ລັດຖະ​ບານ​ຈີນ​ຕົກ​ລົງ​ບໍ​ລິ​ຈາກ 20 ລ້ານ​ໂດ​ລາ​ ​ໃຫ້​ WHO ເພື່ອໃຫ້ປະ​ເທດ​ທີ່​ກຳລັງ​ພັດ​ທະ​ນາ​ຕ້ານ​ກັບ​ COVID-19

ວັນ​ທີ 7 ມີ​ນາ​ 2020​ ທ່ານ​ ເຊີນ​ ຊີ້ວ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້ຕາງ​ໜ້າ​​ຖາ​ວອນຈີນ​ປະ​ຈຳ​ສຳ​ນັກ​ງານ​​ເຊີ​ແນວ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ແລະ​ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່​ນໆ​​ ທີ່ສະ​ວີ​ດເຊີແລນ ໄດ້​ພົບ​ປະ​ ທ່ານ​ ເ​ຕ​ໂດຼ​ສ ອັດ​ຮັນ​ໂນມ ເກ​ເບຼ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ແຈ້ງ​ໃຫ້​ຊາບ​ວ່າ​ ລັດ​ຖະ​ບານ​ຈີນ​ຕົກ​ລົງ​ບໍ​ລິ​ຈາກ​ເງິນ 20 ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ ເພື່ອສະ​ໜັບ​ສະ​ໜູນ​ອົງ​ການ​ອະ​ນາ​ໄມ​ໂລກ​ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ​​ສາ​ກົນ ​ໃນ​ການ​ຕ້ານ​ກັບ​ພະ​ຍາດ COVID-19, ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ຍົກ​ສູງ​ຄວາມ​ສາ​ມາດ​ທີ່​ຮັບ​ມື​ກັບ​ພະ​ຍາດ ແລະ ເພີ່ມ​ທະ​ວີ​ການ​ສ້າງ​ສາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ.

ທ່ານ ເຊີນ​ ຊີ້ວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ກ່າວ​ວ່າ: ລັດ​ຖະ​ບານ​ ແລະ​ ປະ​ຊາ​ຊົນ​ຈີນ​ ໄດ້​ນຳ​ໃຊ້​ມາດ​ຕະ​ການ​ທີ່​ມີ​ຜົນ​ສັກ​ສິດ​ຢ່າງ​ຂາດ​ຕົວ ເພື່ອ​ຕ້ານ​ກັບ​ພະ​ຍາດ COVID-19, ການ​ປ້ອງ​ກັນ​ ແລະ​ ຄວບ​ຄຸມ​ພະ​ຍາດ​ທົ່ວ​ປະ​ເທດ​ໄດ້​ພັດ​ທະ​ນາ​​ໄປ​ສູ່​ທິດ​ທາງ​ທີ່ດີ​ຢ່າງ​ໝັ້ນ​ທ່ຽງ​ຕັ້ງ​ໜ້າ, ນີ້​ບໍ່​ພຽງ​ແຕ່​ເປັນ​ການ​ປົກ​ປັກ​ຮັກ​ສາ​ສຸ​ຂະ​ພາບ​​ ແລະ’ຊີ​ວິດ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ​ເທົ່າ​ນັ້ນ, ຍັງ​​ເປັນ​ການປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ.

ທ່ານ​ ເ​ຕ​ໂດຼ​ສ​ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ​​ຍ້ອງ​ຍໍຊົມ​ເຊີຍ​ໃນ​ລະ​ດັບ​ສູງ​ຕໍ່​ລັດ​ຖະ​ບານ​ຈີນ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​​ຫຍຸ້ງ​ຍາກ​ອັນ​ໃຫຍ່​ຫຼວງ​ຂອງ​ຕົນ, ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ອື່ນໆ​​ຢ່າງ​ເອື້ອ​ເຟື້ອ​ເຜື່ອ​ແຜ່ ໂດຍ​ທັນ​ການໃນ​ເວ​ລາ​ຫົວ​ລ້ຽງ​ຫົວ​ຕໍ່ທີ່​ທົ່ວ​ໂລກ​ຕ້ານ​ກັບ​ພະ​ຍາດ COVID-19 ແລະ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ຮ່ວມ​ມື​ກັບ​ຈີນ, ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ ແລະ​ ຄວບ​ຄຸ​ມ​ພະ​ຍາດ​ສາ​ກົນ​ໃຫ້​ໄດ້​ຮັບ​ການ​ຄືບ​ໜ້າ​ຕົວ​ຈິງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ: CRI

Comments