News

ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022” ທີ່ຈະຈັດຂື້ນໃນວັນທີ 25-29 ມັງກອນ 2022

ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022”    ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການຈັດງານ “ເທດສະການອາຫານລາວ 2022” , ທ່ານນາງ ຈັນທະຈອນ ວົງໄຊ ໃນວັນທີ 5 ມັງກອນ 2022, ເວລາ 14:00 ໂມງ ທີ່ຕຶກ K&C, ໂດຍການເຂົ້າຮ່ວມ ຈາກຫຼາຍພາກສ່ວນ ທັງສະມາສິກ, ຄະນະຮັບຜິດຊອບງານ , ຜູ້ອຸປະຖຳງານ ບໍລິສັດເບຍລາວ ແລະ ນັກຂ່າວສື່ມວນຊົນຈາກພາກສ່ວນຕ່າງໆທີ່ໄດ້ເຂົ້າຮ່ວມງານຖະແຫລງຂ່າວຢ່າງພ້ອມໜ້າ. ໃນປີ 2022 ນີ້ ເທດສະການອາຫານ ຈະໄດ້ຈັດຂຶ້ນ ພາຍໃຕ້ຄໍາຂວັນ: “ເທດສະການອາຫານລາວ ຕາມ ວິຖີຊີວິດປົກກະຕິແແບບໃໝ່” (Lao food festival New normal ) 2022. ສທຍ ຈະຂັດຈ້ອນເລືອກເຟັ້ນ, ເອົາຮ້ານອາຫານລາວ ທີ່ໂດດເດັ່ນ ພຽງ 120 ຮ້ານເທົ່ານັ້ນ, ເພື່ອຮັກສາໄລຍະຫ່າງ, ຈະມີຮ້ານອາຫານລາວ ຈາກຕົວແທນທົ່ວປະເທດແລະ ຜູ້ສະໜັບສະໜູນ 109 ຮ້ານ ແລະ ...

Read More »

5 ສາເຫດຫຼັກ ແລະ 3 ແນວທາງ ແກ້ໄຂລົດຕົກຄ້າງ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ຂອງເຈົ້າແຂວງຫຼວງນໍ້າທາ.

5 ສາເຫດຫຼັກ ລົດຂົນສົ່ງສິນຄ້າຕົກຄ້າງເປັນຈໍານວນຫຼວງຫຼາຍ ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ. 1. ທາງຝ່າຍຈີນໄດ້ເພີ່ມມາດຕະການເຂັ້ມງວດ ແລະ ມາເຖິງວັນທີ 4/10/2021 ກວດພົບໂຊເຟີລາວຕິດເຊື້ອໂຄວິດ-19, ນັບແຕ່ວັນທີ 5/10/2021 ຝ່າຍຈີນໄດ້ປິດດ່ານສາກົນບໍ່ຫານ, ຕໍ່ກັບສະພາບການດັ່ງກ່າວ ອົງການປົກຄອງແຂວງຫຼວງນໍ້າທາ ໄດ້ພະຍາຍາມ ປະສານພົວພັນນໍາຝ່າຍຈີນ ຫຼາຍຄັ້ງ ຈິ່ງໄດ້ຕົກລົງເປັນເອກະພາບກັນ ເປີດດ່ານຄືນໃໝ່ເປັນການທົດລອງ ຊຶ່ງເລີ່ມແຕ່ວັນທີ 15/11/2021 ເປັນຕົ້ນມາ ໂດຍເລັ່ງໃສ່ແກ້ໄຂສະເພາະ ລົດຂົນສົ່ງສິນຄ້າ ແຕ່ບໍ່ອະນຸຍາດໃຫ້ບຸກຄົນທົ່ວໄປເຂົ້າ-ອອກ ໄດ້ເທື່ອ (ຍົກເວັ້ນຄົນຈີນ ທີ່ຈະກັບຄືນປະເທດ ສະເລ່ຍ 100-150 ຄົນ/ມື້, ແຕ່ກ່ອນການສົ່ງອອກຕ້ອງໄດ້ຜ່ານການກັກກັນຢູ່ເຂດຢ່າງໜ້ອຍ 7 ວັນ ແລະ ກວດເຊື້ອພະຍາດ 4 ຄັ້ງ ຜົນອອກມາເປັນລົບ ຈິ່ງສາມາດເຂົ້າໄປປະເທດ ຈີນ ໄດ້).  2. ແຕ່ລະມື້ມີລົດຂົນສົ່ງສິນຄ້າເຂົ້າໄປຈີນ ສະເລ່ຍ ໄດ້ພຽງແຕ່ 150 ຄັນ/ມື້ ແລະ ລົດເປົ່າອອກມາ 50 ຄັນ/ມື້, ແຕ່ລົດຂົນສົ່ງສິນຄ້າເຂົ້າມາລໍຖ້າເພື່ອຂົນສົ່ງສິນຄ້າອອກໄປ ສປ ຈີນ ປະມານ 350 ຄັນ/ມື້ ເຮັດໃຫ້ມີລົດຕົກຄ້າງເປັນຈໍານວນຫຼວງຫຼາຍ. ...

