ລັດຖະມົນຕີກະຊວງ ຮສສ ສະເໜີໂຄງການອອກວິຊ່າເຮັດວຽກກະສິກຳ ຢູ່ປະເທດອົດສະຕາລີ,ໃຫ້ທູດອົດສະຕາລີຄົນໃໝ່ ປະຈຳລາວໃນວັນທີ 3 ທັນວາ 2021 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ພໍແຄລີ (Paul Kelly) ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ເພື່ອພົບປະ ແລະ ຫາລືວຽກງານທີ່ກ່ຽວຂ້ອງ.ໃນໂອກາດດັ່ງກ່າວ, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍ ທີ່ ທ່ານ Paul Kelly ໄດ້ມາເປັນເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ. ການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ປະເທດ ອົດສະຕາລີ ຈະເນັ້ນໃສ່ວຽກງານ:1. ວຽກງານແຮງງານ ແລະ ສະຫວັດດີການສັງຄົມ2. ວຽກງານເກັບກູ້ລະເບີດບໍ່ທັນແຕກ, 3. ວຽກງານສັງຄົມສົງເຄາະ, ໄພພິບັດ4. ວຽກງານສ້າງໂອກາດໃຫ້ແກ່ແຮງງານລາວ ໄດ້ໄປເຮັດວຽກຕາມໂຄງການອອກວິຊ່າກະສິກຳ ຢູ່ປະເທດອົດສະຕາລີ, ໂອກາດດຽວກັນ, ທ່ານ Paul Kelly ກໍໄດ້ສະແດງຄວາມຂອບໃຈ, ພ້ອມທັງແຈ້ງໃຫ້ຊາບ ກ່ຽວກັບການພິຈາລະນາໂຄງການອອກວີຊ່າກະສິກຳ ເພື່ອຊ່ວຍບັນຫາການຂາດແຄນແຮງງານ ຂອງປະເທດອົດສະຕາລີ ເຊິ່ງຕ້ອງການແມ່ນແຮງງານທີ່ມີສີມືລະດັບກາງ ແລະ ລະດັບຕຳ່, ເຊິ່ງການອອກວີຊ່າດັ່ງກ່າວ ຈະບໍ່ສະເພາະແຕ່ຂົງເຂດກະສິກຳ ແຕ່ຈະຂະຫຍາຍໄປສູ່ຂະແໜງການປະມົງ, ປ່າໄມ້ ແລະ ຂະແໜງ ປຸງແຕ່ງຊີ້ນ. ໂຄງການດັ່ງກ່າວນີ້, ຜ່ານມາແມ່ນຈະໃຫ້ແຕ່ບັນດາປະເທດ ທີ່ເຄີຍສົ່ງແຮງງານໄປປະ ເທດອົດສະຕາລີ ກ່ອນ, ແຕ່ກໍກຳລັງພິຈາລະນາໃຫ້ປະເທດອື່ນ ທີ່ຍັງບໍ່ເຄີຍສົ່ງແຮງງານໄປໄດ້ຄືກັນ ລວມທັງປະເທດລາວ, ໂດຍຈະເລີ່ມໃນກາງ ປີ 2022 ແລະ ຈະແຈ້ງລາຍລະອຽດໃຫ້ກະຊວງ ຮສສ ຮັບຊາບ. ທ່ານເອກອັກຄະລັດຖະທູດ ຢືນຢັນພ້ອມທີ່ຈະຊຸກຍູ້ສົ່ງເສີມ ແລະ ໃຫ້ການສະໜັບສະໜູນ ຮ່ວມມືກັບກະຊວງ ຮສສ ໃຫ້ປະສົບຜົນສຳເລັດຢ່າງມີປະສິດທິຜົນ ໃນອານາຄົດອັນໃກ້ນີ້.ຂໍ້ມູນ: ກະຊວງ ຮສສ ແລະ ຂປລ.




