ເສວະນາ ກ່ຽວກັບໂຄງສ້າງລາຄາໄຟຟ້າລາວ…

ໃນວັນທີ 5 ຕຸລາ 2020, ລັດວິສາຫະກິດໄຟຟ້າລາວ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງ ຈັດເວທີ ເສວະນາ ເພື່ອປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບໂຄງສ້າງລາຄາໄຟຟ້າ ສະບັບປັບປຸງໃໝ່ 2021-2025, ໂດຍໄດ້ເຊື້ອເຊີນເອົາທຸກພາກ ສ່ວນທີ່ມີຄວາມສົນໃຈ ກ່ຽວກັບລາຄາໄຟຟ້າ ໃຫ້ສາມາດອອກຄໍາຄິດ, ຄຳເຫັນ, ແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ແບບສ້າງສັນ ແລະ ຢ່າງມີວິທະຍາສາດ.

ໃນເວທີເສວະນາໃນຄັ້ງນີ້, ນັກເສວະນາກອນ ຢູ່ເທິງເວທີ ປະກອບມີ ທ່ານ ສາຍທອງ ແກ້ວດວງດີ ຄະນະປະຈໍາສະພາແຫ່ງ, ປະທານກໍາມະທິການກົດໝາຍ, ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ ພູເພັດ ກ້ຽວພິລາວົງ ຄະນະບໍດີຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໂດຍມີ ພະນັກງານອາວຸໂສ ແລະ ບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ດາວວົງ ພອນແກ້ວ ກ່າວວ່າ: ການເສວະນາໃນຄັ້ງນີ້ ແມ່ນສືບເນື່ອງຈາກ ການທີ່ລັດຖະບານ ໄດ້ມີທິດຊີ້ນໍາ ໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບໄຟຟ້າລາວ ໃຫ້ມີການຄົ້ນຄວ້າ ຮູບແບບຕ່າງໆ ກ່ຽວກັບໂຄງສ້າງລາຄາໄຟຟ້າ ແລ້ວນໍາໄປອະທິບາຍທາບທາມຄໍາຄິດເຫັນ ຈາກປະຊາຊົນທຸກຊັ້ນຄົນ ເພື່ອສັງລວມ ເອົາບັນດາຂໍ້ສະເໜີ ລາຍງານຕໍ່ລັດຖະບານ. ໂດຍມີຈຸດປະສົງ ເພື່ອສົ່ງເສີມບັນດານະໂຍບາຍຂອງລັດຖະບານ ຂອງການພັດທະນາດ້ານເສດຖະກິດ, ຢາກໃຫ້ປະຊາຊົນລາວ ເຮັດການຜະລິດເປັນສິນຄ້າເພີ່ມຂຶ້ນ ຈະແມ່ນລະດັບຈຸນລະພາກ ຂະໜາດນ້ອຍ ຫລື ເປັນອຸດສາຫະກໍາປຸງແຕ່ງປະເພດຕ່າງໆ.

ສໍາຄັນແມ່ນໃຫ້ສາມາດ ແຂ່ງຂັນໄດ້, ຢາກໃຫ້ມີການນໍາໃຊ້ໄຟຟ້າໃນປະເທດໃຫ້ຫລາຍຂຶ້ນ, ຫລຸດຜ່ອນການສົ່ງອອກວັດຖຸດິບ ທີ່ບໍ່ໄດ້ຮັບການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ່ມເປັນຫລາຍເທົ່າ, ໃຫ້ສາມາດດຶງດູດການລົງທຶນຕ່າງປະເທດໃຫ້ໄດ້ຫລາຍໆ, ໃຫ້ ຟຟລ ຍັງສາມາດສືບຕໍ່ດໍາເນີນທຸລະກິດມີຜົນກໍາໄລ ຮັບປະກັນການສະໜອງໄຟຟ້າດ້ວຍຄຸນນະພາບ, ເປັນແບບຢ່າງນໍາໜ້າໃນການດໍາເນີນທຸລະກິດ.

ແຫຼ່ງຂໍ້ມູນ: ຂປລ

Comments