Read More »

ຜົ້ງສາລີ ເກີດແຜ່ນດິນໄຫວຊຳ້ຊ້ອນເຖິງ 3 ຄັ້ງ,

ຄັ້ງທີ1: ວັນທີ 24 ທັນວາ 2021, ເວລາປະມານ 20:44 ຄວາມແຮງສັ່ນສະເທືອນວັດແທກໄດ້ 5,7 ຣິກເຕີ້, ເຊິ່ງມີຄວມເລີກ ຈາກເທິງຫນ້າດິນປະມານ 10 Km ຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງ ຍອດອູ ແຂວງຜົ້ງສາລີ. ຄວາມເສຍຫາຍຫຼາຍຢ່າງລວມທັງຫມົດ 20 ບ້ານ ຄິດສະເລ່ຍ ມູນຄ່າທັງຫມົດປະມານ: 1,4 ຕື້ກວ່າກີບ ຄັ້ງທີ 2: ວັນທີ 25 ທັນວາ 2021 18:55 ໂມງ ຄວາມແຮງສັ່ນສະເທືອນວັດແທກໄດ້ 3,5 ຣິກເຕີ, ມີຄວາມເລີກຈາກຫນ້າດິນ 10 Km ເຊິ່ງຈຸດເກີດແຜ່ນດິນ ໄຫວຢູ່ທີ່ບໍລິເວນ ບ້ານໂຈ້ກາເກົ່າ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ( ຍັງບໍ່ມີ ການລາຍງານຜົນເສຍຫາຍ ) ຄັ້ງທີ 3: ວັນທີ 26 ທັນວາ 2021 ເວລາ 05:16 ໂມງ. ຄວາມແຮງສັ່ນສະເທືອນວັດແທກໄດ້ 3,3 ຣິກເຕີ, ...

Read More »

ພິທີລົງນາມໂຄງການຊ່ວຍເຫລືອລ້າ ຈາກຍີ່ປຸ່ນ ແກ່ສະໜາມບິນສາກົນຂອງລາວ

      ໃນວັນທີ 20 ທັນວາ 2021 ທີ່ກະຊວງການຕ່າງປະເທດ, ໄດ້ຈັດພິທີລົງນາມເອກະ ສານແລກປ່ຽນ ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອສະໜອງອຸປະກອນອໍານວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ. ຕາງໜ້າຝ່າຍລາວ ຮ່ວມລົງນາມໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພະນັກງານກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.       ການຊ່ວຍເຫລືອໃນຄັ້ງນີ້, ແມ່ນໂຄງການຊ່ວຍເຫລືອລ້າ ນອກໂຄງການ (Non-Project) ເພື່ອສະໜອງອຸປະກອນອໍານວຍຄວາມສະດວກ ໃຫ້ແກ່ສະໜາມບິນສາກົນຂອງລາວ, ມູນຄ່າ 1 ຕື້ເຢນ ຫລື ປະມານ 8,77 ລ້ານ ໂດລາສະຫະລັດ.  ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ...

Read More »

ສະຖິຕິໂຄວິດ-19 ທົ່ວໂລກ Updated on December 10, 2021 9:01 am

ສະຖິຕິໂຄວິດ-19 ທົ່ວໂລກ Updated on December 10, 2021 9:01 am

Read More »

ວັກຊີນ Astra Zeneca ຈຳນວນ 283,400 ໂດສ໌ ຈາກລັດຖະບານແຫ່ງມາເລເຊຍ ໄດ້ຮອດ ສປປ ລາວ ແລ້ວ.

