ຮຽກຮ້ອງ!!! ພາກລັດມີນະໂຍບາຍຊ່ວຍ ໂຄວິດ-19 ກະທົບຂະແໜງທ່ອງທ່ຽວໜັກ

ວັນທີ 9 ມີນາ 2020 ທີ່ນະຄອນຫຼວງວຽງຈັນ, ຜູ້ປະກອບການຈາກທຸກຂະແໜງການຕ່າງ ໄດ້ຮີບຮ້ອນປຶກສາຫາລື ແລະ ຂຸ້ນຂ້ຽວຊອກຫາທາງອອກແກ້ໄຂຜົນກະທົບຈາກການລະບາດພະຍາດໂຄວິດ-2019 ພາຍຫຼັງອຸດສາຫະກໍາທ່ອງທ່ຽວ ແລະ ທຸກລະກິດອື່ນໆໄດ້ຮັບກະທົບໂດຍກົງ ເຊິ່ງກອງປະຊຸມຄັ້ງແມ່ນນໍາເອົາຄວາມຄິດຄວາມເຫັນ ແລະ ຂໍ້ມູນຕົວຈາກຜູ້ປະກອບການເພື່ອນໍາໄປສະເຫນີຕໍ່ຢູ່ກອງປະຊຸມລັດຖະບານຈະມີຂຶ້ນລະຫວ່າງວັນທີ 11 ມີນາ 2020 ນີ້.

ບັນຫາສ່ວນໃຫຍ່ແມ່ນເລັ່ງໃສ່ເລື່ອງນະໂຍບາຍຫລຸດຢ່ອນຜ່ອນຜັນການເສຍພັນທະອາກອນ, ໃຫ້ທະນາຄານກ່ຽວຂ້ອງພິຈາລະນາກ່ຽວກັບດອກເບ້ຍລົງໃຫ້ກຸ່ມທຸລະກິດຕ່າງໆ ແລະ ອື່ນໆ.

ກອງປະຊຸມຄັ້ງນີ້ມີຈຸດປະສົງລະດົມຄວາມຄິດເຫັນຂອງພາກທຸລະກີດໃນຂະແຫນງ ອຸດສະຫະກຳທ່ອງທ່ຽວ(ໂຮງແຮມ ຮ້ານອາຫານ ສາຍການບິນ ສະຖານທີ່ທ່ອງທ່ຽວ ບສ ບໍລິການລົດເມ ລົດເຊົ່າ ບສ ບໍລິການການທ່ອງທ່ຽວ….. )ປະເມີນຜົນກະທົບໃນສະຖານະການການລະບາດຂອງCOVID19 ຫາທາງອອກຮ່ວມກັນວ່າຈະຊ່ວຍກັນແບບໃດລະວ່າງພາກທຸລະກິດນຳກັນ ແລະຂໍ້ສະເຫນີຕ່າງໆຫາພາກລັດເພື່ອຂໍຄວາມຊ່ວຍເຫລືອໂຍະຍານຜ່ອນຜັນການຊໍາລະພັນທະຕ່າງໆອອກໄປ ລວມທັງພັນທະທະທາຄານ ເພື່ອໃຫ້ມີເງິນສົດມາປະຄອງ ບສ ໃຫ້ຜ່ານພົ້ນໄລຍະຫຍູ້ງຍາກນີ້ໄປໃຫ້ໄດ້ກ່ອນຈະກ້າວໄປເຖິງປິດກິດຈະການ ຫລາຍ ບສ ກໍໄດ້ມີຫລາກຫລາຍຂໍ້ສະເຫນີແລະບົດຮຽນມາແລກປ່ຽນກັນເຊິ່ງຫລີກລ້ຽງບໍ່ໄດ້ຕໍ່ຜົນກະທົບເຖິງພະນັກງານອົງກອນທີ່ທຸກຄົນຕ້ອງໄດ້ຊ່ວຍກັນເຖິງແມ່ນຈະກະທົບລາຍຮັບປະຈຳແຕ່ກໍຈຳເປັນໄດ້ຖອຍຄົນລະກ້າວເພື່ອໃຫ້ອົງກອນຂ້າມຜ່ານໄປໄດ້ ຫວັງວ່າວິກິດການທີ່ແຜ່ລາມແລະມີຜົນກະທົບທົ່ວໂລກແບບນີ້ຈະຜ່ານພົ້ນໄປໂດຍໄວ ກ່ອນແຕ່ລະ ບສ ຈະຫມົດອົກຊີກ່ອນ ແນະນຳໃຫ້ພາກທຸລະກິດທຸກພາກສ່ວນຈົ່ງພ້ອມກັນສ້າງຄວາມເຊື່ອຫມັ້ນໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ເຮັດພ້ອມກັນທົ່ວປະເທດໂດຍຢ່າງນ້ອຍໃຫ້ມີການປ້ອງກັນ ຂັ້ນພື້ນຖານທຸກສະຖານທີ່ຂອງຕົນໃຫ້ມີ alcohol ລ້າງມື ສະແກນອຸນນະພູມຂອງແຂກຄົນເຂົ້າອອກທຸກຄັ້ງ ໃຫ້ການຮ່ວມມືແລະປະຕິບັດຕາມຄຳສັ່ງບັນດາມາດຕະການຕ່າງໆຂອງທາງ ລຖບ ຢ່າງເຄັ່ງຂັດ ເປັນໂອກາດຜູ້ຜະລິດພາຍໃນພະຍາຍາມພັດທະນາສິນຄ້າຂອງຕົນໃຫ້ມີຄຸນນະພາບ ເຊິ່ງປະເທດເພື່ອບ້ານເຮົາລະບາດແບບນີ້ ຄົນລາວເອງກໍລະວັງຕົວຫລາຍຂື້ນໂດຍການບໍ່ຂ້າມໄປບ້ານເພິ່ນຫລາຍຄືຜ່ານມາເຊິ່ງຫມາຍເຖິງເພີ້ມຄວາມສ່ຽງໃນການຈະຕິດເຊື້ອ ຖ້າທຸກຄົນຊ່ວຍກັນ ລາວທ່ຽວລາວ ລາວຊ່ວຍລາວ ລາວໃຊ້ຂອງລາວ ແລະພາກລັດເອງກໍຍື່ນມືເຂົ້າມາຊ່ວຍເຫລືອພາກທຸລະກິດໃນໄລຍະວິກິດນີ້ ເຊື່ອວ່າພວກເຮົາຈະປະຄັບປະຄອງກັນໄປໃຫ້ຜ່ານພົ້ນຊ່ວງຍາກລຳບາກນີ້ໄດ້ນຳກັນ ສູ້ໆເດີ້ທຸກທ່ານ ລວມທັງໂຕເອງນຳ.

