ກອງປະຊຸມສະໄໝສາມັນເທື່ອທີ 10 ພິຈາລະນາຮັບຮອງເອົາບັນດາເນື້ອໃນສຳຄັນ….

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ຫ້ອງປະຊຸມຂອງສະພາແຫ່ງຊາດ (ຫຼັກ 6) ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນດັ່ງນີ້:

1). ພິຈາລະນາຮັບຮອງບົດລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ, ແຜນເງິນຕາ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021.

2). ພິຈາລະນາຮັບຮອງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021.

3). ພິຈາລະນາຮັບຮອງບົດລາຍງານ ກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ.

4). ພິຈາລະນາຮັບຮອງບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019.

5). ພິຈາລະນາຮັບຮອງບົດລາຍງານ ຂອງອົງການກວດກາລັດຖະບານ ກ່ຽວກັບຜົນການກວດກາຕາມຜົນການກວດສອບ ສົກປີ ແລະ ການແກ້ໄຂຜົນການກວດສອບຕາມຜົນການກວດສອບ.

6). ພິຈາລະນາປະກອບຄໍາເຫັນຕໍ່ບົດລາຍງານຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ.

7). ພິຈາລະນາຮັບຮອງບົດລາຍງານ ຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາ ຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021.

8). ພິຈາລະນາຮັບຮອງບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016 -2020), ການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ຄາດຄະເນແຜນການ ປະຈຳປີ 2021.

9). ຮັບຟັງການປະກອບຄໍາເຫັນຂອງອົງການແນວລາວສ້າງຊາດ ຕໍ່ກັບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ.

10). ພິຈາລະນາຮັບຮອງກົດໝາຍ ຈໍານວນ 5 ສະບັບ, ໃນນັ້ນມີຮ່າງກົດໝາຍສ້າງໃໝ່ 4 ສະບັບ ຄື: ກົດໝາຍວ່າດ້ວຍຊັ້ນນັກການທູດ, ກົດໝາຍວ່າດ້ວຍຊາວໜຸ່ມລາວ, ກົດໝາຍວ່າດ້ວຍການຮ່ວມມືລະຫວ່່າງປະເທດທາງອາຍາ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ. ຮ່າງກົດໝາຍສະບັບປັບປຸງ 1 ສະບັບຄື: ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ.

11). ພິຈາລະນາຮັບຮອງເອົາບັນຫາສໍາຄັນຈໍານວນໜຶ່ງ.

ນອກຈາກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ແລະ ຂອງສະພາແຫ່ງຊາດ ທີ່ນຳມາທາບທາມໃນກອງປະຊຸມຄັ້ງນີ້ ມີຄື: ຮ່າງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ 5 ປີ (2016 – 2020), ຮ່າງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 5 ປີ (2021 – 2025) ແລະ ຮ່າງທິດທາງແຜນການເຄື່ອນໄຫວວຽກງານ 5 ປີ ຕໍ່ໜ້າ (2021 – 2025) ຂອງສະພາແຫ່ງຊາດ ຊຸດທີ IX.

ໂອກາດກ່າວສູນທອນພົດເປີດກອງປະຊຸມ, ທ່ານ ປະທານສະພາແຫ່ງຊາດ ຍັງໄດ້ຮຽກຮ້ອງມາຢັງບັນດາອົງການລັດກ່ຽວຂ້ອງ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ ສະໜອງຂໍ້ມູນຂ່າວສານ ແລະ ໃຫ້ການຮ່ວມມືຊີ້ແຈງອະທິບາຍ ຕໍ່ບັນດາເນື້ອໃນທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ຄົບຖ້ວນຊັດເຈນ, ທັນຕາມກໍານົດເວລາ ແລະ ຮຽກຮ້ອງມາຢັງບັນດາສະມາຊິກສະພາແຫ່ງຊາດ ຈົ່ງຍົກສູງຄວາມຮັບຜິດຊອບ ສຸມສະຕິປັນຍາໃນການຄົ້ນຄວ້າ, ປະກອບຄໍາເຫັນຢ່າງເລິກເຊິ່ງ ແລະ ມີຈຸດສຸມຂອງແຕ່ລະເນື້ອໃນທີ່ນຳມາພິຈາລະນາ ໃຫ້ບັນລຸຕາມແຜນທີ່ວາງໄວ້.

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະໄດ້ດໍາເນີນໄປຮອດວັນທີ 17 ພະຈິກ 2020ນີ້

ແຫຼ່ງຂໍ້ມູນ: ປະຊາຊົນ

Comments