ລັດຖະບານແຫ່ງມາເລເຊຍ ໄດ້ໃຫ້ການຊ່ວຍເຫຼືອວັກຊີນກັນພະຍາດ ໂຄວິດ-19 Astra Zeneca ຈໍານວນ 283,400 ໂດສ໌ ເເກ່ ສປປ ລາວ ໃນຕອນຄຳ່ຂອງວັນທີ 8 ທັນວາ 2021 ນີ້ ທີ່ສະໜາມບິນສາກົດວັດໄຕ.ໂດຍໃຫ້ກຽດເຂົ້ນຮ່ວມຂອງທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ນາງ Rafiqa Hazura Md Ridzuan ອຸປະທູດຊົ່ວຄາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.ໂດຍຈະນຳເອົາວັກຊີນດັ່ງກ່າວມາເສີມຂະຫຍາຍຂະບວນການສັກວັກຊີນກັນພະຍາດໂຄວິດ-19, ໂດຍສະເພາະໃນປັດຈຸບັນນີ້ທີ່ ສປປ ລາວ ໄດ້ກໍານົດເປົ້າໝາຍໃໝ່ຂອງການສັກວັກຊີນໃຫ້ໄດ້ 70 ເປີເຊັນ ຂອງປະຊາກອນທັງໝົດໃນທ້າຍປີ 2021 ນີ້. ຂໍ້ມູນ Centre of Information and Education for Health

Read More »

ຊົມເຊີຍ ສະຫະລັດອາເມລິກາ ຈະມອບວັກຊິນໄຟເຊີ ເພິ່ມອີກ ໃຫ້ແກ່ ສປປ ລາວ.

ຕາມການລາຍງານ U.S. Embassy Vientiane ໄດ້ໃຫ້ຮູ້ວ່າ: ສະຫະລັດອາເມລິກາ ຈະມອບວັກຊິນໄຟເຊີ ຈຳນວນ 1,700,000 ໂດສ ໃຫ້ແກ່ ສປປ ລາວໂດຍຜ່ານໂຄງການໂຄແວັກ! ວັກຊິນໄຟເຊີ ແມ່ນຖືກຮັບຮອງໂດຍອົງການອະນາໄມໂລກ ໃຫ້ສາມາດສັກໄດ້ໃນກຸ່ມຄົນທີ່ມີອາຍຸ 12 ປີຂຶ້ນໄປ. ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມກັບຄູ່ຮ່ວມງານໂຄງການໂຄແວັກຂອງພວກເຮົາຄື ອົງການອະນາໄມໂລກ ແລະ ອົງການຢູນີເຊບ ກຳລັງເຮັດວຽກຮ່ວມກັນເພື່ອນຳວັກຊິນນີ້ມາ ສປປ ລາວ ໃຫ້ໄວເທົ່າທີ່ຈະໄວໄດ້.

Read More »

ຜົນສໍາເລັດ ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຂອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ

   ໃນລະຫວ່າງວັນທີ 6-8 ທັນວາ 2021 ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສໍາເລັດການຢ້ຽມຢາມສັນຖະວະໄມຕີ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຢ່າງເປັນທາງການ.  ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ສະຫາຍ ປະທານສະພາແຫ່ງຊາດ ໄດ້ເຂົ້າຢ້ຽມຂໍ່ານັບ ບັນດາການນໍາຂັ້ນສູງພັກ-ລັດ ແຫ່ງ ສສ ຫວຽດນາມ ເປັນຕົ້ນ ຢ້ຽມຂໍ່ານັບ: 1. ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ;  2. ຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ;  3. ຢ້ຽມຢາມພົບປະ ສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ...

