ຂ່າວ ພາຍໃນປະເທດ

ເຊີນເຂົ້າຮ່ວມປະມູນ ຊື້ໄມ້ ທີ່ແຂວງເຊກອງ ຄັ້ງວັນທີ 27 ພຶດສະພາ 2020.

ຄະນະກຳມະການຮັບຜິດຊອບປະມູນໄມ້ຢຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ໄດ້ອອກແຈ້ງການເລກທີ 021/ພອຄ.ຊກ, ລົງວັນທີ 12 ພຶດສະພາ 2020 ເພື່ອແຈ້ງເຊີນມາຍັງ ສະມາຊິກຂອງສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ແລະ ພາຍໃນແຂວງ, ບັນດາສະມາຄົມເຟີນິເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ ເພື່ອເຂົ້າມາຮ່ວມການປະມູນຊື້-ຂາຍໄມ້ຢຶດເປັນຂອງລັດ.  ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ສາມາດຢຶດໄມ້ໄດ້ຈຳນວນ 2,209 ຕັບ/ເສັ້ນ, ບໍລິມາດ 84,002 ແມັດກ້ອນ (ແປດສິບສີ່ ຈຸດ ສູນສູນສອງ ແມັດກ້ອນ). ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ (ຂະແໜງການນໍາເຂົ້າ ແລະ ສົ່ງອອກສິນຄ້າ) ໃນໂມງລັດຖະການ.      ລາຍລະອຽດຂອງ ວັນເວລາເປີດຂາຍຊອງປະມູນຂອງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ມີດັ່ງນີ້: ກຳນົດວັນເວລາຂາຍຊອງປະມູນ ນັບຕັ້ງແຕ່ວັນທີ 12 ພຶດສະພາ ...

Read More »

ຊົມເຊີຍ!!! ສປປ ລາວ ໄດ້ຖືກຖອນລາຍຊື່ ອອກຈາກປະເທດທີ່ມີຄວາມສ່ຽງສູງໃນການຟອກເງິນ

ເວັບໄຊທ Europa.eu ໄດ້ລາຍງານ ໃຫ້ຮູ້ວ່າ ສະຫະພາບເອຣົບ ໄດ້ຖອນລາຍຊື່ ສປປ ລາວ ອອກຈາກລາຍຊື່ ປະເທດ ທີ່ມີຄວາມສ່ຽງສູງ ກ່ຽວກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ເນື່ອງຈາກວ່າ ປະເທດລາວ ບໍ່ມີຂໍ້ບົກຜ່ອງ ດ້ານຍຸດທະສາດ ກ່ຽວກັບ ການຟອກເງິນ ຊຶ່ງໄດ້ລະບຸໄວ້ ໃນລະບຽບຂອງ ອີຢູ. ລາຍລະອຽດການຖອນຊື່ ສາມາດອ່ານໄດ້ຕື່ມ ທີ່ເວັບໄຊທ: https://ec.europa.eu/commiss…/presscorner/detail/…/IP_20_800 ທີ່ມາ: Lao Youth Radio FM 90.0 Mhz

Read More »

ໄຟຟ້າລາວ ແມ່ນມີນະໂຍບາຍ ຊ່ວຍເຫຼືອສັງຄົມ ໄລຍະຈາກ COVID-19 ຢູ່ແລ້ວ!!!

ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວສານປະເທດລາວ ໃນວັນທີ 20 ພຶດສະພາ 2020 ກ່ຽວກັບການກໍານົດນະໂຍບາຍໃຫ້ສັງຄົມ ເພື່ອຊ່ວຍຫຼຸດ ຜ່ອນຜົນກະທົບຈາກການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ຕະຫຼອດໄລຍະຜ່ານມາ, ລັດວິສາຫະກິດໄຟຟ້າລາວ ແມ່ນໄດ້ມີນະໂຍບາຍຕ່າງໆເພື່ອຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ, ບໍ່ວ່າຈະເກີດເຫດການໄພພິບັດທາງທໍາມະຊາດຕ່າງໆເຊັ່ນ: ໄພນໍ້າຖ້ວມ, ໄພແລ້ງ ກໍໄດ້ຫຼຸດຄ່າກະແສໄຟຟ້າໃຫ້ກັບພາກສ່ວນທີ່ໄດ້ຮັບຜົນກະທົບໜັກ. ສໍາລັບໃນໄລຍະເກີດການລະບາດຂອງພະຍາດ COVID-19 ນີ້ ກໍພໍດີຖືກກັບໄລຍະທີ່ລັດຖະບານໄດ້ມີແຈ້ງການໃຫ້ຂະແໜງການກ່ຽວຂ້ອງ ຕ້ອງປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແລະ ການກໍານົດລາຄາໄຟຟ້າໃໝ່ ຊຶ່ງເຫັນວ່າ ຜູ້ຊົມໃຊ້ສ່ວນຫຼາຍນັບທັງພາກທີ່ຢູ່ອາໄສ ແລະ ບໍ່ແມ່ນພາກທີ່ຢູ່ອາໄສກໍແມ່ນໄດ້ມີສ່ວນຫຼຸດຈາກລາຄາເດີມ ແຕ່ 2-35% ສະເລ່ຍແລ້ວປະມານ 6% ຫຼື ຕົກເປັນເງິນລວມປະມານ 300 ກວ່າຕື້ກີບຕໍ່ປີ. ສະນັ້ນ ຈຶ່ງຖືເອົາການປັບປຸງລາຄາໃໝ່ນີ້ເປັນນະໂຍບາຍລວມອັນໜຶ່ງ. ນອກນີ້ ກໍໄດ້ມີນະໂຍບາຍເລື່ອນຊໍາລະໜີ້ຄ່າກະແສໄຟຟ້າ ພາກທີ່ຢູ່ອາໄສຈາກປົກກະຕິແມ່ນໃນໄລຍະເວລາ 7-30 ວັນ ເພີ່ມຂຶ້ນເປັນ 7-45 ວັນ ແລະ ພາກສ່ວນບໍ່ແມ່ນທີ່ຢູ່ອາໄສ ຈາກປົກກະຕິແມ່ນ 7-15 ວັນ ກໍເພີ່ມຂຶ້ນເປັນ 7-30 ວັນ ຫຼັງຈາກມື້ໄດ້ຮັບບິນຄ່າໄຟຟ້າ ...

