ຈະຕັ້ງຊື່ ຢາປົວໂຄວິດ ໂມລນູພິຣາເວຍ ເປັນ ໂມລາໂຄເວຍ (MOLACOVIR)

ໂຮງງານຜະລິດຢາເລກ3 ຈະຕັ້ງຊື່ ຢາປົວໂຄວິດ ໂມລນູພິຣາເວຍ ເປັນ ໂມລາໂຄເວຍ (MOLACOVIR)

ທ່ານ ລາຫຸນ ຈັນທະບຸດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໄດ້ໃຫ້ສຳພາດ ກ່ຽວກັບການກຽມຜະລິດຢາຕົວຢ່າງໂມລນູພິຣາເວຍ ໃຊ້ປິ່ນປົວຜູ້ຕິດເຊື້ອໂຄວິດ-19. ແລະ ໜຶ່ງໃນຂໍ້ມູນ ໃນລະຫວ່າງການສຳພາດ ກ່ຽວກັບການຕັ້ງຊື່ຢາ ແລະ ປະລິມານການໃຊ້ຢາດັ່ງກ່າວຄື: “ຄາດວ່າໃນເດືອນທັນວາ 2021 ນີ້ ພວກເຮົາຈະກະກຽມຜະລິດຢາຕົວຢ່າງ ເພື່ອໄປກວດສອບກ່ອນ ແລະ ຢາຕົວໃໝ່ທີ່ຈະຜະລິດນີ້ແມ່ນຈະໃຊ້ປະລິມານຕາມນໍ້າໜັກ ໃນເອກະສານແມ່ນ 7 ມິນລີກຣາມຢາ ຕໍ່ນໍ້າໜັກຄົນ 1 ກິໂລກຣາມ, ເຊິ່ງກິນປະມານ 5-7 ມື້ ແລະ ຢານີ້ແມ່ນໃຊ້ກັບຜູ້ທີ່ກວດພົບເຊື້ອໂຄວິດແລ້ວເທົ່ານັ້ນ (ຜູ້ຕິດເຊື້ອໄດ້ 1-2 ມື້ແມ່ນໃຫ້ເລີ່ມກິນໄດ້ເລີຍ) ສ່ວນວ່າຈະໃຊ້ໄດ້ກັບກຸ່ມອາຍຸຄົນໃດແນ່ນັ້ນຕ້ອງປຶກສາແພດອີກຄັ້ງ ແລະ ຕົວຢາທີ່ໂຮງງານພວກເຮົາຈະທົດລອງຜະລິດອອກມານີ້ ແມ່ນພວກເຮົາຈະໃສ່ຊື່ວ່າ: ໂມລາໂຄເວຍ (MOLACOVIR)”. ຂໍ້ມູນ ເສດຖະກິດການຄ້າ

ຈະຕັ້ງຊື່ ຢາປົວໂຄວິດ ໂມລນູພິຣາເວຍ ເປັນ ໂມລາໂຄເວຍ (MOLACOVIR)

Comments