ເຖິງແມ່ນວ່າ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອພະຍາດ ໂຄວິດ – 19 ກໍຕາມ ຫຼາຍປະເທດຍັງຄົງປະເຊີນໜ້າກັບຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຫຼາຍປະເທດອອກແຈ້ງການໂຈະການເດີນທາງອອກນອກປະເທດ ຈົນສົ່ງຜົນກະທົບອັນໃຫຍ່ຫຼວງໃຫ້ກັບຂະແໜງການທ່ອງທ່ຽວທີ່ຕ້ອງແບກຮັບ ຄ່າໃຊ້ຈ່າຍໃນແຕ່ລະມື້ ໂດຍທີ່ລາຍຮັບຫຼຸດລົງຢ່າງຕໍ່ເນື່ອງ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ພາກລັດພິຈາລະນານະໂຍບາຍຕ່າງໆເຂົ້າຊ່ວຍເຫຼືອ.

ທ່ານ ຄັດຕະພອນ ພົມມະປັນຍາ ປະທານສະມາຄົມນັກທຸລະກິດໜຸ່ມ ແຂວງ ຫຼວງພະບາງ ໃຫ້ສຳພາດວ່າ: ພາຍຫຼັງການລະບາດຂອງພະຍາດ ໂຄວິດ – 19 ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ທຸກຂະແໜງທຸລະກິດທີ່ປິ່ນອ້ອມຂະແໜງທ່ອງທ່ຽວ ເຊັ່ນ: ຂະແໜງຂົນສົ່ງບໍລິການນັກທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານຖືກຍົກເລີກການສັ່ງຈອງຢ່າງກະທັນຫັນ ແລະ ບໍ່ມີກຳນົດ, ຮ້ານຂາຍເຄື່ອງທີ່ລະນຶກ ແລະ ຂາຍເຄື່ອງອື່ນໆ ຮັບໃຊ້ນັກທ່ອງທ່ຽວ ແລະ ທົ່ວໄປ ຍອດຂາຍຫຼຸດລົງ ປະມານ 50% ເມື່ອທຽບໃສ່ປີຜ່ານມາ ແລະ ມີທ່າອ່ຽງຍອດຂາຍ ແລະ ຍອດການສັ່ງຈອງໂຮງແຮມຈະຫຼຸດລົງເລື້ອຍໆ ທ່າມກາງການລະບາດຂອງ ໂຄວິດ – 19 ທີ່ເພີ່ມຂຶ້ນໃນບັນດາປະເທດຕ່າງໆໃນໂລກ ແລະ ຄວາມສ່ຽງທີ່ມີຕໍ່ປະເທດລາວພວກເຮົາກໍເພີ່ມຂຶ້ນເລື້ອຍໆ.

