ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການຈັດງານລະລຶກວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ…

ຕອນແລງວັນທີ 26 ຕຸລາ 2020, ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຈັດ “ງານລະລຶກວັນສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີ (24 ຕຸລາ 1945 – 24 ຕຸລາ 2020)” ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊັກເກນເນັສ (Ms. Sara Sekkenes), ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ. ເຂົ້າຮ່ວມງານດັ່ງກ່າວ, ມີການນໍາຂັ້ນສູງຈາກບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ, ມີບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການເຄື່ອຂ່າຍ ສປຊ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຫຼາຍກວ່າ 250 ທ່ານ.

ການສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ ໃນຄັ້ງນີ້ແມ່ນພໍດີກົງກັບ ຄົບຮອບ 65 ປີ ທີ່ ປະເທດລາວ ເຮົາເຂົ້າເປັນສະມາຊິກຂອງ ອົງການສະຫະປະຊາຊາດ (1955-2020), ເຊິ່ງໃນປີນີ້ອົງການ ສປຊ ໄດ້ສະເຫຼີມສະຫຼອງພາຍໃຕ້ຄໍາຂວັນ “ອານາຄົດທີ່ພວກເຮົາຕ້ອງການ, ອົງການ ສປຊ ທີ່ພວກເຮົາປາດຖະໜາ: ຢັ້ງຢືນຄືນໃໝ່ເຖີງຄວາມໝາຍໝັ້ນລວມຂອງວົງຄະນະຍາດສາກົນຕໍ່ການຮ່ວມມືຫຼາຍຝ່າຍ” (The Future we want, the United Nations we need: reaffirming our collective commitment to multilateralism).

ພິທີ ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ກຽດຂື້ນກ່າວບົດປາໄສ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງອົງການ ສປຊ ໃນການເຮັດໜ້າທີ່ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສົ່ງເສີມການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງບັນດາປະຊາຊາດໃນທົ່ວໂລກ ເພື່ອພ້ອມກັນພັດທະນາຕາມທິດຍືນຍົງ, ພ້ອມທັງໄດ້ຕີລາຄາສູງຕໍ່ການຮ່ວມມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດວຽກງານຫຼຸດຜ່ອນຄວາມທຸກຍາກ, ການສຶກສາ, ສາທາລະນະສຸກ, ການສົ່ງເສີມບົດບາດຍິງ-ຊາຍ, ການແກ້ໄຂບັນດາລະເບີດຕົກຄ້າງບໍ່ທັນແຕກ, ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ ແລະ ຂົງເຂດອື່ນໆ, ຊຶ່ງເຫັນວ່າມີຜົນສຳເລັດເປັນກ້າວໆ.

ເຖິງຢ່າງໃດກໍຕາມ ຄຽງຄູ່ກັບຜົນສຳເລັດດ້ານຕ່າງໆ ກໍຍັງມີສິ່ງທ້າທາຍຫຼາຍ ເປັນຕົ້ນແມ່ນການສະໜອງທຶນເພື່ອການພັດທະນາຂອງອົງການ ສປຊ ທີ່ມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ແລະ ໃນປັດຈຸບັນສິ່ງທ້າທາຍໃໝ່ທີ່ເກີດຈາກການແຜ່ລະບາດຂອງພະຍາດ Covid-19 ໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ເພີ່ມທະວີການຮ່ວມມືກັນໃນການຟື້ນຟູຜົນກະທົບທັງໄລຍະສັ້ນ ແລະ ໄລຍະຍາວ. ພ້ອມນັ້ນ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນງານການຮ່ວມມືໃຫ້ສອດຄ່ອງກັບແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ່ IX ໃຫ້ໄດ້ຮັບຜົນຕາມຄາດໝາຍ, ສປປ ລາວ ແລະ ອົງການ ສປຊ ຈະໄດ້ສືບຕໍ່ເພີ່ມທະວີການຮ່ວມມືໃຫ້ກ້າວສູ່ລວງເລິກ ໂດຍສະເພາະແມ່ນການຮ່ວມມືພາຍໃຕ້ຂອບການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ 2017-2021 ຍົກລະດັບການຮ່ວມມືຂື້ນສູ່ລະດັບສູງ.

ຕະຫຼອດ 75 ປີທີ່ຜ່ານມາ, ອົງການ ສປຊ ໄດ້ເປັນແກນກາງ ແລະ ອົງກອນທີ່ສໍາຄັນໃນການແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ, ເພີ່ມທະວີຄຸນຄ່າ ແລະ ໃຫ້ຄວາມສຳຄັນຕໍ່ກັບສິດທິມະນຸດ ແລະ ເສີມຂະຫຍາຍຄວາມສະເໜີພາບລະຫວ່າງ ຍິງ-ຊາຍ; ໄດ້ຢຶດໝັ້ນໃນການສ້າງການຮ່ວມມືລະຫວ່າງປະເທດ ແລະ ສົ່ງເສີມການຮ່ວມມືຫຼາຍຝ່າຍໄປພ້ອມກັບການຍົກສູງ ແລະ ຂັບເຄື່ອນວາລະການພັດທະນາທີ່ສຳຄັນຕ່າງໆຂອງສາກົນ.

ອົງການ ສປຊ ກັບ ສປປ ລາວ ໄດ້ມີການຮ່ວມມືທີ່ຍາວນານ ແລະ ເປັນຄູ່ຮ່ວມງານຫຼັກດ້ານການພັດທະນາຂອງລັດຖະບານ ທີ່ໄດ້ເຮັດວຽກຢ່າງຕັ້ງໜ້າໃນການຊຸກຍູ້ຂະແໜງການພັດທະນາດ້ານຕ່າງໆຢູ່ ສປປ ລາວ ເຊິ່ງໄດ້ຮັບຜົນສຳເລັດຕະຫຼອດມາ ໂດຍສະເພາະແມ່ນການຊ່ວຍເຫຼືອ ໃນການຈັດຕັ້ງເປົ້າໝາຍສະຫັດສະວັດດ້ານການພັດທະນາ (MDGs) ໃນເມື່ອກ່ອນ ແລະ ໃນປັດຈຸບັນນີ້ແມ່ນໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເພື່ອໃຫ້ບັນລຸການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ແກ້ໄຂສິ່ງທ້າທາຍຕ່າງໆດ້ານການພັດທະນາ ໂດຍພາຍໃຕ້ຄຳຂວັນທີ່ວ່າ “ພວກເຮົາຈະພ້ອມກັນກ້າວໄປ” (Leaving No One Behind). ໃນຕອນທ້າຍພິທີ ບັນດາທ່ານແຂກທີ່ເຂົ້າຮ່ວມໄດ້ພ້ອມກັນນັບຖອຍຫຼັງເພື່ອເປີດໄຟ 17 ສີທີ່ເປັນສັນຍາລັກຂອງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ສ່ອງໃສ່ປະຕູໄຊ ອີກດ້ວຍ.+2

ແຫຼ່ງຂໍ້ມູນ: ວສລ

Comments