News

ຈັດຕັ້ງປະຕິບັດມາດຕະການ ສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ

“ການຈັດຕັ້ງປະຕິບັດມາດຕະການ ການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ, ເປັນຕົ້ນ ຮັກສາອັດຕາເງິນເຟີ້ສະເລ່ຍໃນລະດັບ 1,5% ຊຶ່ງຢູ່ໃນຂອບສະພາແຫ່ງຊາດຮັບຮອງໝົດປີບໍ່ເກີນ 5%, ຮັກສາປະລິມານເງິນ M2 ຢູ່ໃນລະດັບ 9% ຊຶ່ງສະພາແຫ່ງຊາດຮັບຮອງສະເລ່ຍບໍ່ເກີນ 20%, ຮັກສາຄ່າເງິນກີບຢູ່ໃນກອບເໜັງຕີງບໍ່ເກີນ +5% ຕາມມະຕິສະພາແຫ່ງຊາດກຳນົດ, ຄຸ້ມຄອງສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາຄານທຸລະກິດ ແລະ ຕະຫຼາດ ສຳລັບເງິນກີບ ທຽບໃສ່ເງິນໂດລາສະຫະລັດ ສະເລ່ຍຢູ່ໃນລະດັບ 1,7% ແລະ ເງິນກີບ ທຽບໃສ່ເງິນບາດ ສະເລ່ຍຢູ່ໃນລະດັບ 0,4%  ຊຶ່ງເປັນອັດຕາທີ່ບໍ່ຕ່າງກັນຫຼາຍ“ ນອກຈາກນີ້, ລັດຖະບານກໍມີຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກງານທີ່ກຳນົດໃນມາດຕະການນີ້ ເປັນຕົ້ນການສົ່ງເສີມການຊຳລະສະສາງຜ່ານລະບົບທະນາຄານ,ການປັບປຸງໂຄງສ້າງລາຄານໍ້າມັນ (ຕັດຕົ້ນທຶນທີ່ພາໃຫ້ລາຄານໍ້າມັນສູງຂຶ້ນ), ການສົ່ງເສີມການໃຊ້ພະລັງງານທົດແທນ-ສົ່ງເສີມການນຳໃຊ້ລົດໄຟຟ້າໂດຍກຳນົດນະໂຍບາຍຫຼຸດຜ່ອນພາສີນຳເຂົ້າ, ສົ່ງເສີມການຜະລິດເປັນສິນຄ້າ ເພື່ອຫຼຸດຜ່ອນການນຳເຂົ້າ ແລະອື່ນໆ. ລັດຖະບານຈະເພີ່ມຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດບາງວຽກທີ່ກຳນົດໃນມາດຕະການກ່ຽວກັບການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍການເງິນເປັນຕົ້ນ ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອອຳນວຍຄວາມສະດວກ, ຊຸກຍູ້ ແລະ ຊ່ວຍເຫຼືອ ເພື່ອການຊຳລະສະສາງ; ການພັດທະນາຕະຫຼາດທຶນ ແລະ ຊຸກຍູ້ຕະຫຼາດຫຼັກຊັບ; ການຊຸກຍູ້, ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການຜະລິດສິນຄ້າ. ທ່ານ ທອງລຸນ ສີສຸລິດ ...

Read More »

ທົ່ວປະເທດ ມີຜູ້ຕິດເຊື້ອໄຂຍຸງລາຍ 4 ພັນກວ່າ ກໍລະນີ ເສຍຊີວິດ 14 ກໍລະນີ

6 ເດືອນຕົ້ນປີ 2019, ທົ່ວປະເທດ ມີຜູ້ຕິດເຊື້ອໄຂຍຸງລາຍ 4.527 ກໍລະນີ, ເສຍຊີວິດ 14 ກໍລະນີ. ໃນນັ້ນ, ແຂວງ ທີ່ຕິດເຊື້ອຫຼາຍກວ່າໝູ່ ແມ່ນແຂວງ ຈຳປາສັກ 1.549 ກໍລະນີ, ເສຍຊີວິດ 3 ກໍລະນີ, ແຂວງ ສະຫວັນນະເຂດ 719 ກໍລະນີ, ເສຍຊີວິດ 3 ກໍລະນີ, ນະຄອນຫຼວງວຽງຈັນ 718 ກໍລະນີ, ເສຍຊີວິດ 5 ກໍລະນີ, ແຂວງ ອັດຕະປື 466 ກໍລະນີ, ຫຼວງນ້ຳທາ 266 ກໍລະນີ, ຄຳມ່ວນ 234 ກໍລະນີ, ສາລະວັນ 244 ກໍລະນີ, ເສຍຊີວິດ 2 ກໍລະນີ, ບໍລິຄຳໄຊ 135 ກໍລະນີ, ເສຍຊີວິດ 1 ກໍລະນີ, ຖັດລົງມາແມ່ນ ແຂວງເຊກອງ, ວຽງຈັນ, ຫລວງພະບາງ, ໄຊຍະບູລີ, ...

