ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ຕອບຮັບຄຳເຊີນຂອງ ທ່ານ ເວືອງ ດິງ ເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານ ສະພາແຫ່ງຊາດລາວ ທ່ານ ໄຊສົມພອນ ພົມວິຫານ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ໄປຢ້ຽມຢາມມິດຕະພາບ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຢ່າງເປັນທາງການ ນັບແຕ່ວັນທີ 06-08/12/ 2021. ການທີ່ ທ່ານ ໄຊສົມພອນ ພົມວິຫານ ເລືອກເອົາຫວຽດນາມ ເປັນປະເທດທຳອິດໃນການໄປຢ້ຽມ ຢາມຕ່າງປະເທດ ພາຍຫລັງທີ່ທ່ານໄດ້ຮັບເລືອກຕັ້ງເປັນ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນການສະແດງ ລັກສະນະພິເສດຂອງພິເສດ ໃນສາຍພົວພັນຂອງສອງປະເທດ, ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງສອງພັກ, ສອງລັດຖະບານ ໃນການຮັກສາໄວ້ ທ່າການຂະຫຍາຍຕົວສາຍພົວພັນຮ່ວມມືຂອງສອງຝ່າຍ. ຍ້ອນແນວນັ້ນ, ຈຶ່ງເປັນການຢ້ຽມຢາມທີ່ມີຄວາມ ໝາຍສຳຄັນ, ເຊິ່ງບໍ່ພຽງແຕ່ເພີ່ມທະວີ, ປັບປຸງສາຍພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແຕ່ຫາກຍັງເຮັດໃຫ້ການພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອ, ນຳ້ໃຈສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດຫວຽດນາມ-ລາວ ນັບມື້ເລິກເຊິ່ງຕື່ມອິກ.



