ເປັນມື້ທີ 23 ຕິດຕໍ່ກັນ ທີ່ ສ ປປ ລາວ ບໍ່ພົຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວໃນມື້ນີ້ໃຫ້ຮູ້ວ່າ ມາຮອດປະຈຸບັນແມ່ນ 23 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນຈາກຜົນກວດທັງໝົດ 195 ຄົນ ຂອງມື້ວານນີ້, ໝາຍຄວາມວ່າໃນວັນທີ 4 ພຶດສະພາ 2020 ບໍ່ມີກໍລະນີໃໝ່.

ນັບແຕ່ເດືອນມັງກອນ ຮອດວັນທີ 4 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 2,418 ຕົວຢ່າງ, ກວດພົບເຊື້ອທັງໝົດ 19 ຄົນ ແລະ ປະຈຸບັນ ທົ່ວປະເທດຍັງມີສູນຈໍາກັດບໍລິເວນພຽງແຕ່ 93 ສູນ ແລະ ມີຜູ້ຈຳກັດບໍລິເວນຢູ່ສູນ 566 ຄົນ. ຕົວເລກຂອງສູນ ແລະ ຈໍານວນຜູ້ຈໍາກັດບໍລິເວນຫຼຸດລົງ ຍ້ອນວ່າຈໍານວນໜຶ່ງແມ່ນຄົບກໍານົດຈໍາກັດບໍລິເວນ 14 ວັນ ແລະ ໄດ້ກັບບ້ານແລ້ວ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ກ່າວຕື່ມອີກວ່າ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ເລີ່ມແຕ່ວັນທີ 20 ເມສາ 2020 ເປັນຕົ້ນມາ ແມ່ນໄດ້ຈຳກັດບໍລິເວນຢູ່ສູນ ຫຼື ຢູ່ໂຮງແຮມຕາມທີ່ໄດ້ກຳນົດໄວ້ ໃນແຈ້ງການເລກທີ 507/ຫສນຍ ຊຶ່ງບໍ່ອະນຸຍາດໃຫ້ຈຳກັດບໍລິເວນຢູ່ເຮືອນ, ອັນນີ້ກໍ່ເພື່ອຮັບປະກັນການປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ມີຄວາມສະດວກໃນການຕິດຕາມກວດກາສຸຂະພາບແຕ່ລະວັນຂອງແພດໝໍ ແລະ ການລາຍງານຕໍ່ຄະນະສະເພາະກິດ.

ມາຮອດເວລາ 6 ໂມງເຊົ້າ ຂອງວັນທີ 5 ພຶດສະພາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດຢູ່ 212 (ປະເທດ/ເຂດ), ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 3,639,512 (ເພີ່ມໃໝ່ 75,823), ເສຍຊິວິດ 251,708 (ເພີ່ມໃໝ່ 3,562) ກວມເອົາ 6.91% ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 1,190,967 (ເພີ່ມໃໝ່ 37,974) ກວມເອົາ 32.7% ຂອງຜູ້ຕິດເຊື້ອທັງໝົດ, ມີບາງປະເທດຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 22,145 ຄົນ ແລະ ເສຍຊີວິດ 894 ຄົນ.

ສະເພາະກຸ່ມປະເທດອາຊຽນກໍ່ເຫັນວ່າ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອ ແລະ ເສຍຊີວິດສູງຢູ່ ມີບາງປະເທດຕິດເຊື້ອໃໝ່, ເຊິ່ງມາຮອດໃນວັນທີ 4 ພຶດສະພາ 2020 ນີ້ ເຖິງ 573 ຄົນ ແລະ ເສຍຊີວິດໃນມື້ດຽວຢູ່ກຸ່ມປະເທດອາຊຽນເຖິງ 35 ຄົນ.

ຂ່າວ: ວຽງຈັນທາຍ

ພາບ: ເພັດໂພໄຊ

Comments