ຫຼາຍບໍລິສັດໃນປະເທດຍີ່ປຸ່ນ ໄດ້ເລັ່ງນຳໃຊ້ AI​ ໃນການຮັບສະໝັກວຽກ ໄວຂຶ້ນຢ່າງແຂງຂັນ…

ຈາກສະຖານະການ Covid-19 ລະບາດທີ່ຜ່ານມາເຮັດໃຫ້ຫຼາຍສິ່ງປ່ຽນໄປ ທັງການໃຊ້ຊີວິດປະຈໍາວັນ ແລະ ການເຮັດວຽກໃນຮູບແບບຕ່າງໆ ລວມໄປເຖິງການຮັບສະໝັກພະນັກງານ ເຊິ່ງສ່ວນໃຫຍ່ການຮັບສະໝັກພະນັກງານຈະຕ້ອງພົບປະກັບ ພະນັກງານຝ່າຍບຸກຄົນ ຫຼື 

ແຕ່ເຫັນວ່າ ປະເທດຍີ່ປຸ່ນພັດທະນາໄປອີກຂັ້ນ ເພາະຫຼາຍບໍລິສັດເລີ່ມໃຊ້ AI ເຂົ້າມາໃນການຮັບສະໝັກງານ ການໃຊ້ AI ໃນການຄັດກອງ Resume ຂອງຜູ້ສະໝັກນັບໝື່ນຄົນຈະຊ່ວຍໃຫ້ HR ຫຼຸດເວລາເຮັດວຽກໄດ້ຫຼາຍເຖິງ  75% ແຕ່ການໃຊ້ AI ເປັນການໃຊ້ງານພຽງບາງສ່ວນ ສຸດທ້າຍແລ້ວ HR ຍັງເປັນຜູ້ຕັດສິນໃຈທີ່ຈະເລືອກພະນັກງງານເຂົ້າເຮັດວຽກ ເນື່ອງຈາກການຮັບສະໝັກພະນັກງານ ຈະມີເລື່ອງນະໂຍບາຍ ແລະ ມາດຕະຖານການສັນຫາບຸກຄະລາກອນ ເພື່ອຊ່ວຍໃຫ້ເກີດຄວາມເປັນກາງໃນການຈ້າງງານ, AI ຈຶ່ງຖືກນໍາມາໃຊ້ສະເພາະວຽກທີ່ຕ້ອງເຮັດຊໍ້າ ແລະ ເຮັດໃນປະລິມານຫຼາຍ.

ຫຼາຍບໍລິສັດເລີ່ມເຫັນວ່າ  AI ຄວນຖືກນໍາມາໃຊ້ໃນການຈັດການຂໍ້ມູນຊັບພະຍາກອນບຸກຄົນ, ເຊິ່ງຖືກເກັບຮວບຮວມມາດົນນານຫຼາຍປີ ລວມເຖິງເພື່ອໃຫ້  HR ສາມາດຕັດສິນໃຈຈ້າງງານໄດ້ຖືກຕ້ອງກັບເປົ້າໝາຍຫຼາຍຂຶ້ນ ໂດຍຜ່ານຄວາມຮູ້ສຶກສ່ວນຕົວຂອງ HR ດ້ວຍຂະບວນການ ການຈັບຄູ່ລະຫວ່າງປະສົບການ, ທັກສະ ແລະ ຄວາມຮູ້ຂອງຜູ້ສະໝັກ ກັບຄວາມຕ້ອງການຂອງ HR ທີ່ບໍລິສັດຕ້ອງການ. ຍິ່ງໄປກວ່ານັ້ນ ຫຼາຍບໍລິສັດເລີ່ມມີການໃຊ້ Chatbot ຮ່ວມກັບ AI ໃນການສະໝັກວຽກ ເພື່ອໃຊ້ໃນການຄັດເລືອກຜູ້ສະໝັກທີ່ເໝາະສົມກັບຄຸນສົມບັດທີ່ບໍລິສັດຕ້ອງການໃນເບື້ອງຕົ້ນ, ລວມໄປເຖິງການໃຊ້ AI ເພື່ອເພີ່ມປະລິມານການເວົ້າ ແລະ ການສະແດງອອກທາງສີໜ້າຂອງຜູ້ສະໝັກໃນກໍລະນີທີ່ມີການຮັບສະໝັກຜ່ານ Video ເພື່ອເບິ່ງວ່າມີຄວາມເໝາະສົມກັບຕໍາແໜ່ງໜ້າທີ່ທີ່ເປີດຮັບສະໝັກໄວ້ ຫຼືບໍ?. ຜູ້ຜະລິດເບຍລາຍໃຫຍ່ຂອງຍີ່ປຸ່ນເຊັ່ນ Kirin Holdings Co. ທີ່ຕັດສິນໃຈຈ້າງງານໃນຮູບແບບ Online 100% ເຫັນວ່າ ໄດ້ມີການໃຊ້ເທັກໂນໂລຢີເພື່ອໃຊ້ໃນການເກັບຖານຂໍ້ມູນຂອງຜູ້ສະໝັກ ລວມເຖິງການປະເມີນຜົນການສໍາພາດ Profile ແລະ ປະຫວັດຫຍໍ້ຂອງຜູ້ສະໝັກວຽກ ໂດຍມີແຜນໃນອະນາຄົດທີ່ຈະນໍາ  AI ເຂົ້າຮ່ວມໃຊ້ກັບເທັກໂນໂລຢີເພື່ອຈ້າງງານ.

