ກຽມສໍາຫຼວດຄຸ້ມຄອງພາຫະນະແບບລວມສູນໃນທົ່ວປະເທດ…

ກະຊວງແຜນການ ແລະ ການລົງທຶນ ( ຜທ ) ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແລະ ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດ ໄດ້ລົງນາມຮ່ວມມືໃນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ໂຄງການຄຸ້ມຄອງພາຫະນະ ແລະ ການສົ່ງເສີມແບບຄົບວົງຈອນລະຫວ່າງພາກລັດ ແລະ ພາກເອກະຊົນ.

ການເຊັນສັນຍາມີຂຶ້ນໃນວັນທີ 19 ຕຸລາ 2020 ຕາງໜ້າພາກລັດລົງນາມໂດຍ ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ຜທ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ຕາງໜ້າພາກທຸລະກິດມີ ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ.

ໃຊ້ລົດໃຊ້ຖະໜົນ ທຸກຄົນຕັ້ງສະຕິ ມີໃຈເພື່ອແຜ່ | ຂ່າວຫຼ້າສຸດ

ຈຸດປະສົງ ເພື່ອສຶກສາ, ອອກແບບ ແລະ ສ້າງແຜນປັບປຸງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນ ປັບປຸງລະບົບການຄຸ້ມຄອງທະບຽນພາຫະນະ ແລະ ໃບຂັບຂີ່ໃນຂອບເຂດທົ່ວປະເທດໃຫ້ທັນສະໄໝ, ສຶກສາ, ປັບປຸງ ແລະ ພັດທະນາການຄຸ້ມຄອງການນໍາໃຊ້ລະບົບການຂຶ້ນທະບຽນ, ຕໍ່ທະບຽນ ແລະ ຂັບຂີ່ໃຫ້ສະດວກວ່ອງໄວ ສາມາດປ້ອງກັນການປອມແປງ ແລະ ກວດສອບໄດ້ຢ່າງທັນການ

ສະພາບການສັນຈອນ ເລີ່ມແອອັດ ຫຼັງຜ່ອນຜັນມາດຕະການສູ້ໂຄວິດ – ຂອບຖະໜົນ

ສຶກສາການພັດທະນາສູນບັນຊາການຈະລາຈອນ ເພື່ອຄວບຄຸມ ແລະ ຕິດຕາມ ດ້ວຍລະບົບກ້ອງວົງຈອນປິດ ແບບທັນສະໄໝພັດທະນາລະບົບການເກັບຄ່າທໍານຽມທາງ ແລະ ການຕິດຕາມກວດກາການເສຍຄ່າທໍານຽມທາງ, ການພັດທະນາລະບົບຊ໊ອຟແວຣ໌ ແລະ ແອັບພລິເຄເຊິນໃນການຕິດຕາມ ກວດກາ ແລະ ການຂົນສົ່ງເປັນຕົ້ນ ການຍື່ນຄໍາຮ້ອງ, ການລົງທະບຽນລ່ວງໜ້າ, ການຂຶ້ນທະບຽນ ແລະ ການສອບເສັງການຂັບຂີ່ ໂດຍຜ່ານເວັບໄຊ ແລະ ແອັບພລິເຄເຊິນ ແລະ ບັນຫາອື່ນໆຈໍານວນ

ເຜີຍແຜ່ກົດລະບຽບ ແລະ ກວດກາຍານພາຫະນະ ຈຸດໄຟອຳນາດດົງໂດກ-450 ປີ –

ສຶກສາ ແລະ ພັດທະນາລະບົບການຄຸ້ມຄອງ, ການກວດກາເຕັກນິກຍານພາຫະນະການຊື້ – ຂາຍ, ການຍົກຍ້າຍ, ການເຊົາຊື້, ການຈໍານໍາລົດ – ການເຂົ້າອອກຂອງລົດພາຍໃນ ແລະ ຕ່າງປະເທດ, ສຶກສາ ແລະ ປັບປຸງລະບົບການຜະລິດ ແລະ ຕິດປ້າຍທະບຽນໃຫ້ເປັນລະບົບທັນສະໄໝ ສາມາດແກ້ໄຂບັນຫາປ້າຍທະບຽນຊໍ້າຊ້ອນ.

ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງ ນະຄອນຫຼວງວຽງຈັນ - Tonamcha

ສຶກສາ ແລະ ພັດທະນາລະບົບການຄຸ້ມຄອງສະຖານທີ່ຈອດລົດ, ພຶດຕິກໍາຂອງນັກຂັບຂີ່ລົດທີ່ລະເມີດກົດລະບຽບການຈະລາຈອນ ໂດຍການນໍາໃຊ້ເຄື່ອງມືທັນສະໄໝ ເພື່ອໃຫ້ການຄຸ້ມຄອງ ຕິດຕາມ ແລະ ກວດກາມີປະສິດທິພາບ. ສຶກສາ ປັບປຸງ ແລະ ອອກແບບລະບົບການຄຸ້ມຄອງລະບົບຂົນສົ່ງລົດບັນທຸກ – ລົດໂດຍສານ ປະຈໍາທາງພາຍໃນປະເທດ ແລະ ຕ່າງປະເທດທີ່ເຂົ້າມາລາວ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments