ທາງລົດໄຟ ລາວ-ຈີນຈະຫັນປ່ຽນພາບຟົດຂອງລາວຈາກຈຸດເສຍປຽບມາເປັນຈຸດໄດ້ປຽບ

ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປີດເຜີຍວ່າ: ຮອດທ້າຍເດືອນພຶດສະພາ 2020, ການປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີຄວາມຄືບໜ້າດີ ສາມາດບັນລຸ 89,43% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງ ທາງລົດໄຟ; ໃນນີ້, ໄດ້ຊີເຈາະໄດ້ 75 ອຸໂມງ, ຍາວ 223.600 ແມັດ ເຈາະທະລຸແລ້ວ 65 ອຸໂມງ, ກໍ່ສ້າງຂົວທັງໝົດ 164 ແຫ່ງ, ສ້າງເສົາຂົວສໍາເລັດ 1.959 ເສົາ ເທົ່າກັບ 98,10% ຂອງການອອກແບບທັງໝົດ, ສໍາເລັດການວາງຂາງຂົວ 746 ຊ່ວງເສົາ ກວມເອົາ 36,60%; ສ່ວນການວາງລາງແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ຫາ ແຂວງຫລວງພະບາງ ສໍາເລັດ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ.

-ຖ້າເສັ້ນທາງລົດໄຟລາວ-ຈີນສໍາເລັດຈະເຮັດໃຫ້ ສປປ ລາວປ່ຽນສະຖານະພາບຈາກປະເທດບໍ່ຕິດຈອດກັບທະເລກາຍເປັນປະເທດເຊື່ອມຈອດໂລກພາຍນອກແບບອັດຕະໂນມັດ ພ້ອມກາຍເປັນປະຕູອອກສູ່ 10 ປະເທດສະມາຊິກອາຊຽນກັບປະຊາກອນ 600 ລ້ານຄົນ ແລະ ເຊື່ອມຕໍ່ກັບພາກພື້ນ-ສາກົນໂດຍຜ່ານ ສປ ຈີນພາຍໃຕ້”ຫນຶ່ງແລວຫນຶ່ງເສັ້ນທາງ”
-ກ່ອນຫນ້ານັ້ນຜູ້ປະກອບການທຸລະກິດລາວຈ່າຍຄ່າຂົນສົ່ງສິນຄ້າ 5.000-6.000 ໂດລາຕໍ່ 1 ຕູ້ສິນຄ້າ ໂດຍລົດບັນທຸກຈາກລາວຜ່ານໄທສູ່ແຫລມສະບັງ ແລະ ຜ່ານຫວຽດນາມໄປຫາທະເລນໍ້າເລີກອິນເດຍເພື່ອໄປທະວິບເອີລົບ ແລະ ປະເທດທີ 3 ແຕ່ຖ້າເສັ້ນລົດໄຟສໍາເລັດຈະເຮັດໃຫ້ຜູ້ປະກອບການຈ່າຍຄ່າຂົນສົ່ງຫລຸດລົງເຫລືອພຽງປະມານ 500-3000 ໂດລາຕໍ່ 1 ຕູ້ສິນຄ້າ ສະນັ້ນຈະເຫັນສ່ວນຕ່າງກັນປານຟ້າກັບດິນ ແລະ ຜູ້ປະກອນຈະມີກໍາໄລຫລາຍຂຶ້ນ