ສະນັ້ນ, ຈຶ່ງຂໍສະເໜີໃຫ້ພາກລັດຍົກເລີກການເກັບອາກອນລາຍໄດ້, ອາກອນອື່ນໆທີ່ປິ່ນອ້ອມທຸກຂະແໜງທຸລະກິດທີ່ໄດ້ຮັບຜົນກະທົບໂດຍທາງກົງ ແລະ ທາງອ້ອມ ໂດຍກຳນົດເປັນໄລຍະ 3 ເດືອນ, 6 ເດືອນ, 1 ປີ ຫຼື ຈົນກວ່າພະຍາດລະບາດໄດ້ຮັບການແກ້ໄຂ ແລະ ທຸລະກິດເລີ່ມມີການຟື້ນຕົວ ແລະ ມີລາຍຮັບເຂົ້າມາເພື່ອເຮັດໃຫ້ຂະແໜງດັ່ງກ່າວມີຄວາມຍືນຍົງ ແລະ ພົ້ນຜ່ານວິກິດຄັ້ງນີ້.

ທ່ານ ນາງ ດວງມາລາ ພົມມະວົງ ຜູ້ອຳນວຍການ ບໍລິສັດ ທ່ອງທ່ຽວເອັກໂຊ ໃຫ້ສຳພາດວ່າ: ນັກທ່ອງທ່ຽວທີ່ເຂົ້າມາລາວສ່ວນຫຼາຍເດີນທາງຜ່ານປະເທດອ້ອມຂ້າງ ເຊັ່ນ: ໄທ ແລະ ຫວຽດນາມ ເຊິ່ງເປັນປະເທດທີ່ພົບຜູ້ຕິດເຊື້ອແລ້ວ. ສະນັ້ນ, ຈຶ່ງເຮັດໃຫ້ນັກທ່ອງທ່ຽວຫຼຸດລົງຫຼາຍພໍສົມຄວນ. ສຳລັບ ບໍລິສັດ ທ່ອງທ່ຽວເອັກໂຊ ໄດ້ຮັບຜົນກະທົບຫຼາຍສົມຄວນ ໂດຍເລີ່ມຕັ້ງແຕ່ທ້າຍເດືອນທັນວາ 2019 ເປັນຕົ້ນມາ ລາຍຮັບຂອງບໍລິສັດຫຼຸດລົງຢ່າງຕໍ່ເນື່ອງ ເຊັ່ນ: ເດືອນທັນວາ ຫຼຸດລົງ 20%, ເດືອນມັງກອນ 2020 ຫຼຸດລົງ 40% ແລະ ເດືອນກຸມພາ 60% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຄາດວ່າປີ 2020 ບໍລິສັດທ່ອງທ່ຽວຈະໄດ້ຮັບຜົນກະທົບຕໍ່ລາຍຮັບຢ່າງໜ້ອຍ 20% ເພາະການລະບາດຂອງພະຍາດດັ່ງກ່າວເກີດຂຶ້ນໃນໄລຍະລະດູທ່ອງທ່ຽວ ( High Season ) ລະຫວ່າງເດືອນຕຸລາ ຫາ ພຶດສະພາ ທີ່ມີນັກທ່ອງທ່ຽວມາທ່ຽວລາວຫຼາຍທີ່ສຸດຂອງທຸກໆປີ.

ນອກນັ້ນ, ທ່ານ ນາງ ດວງມາລາ ພົມມະວົງ ຍັງກ່າວຕື່ມວ່າ: ເພື່ອເຮັດໃຫ້ຂະແໜງການທ່ອງທ່ຽວລາວຜ່ານວິກິດນີ້ໄດ້ພາກລັດຕ້ອງມີນະໂຍບາຍປະຄັບປະຄອງ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments