ທ່ານ ນາງ ດຣ ຈັນໃສ ປັດທຳມະວົງ ຮອງຫົວໜ້າໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດ ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດ ໃນວັນທີ 27 ຕຸລາ 2020 ກ່ຽວກັບ ການແນະນຳການຈັດຕັ້ງປະຕິບັດການໃຫ້ວັກຊີນກັນພະຍາດ ແບບຕະລຸມບອນ ວ່າ: ການໃຫ້ວັກຊີນກັນພະຍາດແບບຕະລຸມບອນ ຈຸດປະສົງເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ມີການລະບາດຂອງພະຍາດທີ່ສາມາດກັນໄດ້ດ້ວຍວັກຊີນ, ຫລຸດຜ່ອນອັດຕາການເຈັບ, ການຕາຍໃນເດັກນ້ອຍອາຍຸລຸ່ມ 5 ປີ ແລະ ເພື່ອໃຫ້ບັນລຸເປົ້າໝາຍອັດຕາປົກຄຸມການໃຫ້ວັກຊີນກັນພະຍາດທຸກຊະນິດໃຫ້ບັນລຸ 95% ຂຶ້ນໄປ. ປັດຈຸບັນ, ທົ່ວປະເທດ ພວກເຮົາສາມາດຄວບຄຸມໄດ້ 60 ກວ່າສ່ວນຮ້ອຍ, ສະນັ້ນ ຈຶ່ງເປັນສິ່ງທ້າທາຍທີ່ມີຄວາມສ່ຽງ ທີ່ຈະບໍ່ບັນລຸຕົວເລກເປົ້າໝາຍໄດ້ 95% ໃນແຕ່ລະເມືອງ ແລະ ມີຄວາມຈຳເປັນທີ່ແຕ່ລະເມືອງ ໃນຂອບເຂດທົ່ວປະເທດ ຈະຕ້ອງໄດ້ສຸມໃສ່ເມືອງທີ່ມີຄວາມສ່ຽງ ທີ່ຈະບໍ່ບັນລຸ ແລະ ແຕ່ລະເມືອງມີອັດຕາການປົກຄຸມຫລຸດຈາກ 70% ແລະ ມີຄວາມສ່ຽງຫລາຍແລ້ວ, ເຊິ່ງພວກເຮົາກໍ່ເຫັນໄດ້ຈາກການວິເຄາະຕົວເລກ. ສະນັ້ນ, ເມືອງທີ່ສ່ຽງ ແມ່ນຈຳເປັນຕ້ອງໄດ້ບຸກທະລຸ ການເຮັດຮອບຕະລຸມບອນ ໝາຍຄວາມວ່າພວກເຮົາຈະເຮັດລັກສະນະແບບບຸກທະລຸ ແລະ ຈຸດສຸມໃນບ້ານ, ເຂດທີ່ມີອັດຕາການປົກຄຸມການໃຫ້ວັກຊີນກັນພະຍາດຕ່ຳ ...
Read More »News
ເອກອັກຄະລັດຖະທູດ ສ.ຫວຽດນາມປະຈໍາລາວ ຊ່ວຍເຫຼືອ ຟື້ນຟູໄພນໍ້າຖ້ວມ…
ໃນວັນທີ 26 ຕຸລາຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ມອບເງິນຈໍານວນ 50 ລ້ານກີບ ກ່າວຮັບໂດຍທ່ານ ປະເດີມພອນ ສົນທານີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ເພື່ອໃຫ້ກະຊວງດັ່ງກ່າວ ນໍາໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ. ໃນພິທີມອບ-ຮັບ, ທ່ານ ຫງວຽນບາຮຸ່ງ ກ່າວວ່າ: ເມື່ອໄດ້ຮູ້ຂ່າວປັດຈຸບັນ ແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຖືກຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ. ດັ່ງນັ້ນ, ສະຖານທູດຫວຽດນາມ ປະຈໍາລາວ ໄດ້ຕັດສິນໃຈໃຫ້ການຊ່ວຍເຫຼືອ ເພື່ອໜູນຊ່ວຍວຽກງານຟື້ນຟູຜົນເສຍຫາຍຈາກພາຍຸນໍ້າຖ້ວມແລະເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ປະຊາຊົນຊາວແຂວງສະຫວັນນະເຂດ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້ດີ, ເຮັດໃຫ້ຊີວິດການເປັນຢູ່ສືບຕໍ່ດີຂຶ້ນ. ພ້ອມກັນນັ້ນ, ຊາວຫວຽດນາມ ທີ່ອາໄສຢູ່ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫຼືອຈໍານວນເງິນ 100 ລ້ານກີບ ແລະ ໃນເວລາອັນໄກ້ນີ້ ຈະໄດ້ຈັດຕັ້ງຄະນະລົງໄປຊ່ວຍເຫຼືອ ແລະ ຢ້ຽມຢາມຖາມຂ່າວປະຊາຊົນແຂວງສະຫວັນນະເຂດ. ...