-ຄ່າຂົນສົ່ງໂດຍສານສໍາລັບນັກທ່ອງທ່ຽວ, ແຂກຕ່າງດ້າວທ້າວຕ່າງເມືອງຖືກກວ່າ ຍົກຕົວຢ່າງ ຂີ່ລົດໄຟແຕ່ນະຄອນຫລວງວຽງຈັນ-ຫລວງພິບາງ-ຫລວງນໍ້າທາຈະຕົກຢູ່ປະມານ 100.000-150.000 ກວ່າກີບ ພ້ອມທັງປະຢັດເວລາ ແລະ ມີຄວາມປອດໄພສູງ
-ສປ ຈີນເປີດຮັບຊື້ງົວຈາກ ສປປ ລາວ 500.000 ໂຕຕໍ່ປີ, ຊື້ເຂົ້າຈ້າວ-ເຂົ້າຫນຽວ 20.000 ໂຕນ-80.000 ໂຕນຕໍ່ປີໃນເບື້ອງຕົ້ນ ແລະ ສິນຄ້າກະສິກໍາອື່ນໆ
-ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ລາຍງານວ່າ: ການປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ມູນຄ່າເກືອບ 6 ຕື້ໂດລາ, ມີຄວາມຄືບໜ້າດີ ສາມາດບັນລຸ 89,43% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງ ທາງລົດໄຟ; ໃນນີ້, ໄດ້ຊີເຈາະໄດ້ 75 ອຸໂມງ, ຍາວ 223.600 ແມັດ ເຈາະທະລຸແລ້ວ 65 ອຸໂມງ, ກໍ່ສ້າງຂົວທັງໝົດ 164 ແຫ່ງ, ສ້າງເສົາຂົວສໍາເລັດ 1.959 ເສົາ ເທົ່າກັບ 98,10% ຂອງການອອກແບບທັງໝົດ, ສໍາເລັດການວາງຂາງຂົວ 746 ຊ່ວງເສົາ ກວມເອົາ 36,60%; ສ່ວນການວາງລາງແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ຫາ ແຂວງຫລວງພະບາງ ສໍາເລັດ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 400 ກວ່າກິໂລແມັດ.


ສໍາລັບຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນໄລຍະ 2 ແຕ່ສະຖານີໂດຍສານ ນະຄອນຫລວງວຽງຕັນ ຫາສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ແມ່ນສໍາເລັດການປັກຫລັກຂອບເຂດສະຖານີໂດຍສານ ໃນເນື້ອທີ່ 150 ເຮັກຕາ, ສໍາເລັດການປັກຫລັກຂອບເຂດສະຫງວນທາງລົດໄຟ ຄວາມຍາວ 17 ກິໂລແມັດ, ສໍາເລັດການປັກຫລັກຂອບເຂດສະຖານີສິນຄ້າວຽງຈັນໃຕ້ 2 ຈຸດ ໃນຈໍານວນ 3 ຈຸດ; ສ່ວນການມອບພື້ນທີ່ເພື່ອການກໍ່ສ້າງຂອງໂຄງການ ແມ່ນປະຕິບັດໄດ້ 100% .


-ເປັນຫຍັງປະເທດທີ່ພັດທະນາແລ້ວຈິ່ງພັດທະນາໄວ ແລະ ຈະເລີນຮຸ່ງ? ຕົວຢ່າງ ປະເທດອັງກິດມີເສັ້ນທາງລົດໄຟກ່ອນສົງຄາມໂລກຄັ້ງທີ 1 ໃນຊຸມປີ 1917 ໂດຍເບື້ອງແມ່ນລົດໄຟໃຊ້ອາຍນໍ້າ ເຊິ່ງສ້າງຂຶ້ນມາເພື່ອຂົນສົ່ງສິນຄ້າປະເພດຖ່ານຫີນ, ນໍ້າມັນດິບ ແລະ ບໍລິການອື່ນໆ
-ຈຸດພິເສດຂອງປະເທດຕາເວັນຕົກສ້າງລົດໄຟເພື່ອຫລຸດຜ່ອນຄ່າຂົນສົ່ງ, ຂົນໄດ້ຈໍານວນຫລາຍ, ປະຢັດເວລາ ແລະ ມີຄວາມສ່ຽງນ້ອຍ.
ພາບ-ຂ່າວ: ນໍ້າອອ້ຍຂົມ

ທີ່ມາ: ຂ່າວສານປະເທດລາວ

Comments