ລົດໄຟ ລາວ-ຈີນ ຈະເປີດ ໃຫ້ ບໍລິການກ່ອນພຽງ 6 ສະຖານີ

ລົດໄຟ ລາວ-ຈີນ ຈະເປີດ ໃຫ້ ບໍລິການກ່ອນພຽງ 6 ສະຖານີ

ລົດໄຟ ລາວ-ຈີນ ຈະເປີດ ໃຫ້
ບໍລິການກ່ອນພຽງ 6 ສະຖານີ


ໂຄງການລົດໄຟລາວ-ຈີນ ພາຍຫລັງເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ໃນເບື້ອງຕົ້ນ ຈະເປີດໃຫ້ບໍລິການກ່ອນພຽງ 6 ສະຖານີ ຂອງຈຳນວນສະຖານີຮັບຜູ້ໂດຍສານທັງໝົດ 10 ແຫ່ງ, ສ່ວນສະຖານີທີ່ຍັງເຫລືອ ແມ່ນຈະເປີດໃຫ້ບໍລິການໃນໄລຍະຕໍ່ໄປ. ໃນນັ້ນມີ:
ສະຖານີນະຄອນຫລວງວຽງຈັນ,
ສະຖານີໂພນໂຮງ,
ສະຖານີວັງວຽງ,
ສະຖານີຫລວງພະບາງ,
ສະຖານີເມືອງໄຊ
ສະຖານີບໍ່ເຕ່ນ
ແລະ ງົດໃຫ້ບໍລິການລະຫວ່າງປະເທດ.

ຈະເປີດບໍລິການລົດໄຟສາຍພາຍໃນ 2 ຄູ່/ມື້:

ຄຸ່ທີ່1 :ຈາກນະຄອນຫລວງວຽງຈັນ ໄປບໍ່ເຕ່ນ (ເວລາອອກເບື້ອງຕົ້ນ 8:00 ໂມງ ເຖິງສະຖານີບໍ່ເຕ່ນ 11:20ໂມງ), ສ່ວນຂາກັບ ອອກຈາກສະຖານີບໍ່ເຕ່ນ 12:15 ໂມງ ເຖິງສະຖານີ ນະຄອນຫລວງ 15:19ໂມງ)
ຄູ່ທີ່2 :ຈາກນັ້ນຈະເປີດໃຫ້ບໍລິການຕໍ່ຈາກນະຄອນຫລວງ ໄປ ຫລວງພະບາງ 1 ຄູ່ (ເວລາອອກເບື້ອງຕົ້ນຈາກສະຖານີນະຄອນຫລວງວຽງຈັນ 16:10ໂມງ ລົດໄຟອອກເຖິງ ສະ ຖານີຫລວງພະບາງ 18:02ໂມງ ຂາກັບຈາກສະຖານີຫລວງພະບາງ 18:50ໂມງ ເຖິງສະຖານີນະ ຄອນຫລວງ 20:46 ໂມງ).
ຂໍ້ມູນ ຂປລ.

Comments