ວົງການປະກັນໄພຂອງໄທ ຄືນເບ້ຍປະກັນເປັນເງິນ Digital ໃນແອັບ TIP COIN by THINK BIT…

ໃນຍຸກ New Normal ສິ່ງຕ່າງໆໄດ້ມີການປ່ຽນແປງ ຫຼັງຈາກທົ່ວໂລກໄດ້ປະສົບບັນຫາການແຜ່ລະບາດຂອງ COVID-19 ຈຶ່ງເຮັດໃຫ້ຮູບແບບການໃຊ້ຊີວິດປ່ຽນແປງ ໂດຍສະເພາະເລື່ອງຂອງນໍາເອົາເຕັກໂນໂລຊີ Digitalເຂົ້າມາມີສ່ວນຮ່ວມໃນການໃຊ້ຊີວິດປະຈໍາວັນ ໃຫ້ກາຍເປັນເລື່ອງປົກກະຕິ ແລະ ຊ່ວຍໃຫ້ການໃຊ້ຊີວິດໃນຍຸກ New Normal  ກາຍເປັນເລື່ອງງ່າຍ. ບໍລິສັດປະກັນໄພ ເປັນໜຶ່ງໃນຫຼາຍທຸລະກິດທີ່ຕ້ອງພົບກັບຄວາມປ່ຽນແປງໃນຍຸກ New Normal ໂດຍສະເພາະການຂາຍປະກັນໄພການຂາຍລະຫວ່າງບຸກຄົນຕໍ່ບຸກຄົນ ເຊິ່ງເຮັດໃຫ້ມີຄວາມເຂົ້າໃຈ ແລະ ໄວ້ໃຈ ໃນການບໍລິການ, ແຕ່ຈາກສະຖານະການ ການແຜ່ລະບາດຂອງ COVID-19 ເຮັດໃຫ້ມີຂໍ້ຍົກເວັ້ນທາງສັງຄົມ  (Social Distancing), ສົ່ງຜົນກະທົບຕໍ່່ການຂາຍປະກັນໄພ ບໍລິສັດ ທິບພະຍະປະກັນໄພ ຈຳກັດ (ມະຫາຊົນ) ຫຼືຜູ້ພັດທະນາ Application ແລະ Platform ເປີດຕົວ “TIP COIN” ຊ່ວຍເຫຼືອລູກຄ້າທີ່ຊື້ປະກັນໄພໄວຣັສ COVID-19 ເຊິ່ງສາມາດຮັບເບ້ຍປະກັນຄືນແບບງ່າຍດາຍໃນຮູບແບບເງິນ Digital ຜ່ານແອັບ “TIP COIN by THINK BIT”.

