ມອບເງິນປັນຜົນ 21 ລ້ານໂດລາ ໃຫ້ລັດຖະບານລາວ

ເມື່ອບໍ່ດົນມານີ້, ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບເງິນປັນຜົນ ປະຈຳປີ 2019 ຈໍານວນທັງໝົດ 21 ລ້ານໂດລາສະ ຫະລັດ ໃຫ້ແກ່ລັດຖະບານລາວໃນນາມຜູ້ຖືຮຸ້ນ ຊຶ່ງເປັນການປະກອບສ່ວນດ້ານການເງິນທີ່ສໍາຄັນຢ່າງຕໍ່ເນື່ອງ ໃຫ້ແກ່ລັດຖະບານ. ນອກຈາກເງິນປັນຜົນ ຍັງມີການຖອກພັນທະອື່ນໆເຊັ່ນ: ຄ່າຊັບພະຍາກອນແຮ່ທາດ, ອາກອນກ່ຽວ ຂ້ອງ ແລະ ຄ່າທໍານຽມນໍາເຂົ້າ.
ໃນເດືອນ ສິງຫາປີ 2012, ລັດຖະບານ ໄດ້ກາຍເປັນຜູ້ຖືຮຸ້ນ 10% ໃນບໍລິສັດ ພູເບ້ຍ ມາຍນິງ, ມາເຖິງປີ 2017 ລັດຖະ ບານ ໄດ້ຖອກຮຸ້ນຈຳນວນ 29 ລ້ານໂດລາສະຫະລັດຄົບຖ້ວນ ດ້ວຍເງິນປັນຜົນທີ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບໃຫ້ໄລຍະປີດັ່ງກ່າວ. ມາຮອດທ້າຍປີ 2017, ພາຍຫລັງການຖອກຮຸ້ນສໍາເລັດຄົບຖ້ວນ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບເງິນປັນຜົນເປັນເງິນສົດໃຫ້ລັດຖະບານໂດຍກົງ. ສະນັ້ນ, ນັບແຕ່ປີ 2012 ເປັນຕົ້ນມາ, ເງິນປັນຜົນສະສົມທີ່ບໍລິສັດ ມອບໃຫ້ລັດຖະບານມີຫລາຍກວ່າ 58 ລ້ານໂດລາສະຫະລັດ.
ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ: ເງິນປັນຜົນດັ່ງກ່າວສະແດງເຖິງພັນ ທະຂອງບໍລິສັດ ຕໍ່ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຂອງລາວ. ເຖິງວ່າການຜະລິດຄົງທີ່ ແລະ ຄ່າໃຊ້ຈ່າຍໃນການຜະລິດໄດ້ຫລຸດລົງຢູ່ ໂຮງງານຜະລິດທອງ-ຄໍາ ພູຄໍາ ແລະ ໂຮງງານຜະລິດຄໍາ-ເງິນ ບ້ານ ຫ້ວຍຊາຍໃນໄລຍະປີ 2019 ຜ່ານມາ, ແຕ່ບໍລິສັດ ຍັງສາມາດມອບເງິນປັນຜົນໃນຈໍານວນດັ່ງກ່າວ ຊຶ່ງໄດ້ສະແດງອອກເຖິງຄວາມມຸ່ງໝັ້ນ ເພື່ອສືບຕໍ່ປະກອບສ່ວນເຂົ້າລາຍຮັບສໍາລັບລັດຖະບານ ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ ປີ 2020 ຈະເປັນອີກປີທີ່ບໍລິສັດ ສາມາດປະກອບສ່ວນຕໍ່ເສດຖະກິດ ແລະ ສັງຄົມໃຫ້ລັດຖະບານ ແລະ ປະຊາຊົນລາວໄດ້ດີຍິ່ງຂຶ້ນ.

ທີ່ມາ: ຂ່າວສານປະເທດລາວ

Comments