Read More »9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 64,57% ແລະ ຂາດດຸນງົບປະມານ 3.228 ຕື້ກີບ…
ໄລຍະ 9 ເດືອນຕົ້ນປີ 2020 ກະຊວງການເງິນ ສາມາດປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 13.563 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫລຸດລົງ 15%. ສ່ວນລາຍຮັບຈາກການຊ່ວຍເຫລືອລ້າ ປະຕິບັດໄດ້ 1.111 ຕື້ກີບ ເຖິງຢ່າງໃດກໍຕາມ ລັດຖະບານ ໄດ້ມີຄວາມພະຍາຍາມສູງໃນການອອກມາດຕະການຊຸກຍູ້ຕ່າງໆ ແຕ່ດ້ວຍສະພາບການພາຍໃນ ແລະ ຕ່າງປະເທດບໍ່ເອື້ອອຳນວຍ, ເຮັດໃຫ້ມີຄວາມຈຳເປັນຕ້ອງໄດ້ສະເໜີແຜນດັດແກ້ເບື້ອງຕົ້ນ ທັງດ້ານລາຍຮັບ, ລາຍຈ່າຍ ແລະ ດັດແກ້ການຂາດດຸນ ເພີ່ມຂຶ້ນຈາກ 3,77% ມາເປັນ 5,8% ຕໍ່ GDP. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດປະຕິບັດລາຍຮັບໄດ້ 14.674 ຕື້ກີບ (ລາຍຮັບສູນກາງ ແລະ ທ້ອງຖິ່ນ), ໃນນັ້ນ ລາຍຮັບພາສີ ແລະ ສ່ວຍສາອາກອນ 11.917 ຕື້ກີບ, ລາຍຮັບບໍ່ແມ່ນພາສີ ແລະ ສວຍສາອາກອນ 1.619 ຕື້ກີບ ແລະ ການປະກອບສ່ວນຂອງສັງຄົມ 27 ຕື້ກີບ. ...
Read More »ກອງປະຊຸມສະໄໝສາມັນເທື່ອທີ 10 ພິຈາລະນາຮັບຮອງເອົາບັນດາເນື້ອໃນສຳຄັນ….
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ຫ້ອງປະຊຸມຂອງສະພາແຫ່ງຊາດ (ຫຼັກ 6) ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນດັ່ງນີ້: 1). ພິຈາລະນາຮັບຮອງບົດລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ, ແຜນເງິນຕາ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021. 2). ພິຈາລະນາຮັບຮອງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021. 3). ພິຈາລະນາຮັບຮອງບົດລາຍງານ ກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ. 4). ພິຈາລະນາຮັບຮອງບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021, ...
Read More »ລັດຖະບານເຫັນໄດ້ຫນີ້ສິນທີ່ຫນັກຫນ່ວງ ແລະ ກາຍເປັນຄວາມສ່ຽງສູງຕໍ່…
ອີງຕາມບົດລາຍງານ ຂອງທ່ານນຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາປີ 2020 ແລະ ທິດທາງແຜນການ ປີ 2021 ໃນກອງປະຊຸມສະໄຫມສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII, ໃນຄັ້ງວັນທີ 27 ຕຸລາ 2020 ນີ້ ມີບາງຕອນໃນບົດລາຍງານໃຫ້ຮູ້ວ່າ: ການບໍລິຫານຫນີ້ສິນສາທາລະນະ ລັດຖະບານເຫັນໄດ້ສະພາບຫນີ້ສິນສາທາລະນະຂອງປະເທດໃນປັດຈຸບັນ ມີຄວາມຫນັກຫນ່ວງ ແລະ ກາຍເປັນຄວາມສ່ຽງສູງຕໍ່ຄວາມຫມັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ຈຶ່ງໄດ້ກໍານົດແຜນແກ້ໄຂເປັນສະເພາະຫນ້າ ໄລຍະກາງ ແລະ ໄລຍະຍາວ ຢ່າງຊັດເຈນໂດຍພະຍາຍາມຫຼຸດການຂາດດຸນງົບປະມານລົງແຕ່ລະປີ, ໄດ້ແຍກການຄຸ້ມຄອງຫນີ້ສິນອອກມາຄຸ້ມຄອງສະເພາະ ໂດຍຢຸດຕິການກູ້ຢືມຈາກຕ່າງປະເທດ ມາດຸນດ່ຽງລາຍຈ່າຍງົບປະມານປົກກະຕິ, ການກູ້ຢືມຕ່າງປະເທດສາມາດກູ້ໄດ້ສະເພາະເພື່ອມາຊໍາລະຕົ້ນທຶນເງິນກູ້ຕ່າງປະເທດທີ່ຄົບກໍານົດເທົ່ານັ້ນ, ມາຮອດປັດຈຸບັນ, ລັດຖະບານຍັງສາມາດຊໍາລະຢູ່ໃນເກນປົກກະຕິຂອງຫນີ້ຕ່າງປະເທດ. ການແກ້ໄຂຫນີ້ສິນໂຄງການລົງທຶນຂອງລັດ: