ສະພາແຫ່ງຊາດສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 45 ປີ…

ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ (2/12/1975-2/12/2020) ໄດ້ຈັດຂຶ້ນດ້ວຍບັນຍາກາດອັນຟົດຟື້ນ ໃນວັນທີ 26 ຕຸລາ 2020 ນີ້, ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ບັນດາຜູ້ນຳ ພັກ, ລັດ, ອະດີດການນຳຂັ້ນສູງ, ບັນດາຄະນະປະຈຳສະພາແຫ່ງຊາດ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານປະຕິວັດອາວຸໂສ, ພ້ອມແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຂຶ້ນລາຍງານໂດຍຫຍໍ້ ກ່ຽວກັບ 45 ປີ ແຫ່ງການເຕີມໃຫຍ່ຂະຫຍາຍຕົວຂອງສະພາແຫ່່ງຊາດ, ໂດຍມີບາງຕອນໃຫ້ຮູ້ວ່າ: ສະພາແຫ່ງຊາດ ແມ່ນອົງການນິຕິບັນຍັດ ມີອຳນາດສູງສຸດ ໃນລະບົບອຳນາດແຫ່ງລັດ ຕາມລັດຖະທຳມະນູນ ແລະ ກົດໝາຍ, ໄດ້ຮັບການສ້າງຕັ້ງຂຶ້ນພ້ອມກັບການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ຕະຫລອດໄລຍະຜ່ານມາ ແຫ່ງການປະຕິບັດໜ້າທີ່ການເມືອງຂອງສະພາແຫ່ງຊາດ ໄດ້ມີການແຕ່ງຕັ້ງ ແລະ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ທັງໝົດ 8 ຊຸດ, ເຊິ່ງສະພາແຫ່ງຊາດ ແຕ່ລະຊຸດ ໄດ້ຈັດຕັ້ງ ແລະ ເຄື່ອນໄຫວຕາມບົດບາດ, ສິດ ແລະ ໜ້າທີ່ ທີ່ແຕກຕ່າງກັນຕາມນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍ ກຳນົດໄວ້ເປັນແຕ່ລະໄລຍະ.

ໃນໄລຍະຜ່ານມາ ເຖິງປັດຈຸບັນ ນັບແຕ່ ສະພາປະຊາຊົນສູງສຸດ ຊຸດທີ 1 ເຖິງສະພາແຫ່ງຊາດ ຊຸດທີ 8, ສະພາແຫ່ງຊາດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ, ສາມາດແບກຫາບພາລະໜ້າທີ່ການເມືອງໃນແຕ່ລະໄລຍະໄດ້ດີ, ມີຄຸນນະພາບ ແລະ ມີປະສິດທິຜົນ, ສະມາຊິກສະພາແຫ່ງຊາດ ແຕ່ລະຊຸດ ລ້ວນແລ້ວແຕ່ເປັນຜູ້ທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້, ຄວາມສາມາດ, ມີຄວາມຮັບຜິດຊອບ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ພ້ອມນັ້ນ, ສະພາແຫ່ງຊາດ ຍັງໄດ້ເອົາໃຈໃສ່ຈັດຕັ້ງເຄື່ອນໄຫວປະຕິບັດສິດ, ໜ້າທີ່ຂອງຕົນ ມີຜົນສຳເລັດຢ່າງສົມກຽດ ອັນພົ້ນເດັ່ນ ແມ່ນໄດ້ເປັນເຈົ້າການປະຕິບັດພາລະບົດບາດ ໃນການປຸກລະດົມຂົນຂວາຍ, ສຶກສາອົບຮົມ ປະຊາຊົນລາວບັນດາເຜົ່າ, ຮຳບາດແຜສົງຄາມ ແລະ ປົວແປງຊີວິດການເປັນຢູ່ຂອງປວງຊົນລາວບັນດາເຜົ່າ. ຫລັງຈາກນັ້ນ, ທ່ານ ບຸນຍັງ ວໍລະຈິດ ໄດ້ຂຶ້ນກ່າວສູນທອນພົດ ຕໍ່ພິທີໂຮມຊຸມນຸມ, ໂດຍທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ສະພາແຫ່ງຊາດແຕ່ລະຊຸດຍາດມາໄດ້ໃນໄລຍະ 45 ປີ ຜ່ານມາ ຈົນເຖິງປັດຈຸບັນ,

