ສາຍການບິນທົ່ວໂລກ ມີ​ຄວາມສ່ຽງວ່າງງານ​ເພີ່ມ​ຂຶ້ນ 46 ລ້ານຄົນ

ອ້າງຕາມສຳນັກຂ່າວ ຊີເອັນເອັນ. ກຸ່ມປະຕິບັດການ ຂົນສົ່ງ ທາງອາກາດ(ເອທີເອຈີ) ອົງກອນ ພັນທະມິດ ອຸດສາຫະກຳ ການບິນ ລະດັບໂລກ ເປີດເຜີຍລາຍງານ ສະບັບ ໃໝ່ ຄາດການວ່າ: ການແຜ່ ລະບາດຂອງ ພະຍາດ ໂຄວິດ-19 ຈະສົ່ງຜົນໃຫ້ ຕຳແໜ່ງງານ ໃນອຸດສາຫະກຳ ການບິນ ແລະ ທຸລະກິດທີ່ກ່ຽວຂ້ອງລວມ 46 ລ້ານຄົນ ຈາກທັງໝົດ 88 ລ້ານຄົນ

Bangkok Airways and Lao Airlines announce a new codeshare partnership -  Bangkok Airways

ມີຄວາມສ່ຽງ ທີ່ຈະສູນເສຍ ວຽກເຮັດງານທຳ ເປັນການຖາວອນ ແລະ ຊົ່ວຄາວ ພາຍໃນຕົ້ນປີ 2021, ໂດຍອຸດສາຫະກຳ ການບິນທົ່ວໂລກ ຈະຍັງຄົງ ຫລຸດລົງ ຢ່າງຕໍ່ເນື່ອງ ແລະ ຕ້ອງໃຊ້ເວລາເຖິງ ປີ 2024 ເປັນຢ່າງໜ້ອຍ ຈຶ່ງຈະສາມາດ ຟື້ນຕົວ ກັບມາສູ່ ລະດັບດຽວກັນປີ 2019 ໄດ້.

Photos: China Eastern Unveils New Uniform

ຂະນະຸທີ່ ອຸດສາຫະກຳ ການບິນ ແລະ ການທ່ອງທ່ຽວ ເປັນພາກ ທຸລະກິດ ໜັກທີ່ສຸດ ຈາກການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຈາກມາດຕະການ ຈຳກັດ ການເດີນທາງ ທົ່ວໂລກ ເພື່ອຄວບຄຸມ ການແຜ່ລະບາດ ຂອງເຊື້ອພະຍາດນີ້ , ສຳລັບ ຢາປ້ອງກັນ (ວັກ​ແຊັງ)​ໂຄ​ວິດ-19 ເປັນຫົນທາງດຽວ ທີ່ຈະເຮັດໃຫ້ ທຸລະກິດ ດັ່ງກ່າວ ກັບຄືນມາສູ່ ສະພາບ​ ປົກກະຕິໄດ້.

ແຫຼ່ງຂໍ້ມູນ: ຂປລ

Comments