ໂຄງການພັດທະນາທ່າເຮືອ ແລະ ບໍລິການ ເມືອງຕົ້ນເຜີ້ງ ມູນຄ່າການລົງທຶນເບື້ອງ 50 ລ້ານໂດລາ

ພິທີວາງສີລາລຶກໂຄງການສຳປະທານເນື້ອທີ່ດິນລັດ ເພື່ອພັດທະນາທ່າເຮືອ ແລະ ບໍລິການ ເຂດບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດຂຶ້ນວັນທີ 3 ຕຸລາ 2020 ໂດຍມີທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.​

ທ່ານ ຄອນຄໍາ ອິນທະວົງ ປະທານບໍລິສັດ ໂອເຊຍໂນການຄ້າ ຈໍາກັດຜູ້ດຽວ ກ່າວວ່າ: ໂຄງການພັດທະນາທ່າເຮືອບ້ານມອມ ແລະ ເຂດບໍລິການ ເປັນແນວຄວາມຄິດຂອງນັກພັດທະນາທັງ ພາກລັດ ແລະ ນັກທຸລະກິດ ເວົ້າສະເພາະແຂວງບໍ່ແກ້ວ ຮ່ວມກັບບໍລິສັດ ໂອເຊຍໂນການຄ້າ ຈໍາກັດຜູ້ດຽວ ທີ່ຈະພັດທະນາສະຖານທີ່ແຫ່ງນີ້ໃຫ້ເປັນເຂດພັດທະນາແບບຍືນຍົງ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ປີ 2030 ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຂອງ ສປປ ລາວ.

ໂຄງການດັ່ງກ່າວ ເປັນໂຄງການຮ່ວມທຶນລະຫວ່າງພາຍໃນກັບຕ່າງປະເທດ ທີ່ມີປະສົບດ້ານການກໍ່ ສ້າງໃນອະນຸພາກພື້ນອາຊີ ປັດຈຸບັນໄດ້ກຽມພ້ອມດ້ານທຶນຮອນ ອຸປະກອນ ແລະ ວິຊາການ ມູນຄ່າການລົງທຶນເບື້ອງຕົ້ນ 50 ລ້ານໂດລາສະຫະລັດ ຈະໃຊ້ເວລາກໍ່ສ້າງ 9 ປີ ໂດຍແບ່ງເປັນ 3 ໄລຍະ ໃນນີ້, ເຂດທ່າເຮຶອສາກົນ ແລະ ເຂດບໍລິການ ປະກອບມີ 14 ກິດຈະການ ຄື: ກໍ່ເສັ້ນທາງຄົມມະນາຄົມ ທ່າທຽບເຮືອສາກົນ ເຂດການຄ້າປອດພາສີ ກໍ່ສ້າງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກລານຈອດລົດຂົນສົ່ງ ແລະ ລານຈອດບໍລິການ ສາງສິນຄ້າກາງແຈ້ງ ແລະ ໃນຮົ່ມ, ຈຸດກັກກັນພືດ-ສັດຕະວະແພດ ຫ້ອງການບໍລິຫານ ແລະ ຫໍພັກພະນັກງານ ເຂດອຸດສາຫະກໍາປຸ່ງແຕ່ງ, ສູນການຄ້າ ແລະ ຕະຫຼາດ ບ້ານຈັດສັນ, ໂຮງແຮມ, ຣີສອດ, ສວນສາທາລະນະ, ສູນເຝິກອົມຮົມວິຊາຊີບ ກິດຈະການເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານເອເລັກໂຕຣນິກ, ປ້ຳນ້ຳມັນ ແລະ ສາງເກັບມ້ຽນນ້ຳມັນ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

Comments