ໄດ້ເອົາໃຈໃສ່ການແກ້ໄຂຫນີ້ສິນໂຄງການລົງທຶນຂອງລັດໃນ ພາກປົກກະຕິປະຈໍາປີ 2020, ນອກຈາກນີ້ຍັງໄດ້ສໍາເລັດການຄົ້ນຄວ້າ ວິທີການແກ້ໄຂຫນີ້ສິນ ດ້ວຍຮູບແບບອ່ວາຍຫນີ້ 3 ແຈ ແລະ ການອອກພັນທະບັດ; ໄດ້ປະຕິບັດຜົນຂອງກວດກາຕາມຜົນການກວດສອບ ຊຶ່ງເຫັນໄດ້ວ່າ ມີໂຄງການຕ້ອງຫັກລົບມູນຄ່າຈໍານວນ 180 ໂຄງການ, ມູນຄ່າຫັກລົບ 1.861,59 ຕື້ກີບ ແລະ ...
Read More »ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການຈັດງານລະລຶກວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ…
ຕອນແລງວັນທີ 26 ຕຸລາ 2020, ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຈັດ “ງານລະລຶກວັນສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີ (24 ຕຸລາ 1945 – 24 ຕຸລາ 2020)” ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊັກເກນເນັສ (Ms. Sara Sekkenes), ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ. ເຂົ້າຮ່ວມງານດັ່ງກ່າວ, ມີການນໍາຂັ້ນສູງຈາກບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ, ມີບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການເຄື່ອຂ່າຍ ສປຊ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຫຼາຍກວ່າ 250 ທ່ານ. ...
Read More »ເປີດແລ້ວ…!! ບ້ານລາວມົງຄຸນ ສູນລວມແບຣນລາວ ສູ່ສາກົນ…
ບ້ານລາວມົງຄຸນ ສູນລວມສິນຄ້າແບຣນລາວ ໄດ້ເປີດໃຫ້ບໍລິການ ຢ່າງເປັນທາງການ ໃນ ວັນທີ 24 ຕຸລາ ຜ່ານມາ, ເຊິ່ງໄດ້ລວບລວມເອົາບັນດາສິນຄ້າ ທີ່ເປັນຂອງຄົນລາວ ມາວາງຈຳໜ່າຍໄວ້ບ່ອນດຽວ ເຊັ່ນ: ຫ້ອງເສື້ອ, ຜ້າໄໝ, ເຄື່ອງດົນຕີລາວ, ຢາພື້ນເມືອງ ແລະ ຜະລິດຕະພັນຫັດຖະກຳເປັນຕົ້ນ. ນອກນີ້, ຍັງມີເຄື່ອງດື່ມ, ອາຫານພື້ນເມືອງ ແລະ ນວດແຜນບູຮານໄວ້ຄ່ອຍບໍລິການລູກຄ້າທີ່ມາທ່ຽວຊົມ. ທັງນີ້, ກໍເພື່ອຈັດຕັ້ງປະຕິບັດນະໂຍບາຍ ການສົ່ງເສີມຜະລິດຕະພັນພາຍໃນ ແລະ ເສີມສ້າງທ່າແຮງໃຫ້ແກ່ສີນຄ້າລາວ ໃຫ້ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງຍິ່ງໆຂຶ້ນ. ທ່ານ ນາງ ມຸກດາວັນ ແກ້ວວິໄລ ເຈົ້າຂອງໂຄງການບ້ານລາວມົງຄຸນ ໄດ້ກ່າວວ່າ: ບ້ານລາວມົງຄຸນ ສ້າງຂຶ້ນເພື່ອສົ່ງເສີມສິນຄ້າແບຣນລາວເຂົ້າສູ່ຕະຫລາດໂລກ, ເປັນຈຸດໃຈກາງໃນການຈໍາໜ່າຍສິນຄ້າ ລາວ ເຂົ້າສູ່ຕະຫລາດພາກພື້ນ ທັງເປັນການອະນຸລັກວັດທະນະທໍາອັນດີງາມ ຂອງຊາດລາວ ໃຫ້ຄົງຢູ່ກັບຄົນຮຸ້ນໃໝ່. ຄາດວ່າໃນອະນາຄົດຈະຂະຫຍາຍສາຂາໄປທີ່ ຫລວງພະບາງ, ຈຳປາສັກ, ສະຫວັນນະເຂດ ເພື່ອລວມຜະລິດຕະພັນທີ່ໂດດເດັ່ນ ແລະ ສວຍງາມ ໃນແຂວງດັ່ງກ່າວມາວາງສະແດງ. ສຳລັບທ່ານໃດ ທີ່ສົນໃຈຢາກຈະນຳສິນຄ້າ ຂອງຕົນມາວາງຈຳໜ່າຍທີ່ບ້ານລາວມົງຄຸນ ກໍສາມາດເຂົ້າມາສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ບ້ານລາວມົງຄຸນ ສະຖານຕັ້ງຢູ່ບ້ານທົ່ງຂັນຄຳ ຮ່ອມ 9 ເມືອງຈັນທະ ...
