40 ປະເທດທົ່ວໂລກ ລະດົມທຶນຫຼາຍພັນລ້ານໂດລາ ເພື່ອພັດທະນາວັກຊີນ ຕໍ່ສູ້ກັບໂຄວິດ-19

ເກືອບ 40 ປະເທດທົ່ວໂລກ ປະກາດບໍລິຈາກເງິນຫຼາຍກວ່າ 8 ພັນລ້ານໂດລາສະຫະລັດ ເພື່ອໃຊ້ໃນການພັດທະນາວັກຊີນ ແລະ ວິໄຈດ້ານຕ່າງໆ ເພື່ອຕໍ່ສູ້ກັບເຊື້ອໄວຣັດໂຄວິດ-19

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ນຳຫຼາຍກວ່າ 40 ປະເທດທົ່ວໂລກ ລວມທັງຜູ້ບໍລິຈາກຕ່າງໆ ຮ່ວມປະຊຸມສຸດຍອດຜ່ານທາງອອນໄລ໌ ເຊິ່ງສະຫະພາບເອີຣົບ ເປັນເຈົ້າພາບຮ່ວມກັບນານາປະເທດ ໃນວັນຈັນ 4 ພຶດສະພາ 2020 ທີ່ຜ່ານມາ ໂດຍໃຫ້ຄຳໝັ້ນວ່າຈະບໍລິຈາກເງິນ ຫຼາຍກວ່າ 8 ພັນລ້ານໂດລາສະຫະ ເພື່ອໃຊ້ໃນການພັດທະນາວັກຊີນ ແລະ ວິໄຈດ້ານການວິນິໄສ ແລະ ການຮັກສາພະຍາດເຊື້ອໄວຣັດໂຄວິດ-19

ທ່ານ ນາງ ເອີຊູລາ ວອນ ເລເຍິນ ປະທານຄະນະກຳມະທິການເອີຣົບ ກ່າວວ່າ ເງິນຈຳນວນດັ່ງກ່າວຈະຖືກນຳໄປໃຊ້ເພື່ອຊ່ວຍເລີ່ມປະຕິບັດການຮ່ວມມືລະດັບໂລກແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ຍັງເປັນການສະແດງເຖິງຄຸນຄ່າທີ່ແທ້ຈິງຂອງຄວາມສາມັກຄີ ແລະ ຄວາມເປັນມະນຸດ ຂອງຊາວໂລກ

ໃນການປະຊຸມດັ່ງກ່າວ ມີຫຼາຍກວ່າ 30 ປະເທດ ລວມທັງໜ່ວຍງານສະຫະປະຊາຊາດ ແລະ ສະຖາບັນວິໄຈຕ່າງໆ ຕັດສິນໃຈບໍລິຈາກເງິນ, ໂດຍຄະນະກຳມາທິການເອີຣົບ ກັບ ນໍເວ ສົມທົບທຶນມາຫຼາຍທີ່ສຸດ ເຖິງ 1 ພັນລ້ານໂດລາສະຫະລັດ, ຝຣັ່ງ, ຊາອຸດິອາລາເບຍ ແລະ ເຢຍລະມັນ ບໍລິຈາກ 50 ລ້ານໂດລາສະຫະລັດ, ຂະນະທີ່ ຍີ່ປຸ່ນ ໃຫ້ຄໍາໝັ້ນວ່າບໍລິຈາກເຖິງ 800 ລ້ານໂດລາ ສ່ວນນັກຮ້ອງຊື່ດັງລະດັບໂລກ ມາດອນນາ ກໍຈະຮ່ວມບໍລິຈາກ 1 ລ້ານໂດລາ.

ທັງນີ້, ເງິນບໍລິຈາກດັ່ງກ່າງ 4.4 ພັນລ້ານໂດລາ ຈະຖືກນຳໄປໃຊ້ໃນການພັດທະນາວັກຊີນ ແລະ ປະມານ 2 ພັນລ້ານໂດລາ ຈະໃຊ້ກັບການວິໄຈຫາວິທີຮັກສາພະຍາດເຊື້ອໂຄວິດ-19 ແລະ ປະມານ 1.6 ພັນລ້ານໂດລາສະຫະລັດ ຈະໃຊ້ສຳລັບການຜະລິດກວດພະຍາດ.

 

Comments