ແຕ່ເຖິງຢ່າງໃດກໍຕາມ AI ກໍຍັງມີຂໍ້ເສຍໃນເລື່ອງຂອງການປະເມີນອຸປະນິໄສຂອງຜູ້ສະໝັກງານ ເຊິ່ງເປັນເລື່ອງລະອຽດອ່ອນທີ່ອາດຈະສົ່ງຜົນຕໍ່ພາບລັກຂອງອົງກອນໄດ້ ເພາະອາດຈະແຕະຕ້ອງສິດທິມະນຸດ ເພາະວ່າ​ AI ມັຈະເອົາຄຳເຫັນຕ່າງໆທີ່ໂພສລົງໃນ LINE ແລະ ​ສື່ສັງຄົມອອນໄລນ໌ ມາປະມວນ ແລະ ຕັດສິນໃຫ້ສະແນນບວກລົບຕ່າງໆ ຍົກຕົວຢ່າງເຊັ່ນການໃຊ້ AI ໃນການຮັບສະໝັກວຽກຂອງ Microsoft ເຖິງແມ່ນຈະໄດ້ພະນັກງານທີ່ມີຄວາມສາມາດຖືກຕ້ອງຕາມບໍລິສັດຕ້ອງການ ແຕ່ກໍເຮັດໃຫ້ເກີດບັນຫາການແບ່ງຊົນຊັ້ນສີຜິວຫຼາຍຂຶ້ນໃນບໍລິສັດ  ຫຼືຢູ່ທີ່  Amazon ທີ່ມີອາຍຸການໃຊ້ງານ AI ໃນການຈ້າງງານ ຫຼັງພົບວ່າກໍ່ໃຫ້ເກີດການເລືອກປະຕິບັດຕໍ່ຜູ້ຍິງພ້ອມກັນນີ້ AI ໃນການຈ້າງງານຈຶ່ງເປັນພຽງເຄື່ອງມືທີ່ສໍາຄັນ ໃນການຈັດເກັບ ແລະ ຮວບຮວມຂໍ້ມູນ ລວມໄປເຖິງການວິເຄາະປະເມີນເບື້ອງຕົ້ນ  ແຕ່ໃນຂະບວນການຕັດສິນໃຈຍັງຈໍາເປັນຕ້ອງໃຊ້ HR ເພື່ອປະເມີນຜົນໃນຫຼາກຫຼາຍມິຕິທີ່ AI ບໍ່ສາມາດເຮັດໄດ້.

ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FMarketingOopsdotcom%2Fposts%2F10156940028007610&width=500″ width=”500″ height=”587″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

Comments