Read More »

ມາເບິ່ງ!!!! ສາເຫດຂອງການອອກໃບຕາດິນຊໍ້າຊ້ອນ….

ຖືເປັນສິ່ງທີ່ຕິດພັນກັບການດໍາລົງຊີວິດ ພົວພັນກັບການເປັນຢູ່ຂອງປະຊາຊົນທຸກຄົນທີ່ໜ້າຕິດຕາມ ແລະ ໄດ້ຮັບຄວາມສົນໃຈຫຼາຍຈາກມວນຊົນ ໂດຍສະເພາະການອອກໃບທະບຽນທີ່ດິນຊໍ້າຊ້ອນ ມີຄຳຖາມອອກມາຫຼວງຫຼາຍຈົນຫຼາຍຄົນໄດ້ຖົກຖຽງກັນຍ້ອນເກີດຂຶ້ນຊຳເຮື້ອມາດົນ.ຕໍ່ກັບບັນຫາດັ່ງກ່າວ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດສຸດທີ VIII ຄັ້ງວັນທີ 10 ມິຖຸນາ 2019 ວ່າ: ສາເຫດຕົ້ນຕໍທີ່ພາໃຫ້ເກີດມີການອອກໃບຕາດິນຊໍ້າຊ້ອນ ສັງລວມໄດ້ ດັ່ງນີ້: 1. ກວດກາ ແລະ ການເກັບຂໍ້ມູນທີ່ດິນ ບໍ່ຊັດເຈນ. 2 ການເກັບກໍາຂໍ້ມູນເອກະສານທີ່ພົວພັນກັບທີ່ດິນ ຍັງບໍ່ເປັນລະບົບ. 3 ການອອກໃບຕາດິນ ບໍ່ປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ເປັນຕົ້ນ ມາດຕາ 49, 50 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2003. ການອອກໃບຕາດິນ ບາງກໍລະນີ ບໍ່ມີການກວດກາພິສູດຫຼັກຖານໃຫ້ແນ່ນອນ ຊຶ່ງເປັນສາເຫດໜຶ່ງ ທີ່ພາໃຫ້ມີການນໍາເອົາເອກະສານທີ່ດິນ ໄປອອກໃບຕາດິນຊໍ້າຊ້ອນ. 4 ຍັງບໍ່ມີເຄື່ອງມືທີ່ທັນສະໄໝ ໃນການສໍາຫຼວດ, ວັດແທກ ແລະ ອອກໃບຕາດິນ. ...

Read More »

ຂ່າວດີ……ມີທຶນໃຫ້ຮຽນຟຣີ ສ້າງໂອກາດໃຫ້ຜູ້ບໍ່ມີວຽກເຮັດໄດ້ມີອາຊີບມີວຽກງານທຳ

ເລີ່ມສະໝັໄດ້ແຕ່ມື້ນີ້ໄປປິດຮັບເອກະສານວັນທີ 18.6.2019 ນີ້ເທົ່ານັ້ນ ທຶນມີຈຳກັດ ສະໝັກ່ອນມີສິດກ່ອນ ?? ມາແລ້ວທຶນຮຽນຟຣີ…….ບໍ່ໄດ້ເສຍຄ່າຮຽນ ແລະ ອຸປະກອນການຮຽນ ?? ໄລຍະຮຽນ 3 ເດືອນ ແລະ ໄປເຮັດວຽກຕໍ່ເອົາປະສົບການຕົວຈິງ. ມີ 2 ສາຂາວິຊາ 1.ວິຊາການໂຮງແຮມ 2. ວິຊາ ປຸງແຕ່ງອາຫານ ສະໜັບສະໜູນທຶນໂດຍ ໂຄງການລາວ/029 ?? ເງື່ອນໄຂຜູ້ສະໝັກ ? 1. ຕ້ອງຈົບປະຖົມ ແຕ່ບໍ່ຈົບມັດທະຍົມຕົ້ນ 2. ຄອບຄົວຂາດເຂີນທຶນໃຫ້ລູກຫລານຮຽນ 3. ຕ້ອງເປັນບຸກຄົນສັນຊາດລາວ ຢູ່ໃນນະຄອນຫຼວງວຽງຈັນ ຫລືຕ່າງແຂວງກໍ່ໄດ້ ?ແຕ່ຕ້ອງມີພາຫະນະ ເພື່ອຖຽວຕອນໄປເຮັດວຽກ? 4. ເປັນບຸກຄົນທີ່ບໍ່ມີຄະດີ ແລະ ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດຜິດກົດຫມາຍ 5. ທີ່ສຳຄັນທີ່ສຸດຄືຄົນທີ່ວ່າງງານ ຮຽນເພື່ອຢາກໄປເຮັດວຽກແທ້ ເພາະຫຼັຈາກຮຽນຈົບທາງໂຮງຮຽນຈະຊອກວຽກເຮັດໃຫ້ພ້ອມ ? ມາຮຽນເພື່ອຢາກຮູ້ ຮຽນເພື່ອມາເອົາໃບປະກາດ ບໍ່ເອົາ? ຮຽນຈົບຕ້ອງໄປເຮັດວຽກຕາມສັນຍາເບື້ອງຕົ້ນ 6. ຕ່າງແຂວງ ແລະຄົນບ້ານໄກມີຫໍພັກໃຫ້ຢູ່ຟຣີໃນໄລຍະຮຽນ 3 ເດືອນ ແລະໄລຍະຊອກຫາງານອີກ 1 ເດືອນ 7. ອາຍຸ 18-35 ປີ ບໍ່ຈຳກັດເພດ ສົນໃຈໂທສອບຖາມ 021 540545. 021 261566 ...

