ລົດໄຟຂົນສົ່ງສິນຄ້າ 2 ຂະບວນ ທຳອິດ ທີ່ບັນທຸກລົດບັນທຸກ, ໝາກຖົ່ວ, ຊິ້ນສ່ວນລົດຈັກ, ສານເຄມີ ແລະ ຜະລິດຕະພັນອື່ນໆ ໄດ້ອອກເດີນທາງຈາກນະຄອນ ເສີງຕູ Chengdu ມົນທົນເສສວນ ແລະ ນະຄອນສົງຊິງ ຕາມລຳດັບໃນວັນເສົາ ທີ 4 ທັນວາ 2021 ທີ່ຜ່ານມາ.
ລົດໄຟຂະບວນດັ່ງກ່າວ ຈະມາຮອດນະຄອນຫຼວງວຽງຈັນ, ສປປ ລາວ ພາຍໃນເວລາ 3 ມື້, ກໍ່ຄືມື້ນີ້ ວັນທີ 7 ທັນວາ 2021. ນອກຈາກທີ່ເປັນເສັ້ນທາງໄວ້ໂດຍສານໄປມາຫາສູ່ກັນແລ້ວ ມັນຍັງຈະເປັນເສັ້ນທາງແຫ່ງການຄ້າ ທີ່ສຳຄັນທີ່ສຸດ ທີ່ຈະເຮັດໃຫ້ການຂົນສົ່ງເຂົ້າລາວ ຫຼືສົ່ງອອກ ມີປະສິດຕິພາບ, ປອດໄພ ແລະ ປະຢັດກວ່າ ຖ້າທຽບໃສ່ການຂົນສົ່ງທາງອາກາດ ແລະທາງລົດ.