ສຳຫຼັບ ແອັບດັ່ງກ່າວ ຊ່ວຍໃຫ້ສາມາດຮັບເບ້ຍປະກັນຄືນ ໃນຮູບແບບເງິນເອເລັກໂທຣນິກ “TIP COIN” ເຊິ່ງຈະມີມູນຄ່າເທົ່າກັບເບ້ຍປະກັນທີ່ຈ່າຍໄປ ເພື່ອນໍາໄປໃຊ້ແລກຊື້ສິນຄ້າ ຫຼື ໃຊ້ເປັນສ່ວນຫຼຸດສໍາລັບຊື້ປະກັນໄພ ໂດຍທີ່ລູກຄ້າຍັງໄດ້ຮັບການຄຸ້ມຄອງຄືເກົ່າ. ສິ່ງທີ່ເດັ່ນຂອງແອັບນີ້ ຄືການອໍານວຍຄວາມສະດວກໃຫ້ການບໍລິການດ້ວຍເຕັກໂນໂລຊີ Blockchain  ແລະ Crypto Wallet ເຊິ່ງເປັນຄັ້ງທໍາອິດໃນວົງການປະກັນໄພ ຊ່ວຍໃຫ້ລູກຄ້າບໍ່ຕ້ອງອອກຈາກເຮືອນໂດຍທີ່ບໍ່ຈໍາເປັນ ພ້ອມກັນນັ້ນ, ລູກຄ້າທີ່ຊື້ປະກັນໄພໄວຣັສ COVID-19 ສາມາດຮັບເບຍປະກັນຄືນໃນຮູບແບບ TIP COIN ເຊິ່ງມີມູນຄ່າເທົ່າກັບລາຄາທໍາມະດາຕາມແຜນທີ່ລູກຄ້າຊື້ໄວ້ ເຊິ່ງ TIP COIN ນີ້ ສາມາດສະສົມໄວ້ໂດຍບໍ່ມີມື້ໝົດອາຍຸ ແລະ ຍັງສາມາດນໍາມາແລກຊື້ຜະລິດຕະພັນປະກັນໄພຕ່າງໆຂອງ ບໍລິສັດທິບພະຍະປະກັນໄພ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້. ນອກຈາກນີ້, ໃນອະນາຄົດ ໄດ້ມີການກຽມເຊື່ອມ “Business Ecosystem” ລະຫວ່າງແບຣນຮ້ານຄ້າ ແລະ Partner ຕ່າງໆ ໃນໂລກ Digital ໄດ້ອີກດ້ວຍ, ເຊິ່ງນອກຈາກຈະເພີ່ມໂອກາດໃນການຕອບໂຈດການໃຊ້ງານແກ່ຜູ້ບໍລິໂພກແລ້ວ ຍັງຊ່ວຍຮຽນຮູ້ ແລະ ເຂົ້າໃຈຜູ້ບໍລິໂພກອີກດ້ວຍ. ສໍາຫຼັບວິທີໃຊ້ງານແອັບ “TIP COIN by THINK BIT” ແມ່ນສາມາດລົງທະບຽນເພື່ອເລີ່ມເຂົ້າສູ່ການໃຊ້ງານ ທັນທີທີ່ມີການຊື້ປະກັນໄພໄວຣັສ COVID-19 ມູນຄ່າຂອງເບ້ຍປະກັນໄພທີ່ໄດ້ຊື້ໄວ້ ຈະປ່ຽນສະພາບເປັນເງິນ Digital ໃນຮູບແບບ TIP Coin ເຊິ່ງມີລາຄາເທົ່າກັບເບ້ຍປະກັນໄພຕົວຈິງ.

ແນ່ນອນວ່າ ວີຖີຊີວິດຮູບແບບ New Normal ກຳລັງກາຍເປັນສິ່ງທີ່ສໍາຄັນຂອງທຸລະກິດປັດຈຸບັນ ໂດຍສະເພາະການປະສົມປະສານເຕັກໂນໂລຊີ ໃນຮູບແບບຂອງ Crypto Wallet ໂດຍໃຊ້ Blockchain Technology ເຊິ່ງນອກຈາກຈະມີຄວາມປອດໄພສູງແລ້ວ ຍັງສອດຄ່ອງກັບວິຖີຊີວິດຂອງຄົນໃນຍຸກ Digital ນຳອີກ ແລະ ທີ່ສໍາຄັນ Crypto Wallet ແມ່ນສາມາດເກັບໄວ້ໄດ້ຖ້າຫາກຍັງບໍ່ໄດ້ໃຊ້ ໂດຍທີ່ມູນຄ່າບໍ່ຫຼຸດລົງ ເຊິ່ງນອກຈາກຈະສອດຄ່ອງກັບຮູບແບບ New Normal ແລ້ວ ຍັງເປັນສ່ວນໜຶ່ງໃນການຊ່ວຍບັນເທົາຄ່າໃຊ້ຈ່າຍຂອງຜູ້ຊື້ປະກັນໄພອີກດ້ວຍ.

ແຫຼ່ງຂໍ້ມູນ: https://www.facebook.com/39391492609/posts/10156928636902610/

Comments