Read More »

ບົດລາຍງານຂອງທ່ານ ນາຍົກ ທີ່ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ

ນາຍົກລັດຖະມົນຕີລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດສຳລັບ 4 ເດືອນຕົ້ນປີ 2019 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII: ເສດຖະກິດຂອງລາວ ໂດຍລວມ ຍັງສືບຕໍ່ເຕີບໂຕໃນລະດັບດີ, ອີງຕາມບົດລາຍງານຂອງທ່ານ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ໄລຍະ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການສຳລັບ 6 ເດືອນທ້າຍປີ 2019 ຕໍ່ມື້ທຳອິດຂອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ມິຖຸນາ 2019. ໃນບົດລາຍງານດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ລົງເລິກແຕ່ລະບັນຫາດັ່ງນີ້: 1. ສະພາບການຂອງພາກພື້ນ ແລະ ສາກົນ ໃນ 4 ເດືອນຜ່ານມາໄດ້ຜັນແປໄປຢ່າງສັບສົນ, ໂດຍສະເພາະແມ່ນບັນຫາເສດຖະກິດຂອງໂລກ ທີ່ຍັງບໍ່ທັນຂະຫຍາຍຕົວດີ ແລະ ຄວາມຂັດແຍ່ງທາງດ້ານການຄ້າ ລະຫວ່າງປະເທດມະຫາອຳນາດ ທາງດ້ານເສດຖະກິດ. ອັດຕາການຂະຫຍາຍຕົວຂອງເສດຖະກິດໃນພາກພື້ນຫຼຸດລົງ ຈາກລະດັບ 5,9% ໃນປີ ...

Read More »

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2019

ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ໃນເດືອນເມສາ ປີ 2019 ປະຕິບັດໄດ້ປະມານ 852 ລ້ານໂດລາສະຫະລັດ ເຊິ່ງບໍ່ກວມເອົາການນຳເຂົ້າ ແລະ ສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 493 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 358 ລ້ານໂດລາສະຫະລັດ. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນເມສາ ປີ 2019 ປະກອບມີ ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ, ມັນຕົ້ນ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…), ຄຳປະສົມ, ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ໝາກກ້ວຍ,  ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໜາກໄມ້ ແລະ ໜາກໄມ້ເປືອກແຂງທີ່ບໍລິໂພກໄດ້, ສຳລັບເປີເຊັນຂອງສິນຄ້າອື່ນໆແມ່ນກວມ 41.08% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ). ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ...

Read More »

ນາຍົກລາວ ສົ່ງສານຊົມເຊີຍເຖິງ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ດຳລົງຕຳແໜງນາຍົກໄທ ອີກສະໄໝ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ ​ເຖິງ ທ່ານ ພົນ​ເອກ ປຣະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ແຫ່ງ ລາຊະ​ອານາຈັກ​ໄທ ທີ່​ບາງກອກ. “ເນື່ອງໃນໂອກາດທີ່ ທ່ານ ໄດ້ຮັບເລືອກຕັ້ງ ແລະ ໄດ້ຮັບການສະໜັບສະໜູນ ຈາກລັດຖະສະພາຢ່າງຖ້ວມລົ້ນ ເພື່ອໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຈິງໃຈມາຍັງທ່ານ”. “ຂ້າພະເຈົ້າຍິນດີ ທີ່ຈະເຮັດວຽກຮ່ວມກັບ ທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ລະຫວ່າງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກໄທ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ...

