ການສະໜອງວັກຊີນ ແບບຕະລຸມບອນ ຈຳເປັນຕ້ອງບັນລຸ 95%…

ທ່ານ ນາງ ດຣ ຈັນໃສ ປັດທຳມະວົງ ຮອງຫົວໜ້າໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດ ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດ ໃນວັນທີ 27 ຕຸລາ 2020 ກ່ຽວກັບ ການແນະນຳການຈັດຕັ້ງປະຕິບັດການໃຫ້ວັກຊີນກັນພະຍາດ ແບບຕະລຸມບອນ ວ່າ: ການໃຫ້ວັກຊີນກັນພະຍາດແບບຕະລຸມບອນ

ຈຸດປະສົງເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ມີການລະບາດຂອງພະຍາດທີ່ສາມາດກັນໄດ້ດ້ວຍວັກຊີນ, ຫລຸດຜ່ອນອັດຕາການເຈັບ, ການຕາຍໃນເດັກນ້ອຍອາຍຸລຸ່ມ 5 ປີ ແລະ ເພື່ອໃຫ້ບັນລຸເປົ້າໝາຍອັດຕາປົກຄຸມການໃຫ້ວັກຊີນກັນພະຍາດທຸກຊະນິດໃຫ້ບັນລຸ 95% ຂຶ້ນໄປ. ປັດຈຸບັນ, ທົ່ວປະເທດ ພວກເຮົາສາມາດຄວບຄຸມໄດ້ 60 ກວ່າສ່ວນຮ້ອຍ, ສະນັ້ນ ຈຶ່ງເປັນສິ່ງທ້າທາຍທີ່ມີຄວາມສ່ຽງ ທີ່ຈະບໍ່ບັນລຸຕົວເລກເປົ້າໝາຍໄດ້ 95% ໃນແຕ່ລະເມືອງ ແລະ ມີຄວາມຈຳເປັນທີ່ແຕ່ລະເມືອງ ໃນຂອບເຂດທົ່ວປະເທດ ຈະຕ້ອງໄດ້ສຸມໃສ່ເມືອງທີ່ມີຄວາມສ່ຽງ ທີ່ຈະບໍ່ບັນລຸ ແລະ ແຕ່ລະເມືອງມີອັດຕາການປົກຄຸມຫລຸດຈາກ 70% ແລະ ມີຄວາມສ່ຽງຫລາຍແລ້ວ, ເຊິ່ງພວກເຮົາກໍ່ເຫັນໄດ້ຈາກການວິເຄາະຕົວເລກ.

ອົງການ USAID ແລະ ອົງການ UNICEF ຂະຫຍາຍການລົງທືນໃນຜົນໄດ້ຮັບດ້ານສຸຂະພາບ ແລະ  ໂພຊະນາການທີ່ດີຂຶ້ນ ສໍາລັບແມ່ ແລະ ເດັກ ຢູ່ໃນ ສປປ ລາວ - Lao National Radio

ສະນັ້ນ, ເມືອງທີ່ສ່ຽງ ແມ່ນຈຳເປັນຕ້ອງໄດ້ບຸກທະລຸ ການເຮັດຮອບຕະລຸມບອນ ໝາຍຄວາມວ່າພວກເຮົາຈະເຮັດລັກສະນະແບບບຸກທະລຸ ແລະ ຈຸດສຸມໃນບ້ານ, ເຂດທີ່ມີອັດຕາການປົກຄຸມການໃຫ້ວັກຊີນກັນພະຍາດຕ່ຳ ໃຫ້ເຂົ້າຮອດເຂົ້າເຖິງ ໂດຍສະເພາະເຂດທີ່ເຂົ້າເຖິງຍາກ ເຮົາກໍໄດ້ມີການວາງແຜນເປັນຢ່າງດີ. ການໃຫ້ບໍລິການແມ່ນເຮັດຄືກັນກັບການໃຫ້ວັກຊີນຮອບປົກກະຕິ, ເຮັດໃຫ້ມີລັກສະນະຈຸດສຸມ ແນ່ໃສ່ບ້ານ-ເຂດ-ເມືອງ ທີ່ມີອັດຕາປົກຄຸມຕ່ຳ ແລະ ມີຄວາມສ່ຽງ, ການປະຕິບັດແມ່ນຄ້າຍຄືກັນ ກັບການໃຫ້ວັກຊີນຕາມປົກກະຕິ ແລະ ສົມທົບກັບຮອບຕະລຸມບອນ ພິເສດພວກເຮົາຈະເຮັດໃນເວລາດຽວກັນໃນຂອບເຂດທົ່ວປະເທດ ໂດຍມີການກຳນົດເວລາຈັດຕັ້ງປະຕິບັດລະອຽດໃນແຕ່ລະຂັ້ນ.

Bebeğe Aşı Yaptırmalı Mı Aşının Önemi - Bebekler

ທ່ານ ນາງ ດຣ. ຈັນໃສ ປັດທຳມະວົງ ຍັງໃຫ້ຮູ້ອີກວ່າ: ການຈັດຕັ້ງປະຕິບັດແມ່ນໃຫ້ເລີ່ມແຕ່ເດືອນ 9 ຈົນໄປເຖິງທ້າຍປີ 2020 ເພື່ອສຸມໃສ່ໃຫ້ໄດ້ຢ່າງໜ້ອຍ 3 ຮອບ, ໂດຍມີຈຸດສຸມໃນບັນດາເມືອງທີ່ໄດ້ກຳນົດ, ສຳລັບເມືອງອື່ນໆ ແມ່ນໃຫ້ຈັດຕັ້ງປະຕິບັດການໃຫ້ວັກຊີນກັນພະຍາດແບບປົກກະຕິ ແລະ ສຳລັບແຂວງ-ເມືອງ ທີ່ມີແຜນການຈັດຕັ້ງປະຕິບັດການໃຫ້ວັກຊີນ ກັນພະຍາດແຫ່ງຊາດ ແມ່ນຕະລຸມບອນໃຫ້ໄດ້ 2 ຮອບ ແລະ ອີກຮອບໜຶ່ງ ແມ່ນຈັດຕັ້ງປະຕິບັດໄປພ້ອມກັບການໃຫ້ວັກຊີນແບບປົກກະຕິ.

ແຫຼ່ງຂໍ້ມູນ: ຂປລ

Comments