ຂ່າວດີ!!! ມື້ອື່ນເຊົ້າລາຄານ້ຳມັນຫຼດລົງ

ປັບລົງອີກ ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກຊະນິດ ເລີ່ມເຊົ້າມື້ອື່ນ ວັນທີ 7 ມີນາ ເວລາ 6:00 ໂມງ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເລກທີ 0254/ຄອ,ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 6 ມີນາ 2020​ ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ,​ ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ໃຫ້ປັບລົງລາຄາຂາຍຍ່ອຍນ້ຳມັມເຊື້ອໄຟໃນຂອບເຂດທົ່ວປະເທດ.​

ໂດຍລາຄາໃໝ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 7 ມີນາ 2020; ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ,​ ການປັບລາຄາຄັ້ງນີ້ ປັບລົງລາຄານ້ຳມັນເຊື້ອໄຟທຸກຊະນິດ ຄື:
– ແອັດຊັງພິເສດ ປັບລົງ 190 ກີບ/ລິດ (ຈາກ 9.910 ກີບ/ລິດ ເປັນ 9.720 ກີບ/ລິດ).​
– ແອັດຊັງທຳມະດາ ປັບລົງ 190 ກີບ/ລິດ (ຈາກ 9.080 ກີບ/ລິດ ເປັນ 8.890 ກີບ/ລິດ).​
-ກາຊວນ ປັບລົງ 26໐ ກີບ/ລິດ (ຈາກ 8.160 ກີບ/ລິດ ເປັນ 7.900 ກີບ/ລິດ).

Comments