ໃນວັນທີ 26 ຕຸລາຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ມອບເງິນຈໍານວນ 50 ລ້ານກີບ ກ່າວຮັບໂດຍທ່ານ ປະເດີມພອນ ສົນທານີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ເພື່ອໃຫ້ກະຊວງດັ່ງກ່າວ ນໍາໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ.

ໃນພິທີມອບ-ຮັບ, ທ່ານ ຫງວຽນບາຮຸ່ງ ກ່າວວ່າ: ເມື່ອໄດ້ຮູ້ຂ່າວປັດຈຸບັນ ແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຖືກຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ. ດັ່ງນັ້ນ, ສະຖານທູດຫວຽດນາມ ປະຈໍາລາວ ໄດ້ຕັດສິນໃຈໃຫ້ການຊ່ວຍເຫຼືອ ເພື່ອໜູນຊ່ວຍວຽກງານຟື້ນຟູຜົນເສຍຫາຍຈາກພາຍຸນໍ້າຖ້ວມແລະເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ປະຊາຊົນຊາວແຂວງສະຫວັນນະເຂດ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້ດີ, ເຮັດໃຫ້ຊີວິດການເປັນຢູ່ສືບຕໍ່ດີຂຶ້ນ. ພ້ອມກັນນັ້ນ, ຊາວຫວຽດນາມ ທີ່ອາໄສຢູ່ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫຼືອຈໍານວນເງິນ 100 ລ້ານກີບ ແລະ ໃນເວລາອັນໄກ້ນີ້ ຈະໄດ້ຈັດຕັ້ງຄະນະລົງໄປຊ່ວຍເຫຼືອ ແລະ ຢ້ຽມຢາມຖາມຂ່າວປະຊາຊົນແຂວງສະຫວັນນະເຂດ. ໂອກາດດຽວກັນນີ້ ທ່ານ ຫງວຽນບາຮຸ່ງ ກໍໄດ້ລາຍງານສະພາບໄພນໍ້າຖ້ວມຢູ່ບັນດາແຂວງທາງພາກກາງຫວຽດນາມ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຄວາມເສຍຫາຍທາງດ້ານສັບສິນຢ່າງຫຼວງຫຼາຍ. ພ້ອມທັງ ສະແດງຄວາມຂອບໃຈການນໍາພັກ, ລັດຖະບານລາວ ທີ່ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ ແລະ ອົໄດ້ໃຫ້ການຊ່ວຍເຫຼືອ ໃນໄລຍະຜ່ານມາ. ພ້ອມທັງຢັ້ງຢືນວ່າ: ຫວຽດນາມ ເວລາໃດກໍຢູ່ຄຽງບ່າຄຽງໄຫຼ່ ແລະ ໃຫ້ການຊ່ວຍເຫຼືອ ລາວ ພິເສດແມ່ນໃນໄລຍະພົບຄວາມຫຍຸ້ງຍາກສັບສົນ.

ທ່ານ ປະເດີມພອນ ສົນທານີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທູດ ແລະ ຄະນະຜູ້ຕາງໜ້າສະຖານທູດຫວຽດນາມ, ບັນດາອົງການຕ່າງໆປະຈໍາລາວ ແລະ ຊາວຫວຽດນາມທີ່ອາໄສຢູ່ ລາວ ທີ່ໃຫ້ການຊ່ວຍເຫຼືອ, ແບ່ງເບົາຄວາມຫຍຸ້ງຍາກ ແລະ ຕີລາຄາສູງບັນດາການເຄື່ອນໄຫວຂອງທູດຫວຽດນາມ ປະຈໍາ ລາວ ເວລາໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ແລະ ຈະນໍາໃຊ້ຈໍານວນເງິນດັ່ງກ່າວຢ່າງມີປະສິດທິຜົນໃນວຽກງານຟື້ນຟູສະພາບໄພນໍ້າຖ້ວມ.
ແຫຼ່ງຂໍ້ມູນ: ປະຊາຊົນ