Read More »

ກຽມພົບກັບ ງານຕະຫຼາດນັດແຮງງານ (Job Fair 2019) ຈະຈັດຂຶ້ນໃນກາງ ເດືອນຕຸລານີ້

ໃນຕອນບ່າຍຂອງມື້ນີ້, ວັນທີ 7 ມິຖຸນາ 2018 ໄດ້ມີການຈັດງານຖະແຫຼງຂ່າວກ່ຽວກັບການຈັດງານຕະຫຼາດນັດແຮງງານ Job Fair 2019 ທີ່ຫ້ອງປະຊຸມ ພະແນກແຮງງານນະຄອນຫຼວງວຽງຈັນ, ໂດຍການແຫຼ່ງຂ່າວຂອງທ່ານ ນາງ  ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ທ່ານ ສີບຸນທໍາ ສີບຸນມີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍບັນດາຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ. ເຊິ່ງງານຕະຫຼາດແຮງງານ ຫຼື Job Fair 2019 ນີ້ ຈະໄດ້ມີຂຶ້ນໃນວັນທີ 16-20 ຕຸລາ 2019 ທີ່ຈະມາເຖິງນີ້  5 ມື້ເຕັມ ຢູ່ທີ່ສູນການຄ້າ ລາວ-ໄອເຕັກ ຕືກເກົ່າ. ນັກຮຽນນັກສຶກສາຈົບໃໝ່ ຫຼື ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ຫຼື ຜູ້ຕ້ອງການປ່ຽນວຽກໃໝ່ໃຫ້ເໝາະກັບຕົນເອງ ແມ່ນບໍຄວນພາດງານນີ້. ເຊິ່ງນອກຈາກ, ຈະໄດ້ຊົມບູດງານວາງສະແດງຈາກສຳນັກງານ,​ອົງກອນຕ່າງໆທີ່ຕ້ອງການຮັບພະນັກງານເພີ່ມແລ້ວ ພາຍໃນງານນີ້,​ຍັງມີກິດຈະກຳຫຼາກຫຼາຍກ່ຽວກັບເລື່ອງແຮງງານດັ່ງນີ້: ຈັດເວທີສົນທະນາໃນຫົວຂໍ້ຕ່າໆເຊັ່ນ:  1. ຮຽນຫຍັງ? ຈຶ່ງຈະມີວຽກເຮັດ (ການສ້າງແຮງບັນດານໃຈໃຫ້ຊີວິດ), 2 ຫົວຂໍ້: ຫຼຸດຜ່ອນການວ່າງງານ ...

Read More »

