ໂຕໂຢ ຈະສ້າງຄ່ານິຍົມການໃຊ້ ແບບ Made in Laos…

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະໄດ້ ່ ລົງຢ້ຽມຢາມ ໂຮງງານອຸດສາຫະກຳໂຕໂຢລາວຈຳກັດຜູ້ດຽວ ທີ່ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 1 ຕຸລານີ້ ໂດຍໄດ້ຮັບການຕ້ອນຮັບຂອງທ່ານ ລັງກອນ ໄຊຍະວົງ ປະທານ ໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດຜູ້ດຽວ.

ໃນໂອກາດລົງຢ້ຽມຢາມຄັ້ງນີ້ ທ່ານລັດຖະມົນຕີພ້ອມ ຄະນະໄດ້ຮັບຟັງການລາຍງານ ກ່ຽວກັບ ການຂະຫຍາຍຕົວ ຂອງບໍລິສັດໂດຍຫຍໍ້ ຊຶ່ງສະເຫນີ ໂດຍທ່ານ ລັງກອນ ໄຊຍະວົງ ໃຫ້ຮູ້ວ່າ : ໂຮງງານອຸດສາຫະ ກຳໂຕໂຢລາວ ຈຳກັດ ໄດ້ສ້າງຕັ້ງຂຶ້ນໃນປີ 2016 ເພື່ອຜະລິດທໍ່ ແລະ ອຸປະກອນກໍ່ສ້າງລະບົບນ້ໍາ, ໄດ້ຮັບການຖ່າຍທອດເຕັກໂນໂລຊີຈາກຕ່າງປະເທດ, ປັດຈຸບັນປະກອບມີ 2 ສາຂາ ແລະ 800 ກວ່າຕົວແທນຈຳໜ່າຍທົ່ວປະເທດ,

ໃນນັ້ນຕັ້ງຢູ່ ບ້ານໄຊສະຫວ່າງ 1 ສາງໃຫຍ, ບ້ານສະພັງມຶກ ເມືອງໄຊທານີ, ບ້ານສີບຸນເຮືອງ ເມືອງຈັນທະບູລີ, ບ້ານຫນອງໜຽວ ເມືອງສີໂຄດຕະບອງ ແລະ ໂຮງງານ ອຸດສາຫະກຳໂຕໂຢລາວ ຈຳກັດ ຜູ້ດຽວ, ບ້ານ ໂພຄໍາ ເມືອງໄຊທານີ, ສ່ວນວັດຖຸດິບ ໄດ້ນຳເຂົ້າມາຈາກຕ່າງປະເທດຄື: ໄທ, ຫວຽດນາມ, ສິງກະໂປ, ແຄວ້ນໄຕ້ຫວັນ. ທ່ານ ລັງກອນ ໄຊຍະວົງ ໄດ້ກ່າວໃຫ້ຮູ້ຕື່ມອີກວ່າ : ສາໍລັບທິດທາງພັດທະນາ ໃນ ອະນາຄົດ ແມ່ນຈະໄດ້ສືບຕໍ່ພັດທະນາເຄື່ອງຈັກ ແລະ ເຕັກໂນໂລຊີ ເພື່ອຜະລິດທໍ່ ແລະ ອຸປະກອນມາຮັບໃຊ້ລະບົບນ້ຳກະເສດ (ປູກຝັງ ແລະ ລ້ຽງສັດ)

ເພື່ອສະຫນອງ ໃຫ້ທັນການ ແລະ ຊ່ວຍຫຼຸດຕົ້ນທຶນການຜະລິດຂອງຊາວກະສິກອນ ແລະ ຜູ້ລົງທຶນໃນຂະແຫນງການກະເສດ, ສືບຕໍ່ສ້າງບຸກຄະລາກອນ ໃຫ້ມີຄວາມຊ່ຽວຊານໃນການຄຸມຄອງຜະລິດ ແລະ ການອອກແບບລະບົບນ້ໍາປະເພດຕ່າງໆ ເພື່ອບໍລິການລູກຄ້າໃນ ສປປ ລາວ ໃຫ້ມີຄວາມຍືນຍົງ, ສືບຕໍ່ສ້າງຍີ່ຫໍ້ສິນຄ້າ (ແບຣນ) ແລະ ສ້າງຄ່ານິຍົມໃນການໃຊ້ຜະລິດຕະພັນລາວທີ່ໄດ້ຄຸນນະພາບພາຍໃຕ້ກິດຈະກຳ ຜະລິດໃນລາວ ຫຼື Made in Laos, ສືບຕໍ່ຂະຫຍາຍ ຕະຫຼາດໄປຫາບັນດາໂຄງການລົງທຶນຂອງ ຕ່າງປະເທດ

ເພື່ອສົ່ງເສີມການສົ່ງອອກກັບທີ່ ເພື່ອຊອກຫາແຫຼ່ງທຶນຕ່າງປະເທດເພື່ອເປັນແຫຼ່ງທຶນ ໃນການຈັດຊື້ວັດຖຸດິບຈາກຕ່າງປະເທດ.ຕໍ່ມາທ່ານນາງ ເຂັມມະນີ ພົນເສນາ ພ້ອມດ້ວຍຄະນະ ກໍ່ໄດ້ໄປຢ້ຽມຢາມຫໍພິພິທະພັນ ໄມ້ລາວ, ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ແຫຼ່ງຂໍ້ມູນ: ໜັງສືພິມປະຊາຊົນ

Comments