນຄະນະນີ້. ແລະ ຈະໃຊ້ໄລຍະເວລາທີ່ສັ້ນທີ່ສຸດໂດຍການໃຊ້ ແພດຟອມເຕັກໂນໂລຍີວັກຊີນໄວຣັດ viral vector vaccine ທີ່ອີງໃສ່ Adenovirus ແລະ ແພດຟອມເຕັກໂນໂລຢີ mRNA (Adenovirus-based viral vector vaccine technology platform and mRNA technology platform) ຜູ້ຕາງຫນ້າຂອງບໍລິສັດກ່າວວ່າ. ຜູ້ຜະລິດວັກຊີນທົ່ວໂລກໄດ້ປະກາດຄວາມພະຍາຍາມທີ່ຈະຍົກລະດັບວັກຊີນ COVID-19
Read More »