ຫຼວງພະບາງ ສະເຫຼີມສະຫຼອງ ງານກາເຟລາວ…

ວັນທີ 3 ຕຸລາ 2020 ສະພາການອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ຮ່ວມກັບກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ຈັດງານສະເຫຼີມສະຫຼອງງານກາເຟລາວ ຢູ່ເຮືອນຈັນນະຄອນ ຫຼວງພະບາງ. ມີ ທ່ານ ພວງປາລິສັກ ປຣະວົງວຽງຄຳ ທີ່ປຶກສາລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວເຂົ້າຮ່ວມ.

ທ່ານ ຈັນທາ ທີບພະວົງພັນ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ກ່າວໄຂງານຄັ້ງນີ້ວ່າ: ງານກາເຟລາວ ຫຼື ກາເຟບ້ານເຮົາ ໄດ້ມີການສະເຫຼີມສະຫຼອງທຸກໆປີ ໂດຍໄດ້ກຳນົດເອົາວັນທີ 1 ຕຸລາ ຂອງທຸກປີເປັນວັນກາເຟລາວ, ສຳລັບປີນີ້ ຈັດຂຶ້ນເປັນຄັ້ງທີ 3 ແລະ ເປັນຄັ້ງທີ 2 ທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງ.

ການຈັດກິດຈະກໍາກາເຟລາວ ແມ່ນມີຄວາມໝາຍສໍາຄັນຫຼາຍ ເພື່ອຊຸກຍູ້ສົ່ງ ເສີມ ແລະໂຄສະນາກາເຟລາວ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ກາເຟລາວ ແມ່ນພືດ ທີ່ຕິດພັນກັບວັດທະນະທຳ-ຮີດຄອງປະເພນີ ແຕ່ບູຮານນະການຈົນປັດຈຸບັນ ແລະ ກາຍເປັນສິນຄ້າຖິ່ນກຳເນີດຂອງຊາດລາວ ຂະບວນ ການຜະລິດກາເຟລາວ ແມ່ນໄດ້ຮັບການຊຸກສົ່ງເສີມຢ່າງກວ້າງຂວາງ

ມາຮອດປັດຈຸບັນ ມີເນື້ອທີ່ປະມານ 1 ແສນແຮກຕາ ຜົນຜະລິດໄດ້ 1 ແສນກວ່າໂຕນຕໍ່ປີ, ໃນນີ້ ການຜະລິດກວມເອົາ 90% ແມ່ນຢູ່ພາກກາງ ແລະພາກໃຕ້, ສ່ວນພາກເໜືອຂອງລາວແມ່ນກວມເອົາພຽງ 10% ສະເພາະບັນດາແຂວງພາກເໜືອ ທີ່ມີເງື່ອນໄຂໃນການປູກກາເຟເປັນສິນຄ້າ ແລະ ມີຄຸນນະພາບສູງ, ຜູ້ຜະລິດສ່ວນ ໃຫຍ່ ແມ່ນຊາວກະສິກອນຂະໝາດນ້ອຍ ປະມານ 2 ໝື່ນ 5 ພັນ ຄອບຄົວ ທີ່ໄດ້ຮັບຜົນປະໂຫຍດ ແລະປະມານ 3 ແສນຄົນ ທີ່ໄດ້ອອກແຮງງານ ແລະ ມີລາຍຮັບຈາກການຜະລິດກາເຟ ແລະ ປຸງແຕ່ງກາເຟ.

ປັດຈຸບັນກາເຟລາວ ໄດ້ກາຍເປັນສິນຄ້າສົ່ງອອກ ແລະ ສ້າງລາຍຮັບໄດ້ປະມານ 100 ລ້ານໂດລາສະຫະລັດຕໍ່ປີ ທັງເປັນທີ່ຍອມຮັບຈາກພາກພື້ນ ແລະສາກົນ. ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ກ່າວຕື່ມວ່າ: ປັດຈຸບັນ ກາເຟລາວ ໄດ້ຮັບການຊຸກຍູ້ສົ່ງເສີມ ຈາກລັດຖະບານແບບເປີດກວ້າງ, ເພີ່ມທະວີ ຮ່ວມກັບສາກົນໃນການຜະລິດ-ຈຳໜ່າຍ ແລະ ກາຍເປັນສິນຄ້າຍຸດທະສາດສົ່ງອອກຂອງ ສປປ ລາວ

ຊຶ່ງສ້າງລາຍຮັບທີສຳຄັນ ແກ່ເສດຖະກິດຂອງຊາດ ລວມເຖິງການຈ້າງງານ ໃນຫຼາກຫຼາຍສາຂາວິຊາຊີບທີ່ກ່ຽວຂ້ອງເຊັ່ນ: ການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການຄ້າຂາຍ ແລະອື່ນໆ, ການຈັດກິດຈະກຳ ຄັ້ງນີ ໄດ້ຮັບການສະໜັບສະໜູນຈາກອົງ ການຝຣັ່ງເສດເພື່ອການພັດທະນາ ຫຼື ອາເອັຟເດ (AFD).

ແຫຼ່ງຂໍ້ມູນ: ວສລ

Comments