ຄະນະປະຈຳ ສະພາແຫ່ງຊາດ ວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ…

ໃນວັນທີ 26 ຕຸລາ 2020, ຄະນະປະຈຳສະພາແຫ່ງຊາດ ແລະສະມາຊິກສະພາແຫ່ງຊາດ ນຳໂດຍທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ

ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດຄົບ ຮອບ 45 ປີ. ການວາງພວງມະລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີທີ່ມີນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະບໍ່ຍອມຈຳນົນ ຂອງບັນພະບູລຸດລາວ

ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ແຫຼ່ງຂໍ້ມູນ: ປະເທດລາວ

Comments