ງານບຸນປີໃໝ່ລາວ ທີ່ນະຄອນຫຼວງພະບາງ ຈະຕັດກິດຈະກຳທີ່ບໍ່ຈຳເປັນອອກ

ແຈ້ງການຈາກນະຄອນຫຼວງພຣະບາງເລື່ອງບຸນປີໃໝ່ລາວ ຄະນະຮັບຜິດຊອບຈັດງານບຸນປີໃໝ່ລາວທີ່ນະຄອນຫຼວງພະບາງ ມີຈຸດປະສົງທີ່ຈະທຳຄວາມເຂົ້າໃຈກັບສັງຄົມ ກ່ຽວກັບການຈັດງານບຸນປີໃໝ່ລາວ ໃນປີ 2563 ໃນທ່າມກາງສະພາບທີ່ໂລກພົບກັບວິກິດການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ເຊິ່ງເປັນເຊື້ອພະຍາດທີ່ອັນຕະລາຍ ແລະ ໄດ້ແຜ່ກະຈາຍໄປທົ່ວໂລກ.​

ສະນັ້ນ,​ ການຈັດງານບຸນໃນປີນີ້ອາດຈະບໍ່ຍິ່ງໃຫຍ່ຄືກັບທຸກປີທີ່ຜ່ານມາ ເພື່ອຫຼີກລ້ຽງບໍ່ໃຫ້ມີການເຕົ້າໂຮມ ແລະ ປ້ອງກັນການຕິດແປດພະຍາດໄດ້ງ່າຍ ເຊິ່ງທາງຄະນະຮັບຜິດຊອບກໍໄດ້ມີການປຶກສາຫາລືກັບອົງການພຸດທະສາສະໜາ ແລະ ຜູ້ຊົງຄຸນວຸດທິ ພາມມະນາຈານ ທີ່ເປັນຫຼັກແຫຼ່ງຂອງຫຼວງພະບາງ ໄດ້ເປັນເອກະພາບກັນກ່ຽວກັບການຫຼິ້ນບຸນ ເຊິ່ງຈະໄດ້ຕັດກິດຈະກຳບາງຢ່າງທີ່ບໍ່ຈຳເປັນ ແລະ ມີຄວາມສ່ຽງຕໍ່ກັບພະຍາດ ແລະ ກິດຈະກຳທີ່ບໍ່ໄດ້ຕິດພັນກັບປະເພນີມາແຕ່ດັ່ງເດີມແມ່ນຕັດອອກຈຳນວນໜຶ່ງ ໃຫ້ເຄື່ອນໄຫວແຕ່ສິ່ງທີ່ຈຳເປັນເທົ່ານັ້ນ ແລະ ສອດຄ່ອງກັບປະເພນີຢ່າງແທ້ຈິງ ເພື່ອບໍ່ລະຮີດເກົ່າ-ຄອງເດີມ ແຕ່ບໍ່ເປັນຈັດແບບວົງກ້ວາງ.​ ບໍ່ໃຫ້ຈັດງານທີ່ມີງານຊຸມນຸມ ເຊັ່ນ: ງານໂລະລາດ,​ ຈັດບູດເບຍ,​ ງານຫາລາຍໄດ້ ແລະ ອື່ນໆ.

ສຳລັບ ລາຍລະອຽດຂອງການເຮັດກິດຈະກຳແຕ່ລະອັນນັ້ນແມ່ນຈະແຈ້ງໃຫ້ໄດ້ຮັບຊາບຕາມທີ່ຫຼັງ.​ ດັ່ງນັ້ນ,​ ສັງຄົມຕ້ອງເຂົ້າໃຈວ່າເຊື່ອພະຍາດມັນສາມາດແຜ່ລະບາດໄດ້ງ່າຍ ຖ້າສົມມຸດມີການຕິດພະຍາດຢູ່ປະເທດເຮົາ ພວກເຮົາຈະຄວບຄຸມໄດ້ຍາກ ເນື່ືອງຈາກສະພາບການເປັນຢູ່ ແລະ ເສດຖະກິດກໍຍັງບໍ່ແຂງແຮງ.

Source: ສະມາຄົມຄົນເມືອງຫຼວງພະບາງ

Comments