ການເປີດນຳໃຊ້ເສັ້ນທາງລົດໄຟແຫ່ງປະຫວັດສາດ ລາວ-ຈີນ

ການເປີດນຳໃຊ້ເສັ້ນທາງລົດໄຟແຫ່ງປະຫວັດສາດ ລາວ-ຈີນ

ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ສາຍແຫ່ງປະຫວັດສາດ ແມ່ນໄດ້ມີຄວາມໝາຍຄວາມສຳຄັນສູງສຸດຕໍ່ ສປປ ລາວ ທີ່ຄອງຄ່ອຍມາເປັນເວລາດົນນານ, ພ້ອມທັງຈະຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດ ແລະ ປະເທດແຫ່ງໂອກາດ, ເຊິ່ງລົດໄຟຈະມາອຳນວຍຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງທັງມວນຊົນ ແລະ ສິນຄ້າ, ຊ່ວຍຍູ້ແຮງເຮັດໃຫ້ບັນຍາກາດການຄ້າໃນປະເທດ ຈະກັບມາຄືກຄືນອີກຄັ້ງ ຫຼັງໄດ້ຮັບຜົນກະທົບຢ່າງໜັກຈາກໂຄວິດ-19 ລະບາດ.

ພິທີເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃນວັນທີ 3 ທັນວາ 2021 ຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງຜູ້ນຳສູງສຸດທັງ 2 ປະເທດ ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ. 

ທ່ານ ສີ ຈິ້ນຜິງ ກ່າວຕໍ່ພິທີເປີດລົດໄຟຮອບປະຖົມມະເລີກວ່າ: ເສັ້ນທາງລົດໄຟຈີນ-ລາວ ແມ່ນໂຄງການແບບຢ່າງທີ່ສອງຝ່າຍຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫລັງຈາກເສັ້ນທາງລົດໄຟເລີ່ມເປີດບໍລິການແລ້ວ ຈາກນະຄອນຄຸນໝິງ ປະເທດຈີນ ໄປຮອດນະຄອນຫລວງວຽງຈັນ ປະເທດລາວ ຈະບໍ່ແມ່ນໄລຍະທາງທີ່ຍາວໄກອີກແລ້ວ. ສອງຝ່າຍຄວນສືບຕໍ່ສຸມຄວາມພະຍາຍາມ ປະຕິບັດວຽກງານໃຫ້ໄດ້ຮັບຜົນສຳເລັດຕື່ມອີກ, ຮັກສາເສັ້ນທາງລົດໄຟໃຫ້ດີ ແລະດຳເນີນທຸລະກິດໃຫ້ດີ, ບຸກເບີກ ແລະ ສ້າງສາບໍລິເວນລຽບຕາມເສັ້ນທາງລົດໄຟໃຫ້ດີ, ສ້າງເສັ້ນທາງທີ່ປຽບເໝືອນຄຳ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ.

Comments