ພ້ອມທັງສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ, ສະມາຊິກພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ເອົາໃຈໃສບາງບັນຫາທີ່ສຳຄັນ ເປັນຕົ້ນ ຕ້ອງເປັນເຈົ້າການປະສານສົມທົບກັບຄະນະພັກ, ອົງການປົກຄອງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແຕ່ລະຂັ້ນ ເພື່ອພ້ອມກັນເອົາໃຈໃສ່ ຫ້າງຫາກະກຽມວຽກງານຮອບດ້ານ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍ ໃນທາງກວ້າງ ແລະ ທາງເລິກ ດ້ວຍຫລາຍຮູບການ ເພື່ອຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍຂອງທົ່ວສັງຄົມໃຫ້ສູງຂຶ້ນ, ເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍມີຄວາມສັກສິດ ແລະ ເຂັ້ມງວດ, ຮັບປະກັນໃຫ້ພົນລະເມືອງ ໄດ້ໃຊ້ສິດອັນຊອບທໍາຂອງຕົນ ພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍ, ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການກວ່າເກົ່າໃນການເຄື່ອນໄຫວຕິດຕາມ, ກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດ ຂັ້ນຕ່າງໆ, ເອົາໃຈໃສ່ຕິດຕາມ, ກວດກາ ການແກ້ໄຂຜົນການກວດສອບຂອງບັນດາຫົວໜ່ວຍທີ່ນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ສະຕິເຄົາລົບກົດໝາຍ ກໍຄືການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ນັບມື້ມີຜົນສັກສິດ, ບໍ່ອະນຸຍາດໃຫ້ການຈັດຕັ້ງໃດ, ບຸກຄົນໃດຢູ່ເໜືອ ແລະ ຢູ່ນອກລັດຖະທໍາມະນູນ ແລະ ກົດໝາຍຢ່າງເດັດຂາດ.

ພ້ອມນັ້ນ, ຄະນະພັກທຸກຂັ້ນ ຕ້ອງເອົາໃຈໃສ່ນໍາພາຊີ້ນໍາຢ່າງໃກ້ຊິດ ແລະ ເປັນປົກກະຕິຕໍ່ວຽກງານຂອງສະພາ ໃນແຕ່ລະໄລຍະ, ບັນດາອົງການລັດຂັ້ນຕ່າງໆ, ການຈັດຕັ້ງທຸກພາກສ່ວນ ແລະ ປວງຊົນລາວທັງຊາດ ຈົ່ງໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຕາມສິດ, ໜ້າທີ່ ແລະ ພັນ ທະຂອງຕົນ ທີ່ໄດ້ກໍານົດໃນກົດໝາຍ. ພ້ອມນັ້ນ, ທ່ານ ປະທານປະເທດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສະພາແຫ່ງຊາດ ຈະສືບຕໍ່ບຸກໜ້າບືນຕົວກ້າວຂຶ້ນ ແລະ ສ້າງຜົນງານໃໝ່ໃຫຍ່ຫລວງກວ່າເກົ່າ. ໃນໂອກາດດຽວກັນ, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ໃຫ້ກຽດປະດັບຫລຽນຄຳແຫ່ງຊາດ ໃຫ້ແກ່ ສະພາແຫ່ງຊາດ ແລະ ປະດັບຫລຽນໄຊອິດສະຫລະຊັ້ນ I ໃຫ້ແກ່ປະທານ ຄະນະປະຈຳສະພາແຫ່ງຊາດ. ພ້ອມດຽວນັ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ໃຫ້ກຽດມອບຫລຽນກາລະນຶກ 45 ປີ ຂອງສະພາແຫ່ງຊາດ ແລະ ຫລຽນກາຂອງສະມາຊິກສະພາແຫ່ງຊາດ ໃຫ້ອະດີດສະມາຊິກສະພາແຫ່ງ ຊາດ ທີ່ເປັນການນຳພັກ-ລັດ ຂັ້ນສູງ ຕື່ມອີກ.

ແຫຼ່ງຂໍ້ມູນ: ຂປລ

Comments