Read More »

ໂຄວິດໃນຍີ່ປຸ່ນ ຈໍານວນຜູ້ເສຍຊີວິດຫລຸດຕໍ່າທີ່ສຸດ ສະເລ່ຍບໍ່ຮອດ 1 ຄົນຕໍ່ມື້

ສະຖານະການໂຄວິດໃນຍີ່ປຸ່ນດີຂຶ້ນເລື້ອຍໆ ມີຍອດຜູ້ເສຍຊີວິດສະເລ່ຍເຫລືອບໍ່ເຖິງ 1 ຄົນຕໍ່ມື້ ເຖິງວ່າບໍ່ໄດ້ ລັອກດາວ. People wearing protective masks, amid the coronavirus disease (COVID-19) outbreak, make their way in Tokyo, Japan, August 6, 2021. REUTERS/Kim Kyung-Hoon ວັນທີ 7 ທັນວາ 2021, ສໍານັກຂ່າວບລູມເບິກ (Bloomberg) ລາຍງານວ່າ: ໃນຮອບອາທິດຜ່ານມາ ຍີ່ປຸ່ນພົບຜູ້ ເສຍຊີວິດຈາກພະຍາດໂຄວິດ-19 ພຽງ 6 ຄົນ ຫລື ຄິດເປັນຄ່າສະເລ່ຍບໍ່ເຖິງ 1 ຄົນຕໍ່ມື້.    ໂດຍສະຖານະການການລະບາດໃນຍີ່ປຸ່ນຖືວ່າດີຂຶ້ນຢ່າງຕໍ່ເນື່ອງ ໂດຍລາຍງານຜູ້ຕິດເຊື້ອປະຈໍາວັນທີ 6 ທັນວາ ຜ່ານມາ ມີຜູ້ຕິດເຊື້ອຕໍ່ວັນ 54 ຄົນ, ຂະນະທີ່ຄ່າສະເລ່ຍຕໍ່ອາທິດຢູ່ປະມານ 100 ຄົນຕໍ່ມື້.    ຍີ່ປຸ່ນຖືເປັນປະເທດທີ່ບໍ່ເຄີຍໃຊ້ມາດຕະການລັອກດາວແບບຈິງຈັງມາກ່ອນ ໂດຍສ່ວນຫລາຍເປັນພຽງການຂໍ ການຮ່ວມມືເທົ່ານັ້ນ, ...

Read More »

ໂຕໂຍຕ້າ ຈະສ້າງໂຮງງານໝໍ້ໄຟ ສຳລັບລົດ EV ຢູ່ US

ໂຕໂຍຕ້າ ຈະສ້າງໂຮງງານໝໍ້ໄຟ ສຳລັບລົດ EV ຢູ່ USບໍລິສັດ ໂຕໂຍຕ້າ ມໍເຕີ ຈະສ້າງໂຮງງານຜະລິດແບັດເຕີລີ່ແຫ່ງໃໝ່ ມູນຄ່າ 1.29 ຕື້ໂດລາ ໃຫ້ກັບລົດທີ່ໃຊ້ລະບົບຂັບເຄື່ອນດ້ວຍພະລັງງານໄຟຟ້າ ໃນລັດ North Carolina, ບໍລິສັດໄດ້ປະກາດໃນຕອນບ່າຍວັນຈັນທີ່ຜ່ານມາ. ບໍລິສັດຄາດວ່າສິ່ງອໍານວຍຄວາມສະດວກດັ່ງກ່າວຈະສາມາດຜະລິດແບດເຕີລີ່ lithium-ion ພຽງພໍສໍາລັບຍານພາຫະນະໄຟຟ້າທັງຫມົດ 200,000 ແລະ ຫົວປັກຊາດພະລັງງານ plug-in hybrid ຄາດວ່າຈະເລິ່ມຕົ້ນການຜະລິດໃນຕົ້ນໃນປີ 2025. ບໍລິສັດກ່າວວ່າ ພວກເຂົາໄດ້ວາງແຜນທີ່ຈະຂະຫຍາຍການຜະລິດຫມໍ້ໄຟ ໃຫ້ໄດ້ສູງສຸດເຖິງ 1,2 ລ້ານ ຄັນ ຕໍ່ປີ. ບໍລິສັດ ໂຕໂຢຕ້າ ກ່າວວ່າ ໂຮງງານແຫ່ງນີ້ ໃກ້ກັບເມືອງ Greensboro ໃນພາກກາງຂອງລັດ North Carolina ຄາດວ່າຈະສ້າງວຽກເຮັດງານທຳ 1,750 ຄົນໃນລັດ. ການ​ລົງ​ທຶນ​ໃນ​ສະ​ຖານ​ທີ່​ດັ່ງ​ກ່າວ​ແມ່ນມີ​ກໍາ​ນົດ​ຮອດ​ປີ 2031​.

Read More »