Read More »ກຽມສໍາຫຼວດຄຸ້ມຄອງພາຫະນະແບບລວມສູນໃນທົ່ວປະເທດ…
ກະຊວງແຜນການ ແລະ ການລົງທຶນ ( ຜທ ) ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແລະ ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດ ໄດ້ລົງນາມຮ່ວມມືໃນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ໂຄງການຄຸ້ມຄອງພາຫະນະ ແລະ ການສົ່ງເສີມແບບຄົບວົງຈອນລະຫວ່າງພາກລັດ ແລະ ພາກເອກະຊົນ. ການເຊັນສັນຍາມີຂຶ້ນໃນວັນທີ 19 ຕຸລາ 2020 ຕາງໜ້າພາກລັດລົງນາມໂດຍ ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ຜທ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ຕາງໜ້າພາກທຸລະກິດມີ ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ. ຈຸດປະສົງ ເພື່ອສຶກສາ, ອອກແບບ ແລະ ສ້າງແຜນປັບປຸງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນ ປັບປຸງລະບົບການຄຸ້ມຄອງທະບຽນພາຫະນະ ແລະ ໃບຂັບຂີ່ໃນຂອບເຂດທົ່ວປະເທດໃຫ້ທັນສະໄໝ, ສຶກສາ, ປັບປຸງ ແລະ ພັດທະນາການຄຸ້ມຄອງການນໍາໃຊ້ລະບົບການຂຶ້ນທະບຽນ, ...
Read More »ສະພາແຫ່ງຊາດສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 45 ປີ…
ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ (2/12/1975-2/12/2020) ໄດ້ຈັດຂຶ້ນດ້ວຍບັນຍາກາດອັນຟົດຟື້ນ ໃນວັນທີ 26 ຕຸລາ 2020 ນີ້, ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ບັນດາຜູ້ນຳ ພັກ, ລັດ, ອະດີດການນຳຂັ້ນສູງ, ບັນດາຄະນະປະຈຳສະພາແຫ່ງຊາດ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານປະຕິວັດອາວຸໂສ, ພ້ອມແຂກຖືກເຊີນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຂຶ້ນລາຍງານໂດຍຫຍໍ້ ກ່ຽວກັບ 45 ປີ ແຫ່ງການເຕີມໃຫຍ່ຂະຫຍາຍຕົວຂອງສະພາແຫ່່ງຊາດ, ໂດຍມີບາງຕອນໃຫ້ຮູ້ວ່າ: ສະພາແຫ່ງຊາດ ແມ່ນອົງການນິຕິບັນຍັດ ມີອຳນາດສູງສຸດ ໃນລະບົບອຳນາດແຫ່ງລັດ ຕາມລັດຖະທຳມະນູນ ແລະ ກົດໝາຍ, ໄດ້ຮັບການສ້າງຕັ້ງຂຶ້ນພ້ອມກັບການສະຖາປະນາ ສປປ ລາວ ...
Read More »ຄະນະປະຈຳ ສະພາແຫ່ງຊາດ ວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ…
ໃນວັນທີ 26 ຕຸລາ 2020, ຄະນະປະຈຳສະພາແຫ່ງຊາດ ແລະສະມາຊິກສະພາແຫ່ງຊາດ ນຳໂດຍທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດຄົບ ຮອບ 45 ປີ. ການວາງພວງມະລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີທີ່ມີນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ແຫຼ່ງຂໍ້ມູນ: ປະເທດລາວ
Read More »