ສສຊ ສະເໜີລັດຖະບານກວດກາຄືນໂຄງການລົງທຶນຂອງລັດ ແລະ ເອກະຊົນໃນທົ່ວປະເທດ

ເຖິງວ່າການຈັດຕັ້ງປະຕິບັດແຜນງົບປະມານໃນງວດທີ 1 ຂອງລັດຖະບານ ຈະບໍ່ໄດ້ຕາມແຜນກໍຕາມ ແຕ່ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ກໍໄດ້ສະເໜີທາງອອກໃຫ້ເລັ່ງກວດກາຄືນບັນດາໂຄງການລົງທຶນຂອງລັດ, ເອກະຊົນສໍາປະທານ. ນອກນັ້ນ, ກໍໃຫ້ເອົາໃຈໃສ່ສະເພາະໂຄງການທີ່ສະພາຮັບຮອງ ແລະ ໂຄງການທີ່ໃກ້ຈະສໍາເລັດ ເພື່ອສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນ. ສະພາແຫ່ງຊາດ ໄດ້ປະເມີນເຖິງຜົນການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດຖະບານ ເຫັນວ່າຍັງຊັກຊ້າ ເນື່ອງຈາກໃນງວດ 1 ບໍ່ສາມາດຈັດຕັ້ງປະຕິບັດຕາມແຜນທີ່ສະພາຮັບຮອງທີ່ກໍານົດໄວ້ລວມທັງການນໍາໃຊ້ທຶນຍັງບໍ່ຖືກຕ້ອງຕາມເປົ້າໝາຍ ແລະ ບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຕາມມະຕິຂອງສະພາແຫ່ງຊາດ. ນອກນັ້ນ, ການປະຕິບັດການຊົດເຊີຍ, ທົດແທນຄ່າເສຍຫາຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆທີ່ກໍ່ສ້າງສໍາເລັດແລ້ວ ແລະ ກໍາລັງກໍ່ສ້າງມາຮອດປັດຈຸບັນຍັງມີຄວາມຊັກຊ້າ ຈຶ່ງເຮັດໃຫ້ ສສຊ ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານໃນຫຼາຍຈຸດສໍາຄັນ ຕະຫຼອດກອງປະຊຸມໃນ 2 ມື້. ທ່ານ ຈັນສີ ແສງຊົມພູ ສສຊ ເຂດ 2 ແຂວງຜົ້ງສາລີ ປະກອບຄຳເຫັນວ່າ: ຢາກໃຫ້ລັດຖະບານກວດກາຄືນໂຄງການລົງທຶນຂອງລັດທີ່ສໍາເລັດແລ້ວ ແຕ່ລັດບໍ່ສາມາດຊໍາລະສະສາງຕາມແຜນງົບປະມານລາຍຈ່າຍຕົວຈິງເຮັດໃຫ້ພາກເອກະຊົນເດືອດຮ້ອນມີໜີ້ສິນຄຸມເຄືອ, ຂາດສະພາບຄ່ອງທາງດ້ານການເງິນ ແລະ ອື່ນໆ. ນອກຈາກນັ້ນ, ບັນຫາທີ່ເກີດຂຶ້ນໃນໂຄງການກໍ່ສ້າງເທສະບານແຂວງຜົ້ງສາລີໃໝ່ ຕັ້ງຢູ່ເມືອງບຸນເໜືອ ທີ່ຖືກຈັດຕັ້ງປະຕິບັດໄປແລ້ວ ແຕ່ບໍ່ໄປຕາມແຜນຜັງເມືອງ ແລະ ເຕັກນິກການກໍ່ສ້າງ ເນື່ອງຈາກມີການກໍ່ສ້າງຊະຊາຍເຮັດໃຫ້ປະຊາຊົນຖືກຜົນກະທົບ ແລະ ອັບປະໂຫຍດ ຈຶ່ງຂໍໃຫ້ພາກສ່ວນກ່ຽວຂ້ອງຊ່ວຍພິຈາລະນາຊ່ວຍທາງແຂວງພວກເຮົາ. ທ່ານ ທິບພະຈັນ ...

Read More »

ສະຖານທູດໄທ ຮ່ວມກັບ ເອັດສຊີຈີ ຈັດໂຄງການຮັກສາສຸຂະພາບແຂ້ວໃຫ້ແກ່ ພຣະສົງ 999 ອົງ

ເອັດສຊີຈີ ໄດ້ມອບເງິນຈໍານວນ 850.000 ບາດ ເພື່ອເປັນຄ່າອຸປະກອນການແພດ ແລະ ການຈັດໂຄງການກິດຈະກໍາ ແລະ ຈະມີພຣະພິຂຸສົງ ແລະ ສໍາມະເນນຈາກທົ່ວນະຄອນຫຼວງວຽງຈັນ ເດີນທາງມາຮັບບໍລິການຮັກສາທາງທັນຕະກໍາຫຼາຍກວ່າ 999 ອົງ. ສະຖານເອກອັກຄະຣາຊະທູດໄທປະຈໍານະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ເອັດສຊີຈີ ເຊີ່ງເປັນອົງກອນຊັ້ນນໍາທີ່ມຸ້ງສ້າງຄວາມຍືນຍົງໃນອາຊຽນ ພ້ອມດ້ວຍຜູ້ປະກອບການໄທໃນ ສປປ ລາວ ຮ່ວມກັນຈັດກິດຈະກໍາກວດສຸຂະພາບ ແລະ ຮັກສາແຂ້ວໃຫ້ແກ່ພຣະສົງ ແລະ ສໍາມະເນນຫຼາຍກວ່າ 999 ອົງ.  ໂດຍມີຄະນະທັນຕະແພດ ຈາກໜ່ວຍທັນຕະກໍາພຣະຣາດຊະທານ ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລພ້ອມເຈົ້າໜ້າທີ່ສະໜັບສະໜູນຫຼາຍກວ່າ 70 ຄົນ ມາໃຫ້ບໍລິການໃນວັນທີ 5 ແລະ 6 ມິຖຸນາ 2019 ທີ່ ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ ສປປ ລາວ. ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ກ່າວວ່າ: ການບໍລິການທັນຕະກໍາໃນຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດ ພຣະຣາດຊະພິທີບໍຣົມຣາຊາພິເສກ 2019 ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພຣະລາຊິນີ ປະຈໍາປີ 2019 ...

Read More »