ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຈະຈັດຂຶ້ນຜ່ານທາງອອນລາຍ

ຕາມການລາຍງານຂ່າວ​ຈາກ​ຫວຽດນາມ (VOVWORLD), ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 36 ຈະຈັດ​ຂຶ້ນ ໃນວັນທີ 26 ມິຖຸນາ ຜ່ານທາງ ອອນລາຍ. ດ້ວຍບົດບາດ ເປັນປະທານ ອາຊຽນ ປີ 2020, ​ໂດຍ ທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຈະເປັນປະທານ ວາລະໄຂກອງປະຊຸມ ຄົບຄະນະ, ບັນດາ ວາລະປະຊຸມ ພິເສດກ່ຽວກັບ ການເພີ່ມ ສິດອຳນາດ ໃຫ້ແມ່ຍິງ ໃນຍຸກ ດີຈີຕອນ; ການເຈລະຈາ ລະຫວ່າງ ການນຳຂອງ ບັນດາປະເທດ ອາຊຽນ ກັບສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ (AIPA), ຜູ້ຕາງໜ້າຊາວໜຸ່ມ ອາຊຽນ, ສະພາ ທີ່ປຶກສາ ທຸລະກິດ ອາຊຽນ (ASEAN-BAC). ທ່ານ ນາງ ຫງວຽນ ທິກີມເງິນ, ປະທານ ສະພາແຫ່ງຊາດ ຫວຽດນາມ, ເປັນປະທານ AIPA 41 ຕາງໜ້າໃຫ້ ຫວຽດນາມ ໄດ້ກ່າວ ຄຳເຫັນ ຢູ່ວາລະປະຊຸມພິເສດ ກ່ຽວກັບ ການເພີ່ມສິດອຳນາດ ໃຫ້ແມ່ຍິງ ໃນຍຸກ ດີຈີຕອນ ແລະ ພ້ອມກັບ ທ່ານ ນາງ ຕ່ອງທິຟ້ອງ ຮອງປະທານ ຜູ້ປະຈໍາການ ສະພາແຫ່ງຊາດ ຫວຽດນາມ, ຫົວໜ້າ ຄະນະຜູ້ແທນ ຫວຽດນາມ ປະຈຳ AIPA ເຂົ້າຮ່ວມການເຈລະຈາ ລະຫວ່າງ ການນຳຂອງ ອາຊຽນ ແລະ AIPA.http://kpl.gov.la/detail.aspx?id=52954

Asean flag Free vector in Adobe Illustrator ai ( .ai ) format ...

36 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ດ່າໜັງ

ແຫຼ່ງຂ່າວ: ຂປລ

Comments