Read More »

ທະນາຄານໂລກ ຄາດການເສດຖະກິດລາວ ຈະຂະຫຍາຍຕົວພຽງ 1%

ທະນາຄານໂລກ ຄາດຄະເນເສດຖະກິດຂອງ ສປປ ລາວຈະຫຼຸດລົງ ຍ້ອນຜົນກະທົບຈາກໂຄວິດ-19 ຈະຢູ່ໃນລະຫວ່າງ 1% ໃນກໍລະນີພື້ນຖານ ແລະ ອາດຫົດຕົວເຖິງ -1,8% ໃນກໍລະນີຕໍ່າ ເຊິ່ງຂະແໜງບໍລິການຈະໄດ້ຮັບຜົນກະທົບໜັກ. ສ່ວນແຮງງານຈະທຸກຍາກຂຶ້ນລະຫວ່າງ 96 ພັນຄົນ ຫາ 2 ແສນກວ່າຄົນ. ບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກໃນວັນທີ 20 ພຶດສະພາ 2020 ໃຫ້ຮູ້ວ່າ: ຄາດວ່າການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຫຼຸດລົງໃນປີ 2020 ຍ້ອນຜົນກະທົບຂອງພະຍາດລະບາດ COVID-19 ເຊິ່ງການເຕີບໂຕຄາດວ່າຢູ່ໃນລະຫວ່າງ 1% ໃນກໍລະນີພື້ນຖານ ແລະ ອາດຫົດຕົວເຖິງ -1,8% ໃນກໍລະນີຕໍ່າ. ການຫຼຸດລົງຂອງເສດຖະກິດແມ່ນສົ່ງຜົນກະທົບສະເພາະໃຫ້ກັບຂະແໜງບໍລິການ. ຜົນກະທົບຈາກ COVID-19 ຈະສົ່ງຜົນອັນສໍາຄັນຕໍ່ກັບຕະຫຼາດແຮງງານ ແລະ ຄວາມທຸກຍາກ. ການຕົກຕໍ່າລົງແບບກ້າວກະໂດດຂອງຜົນປະກອບການຂອງຂະແໜງເດີນທາງ-ຂົນສົ່ງ, ການທ່ອງທ່ຽວ, ແລະ ບໍລິການ-ການໂຮງແຮມ ເຊິ່ງກວມເອົາ 11% ຂອງການສ້າງວຽກເຮັດງານທໍາທັງໝົດ ແລະ 22% ຂອງການສ້າງວຽກເຮັດງານທໍາໃນເຂດຕົວເມືອງ ໄດ້ກໍ່ໃຫ້ເກີດມີການສູນເສຍວຽກເຮັດງານທໍາຢ່າງກວ້າງຂວາງ. ຄາດຄະເນວ່າປະມານ 96.000 ຫາ 214.000 ຄົນ ...

Read More »

ຕະຫຼາດຕົວແບບຂອງປະເທດລາວ!!!! ຢຸດໃຊ້ຖົງຢາງພລາສຕິກ

ຕະຫຼາດຂົວດິນ ຫຼື ຕະຫຼາດໜອງຈັນ ຢູ່ນະຄອນຫຼວງວຽງຈັນ ເປັນໜຶ່ງໃນຕະຫຼາດຕົວແບບຂອງປະເທດລາວ ທີ່ລິເລີ່ມຢຸດການນໍາໃຊ້ຖົງຢາງພລາສຕິກ ເພື່ອເປັນການຮັກສາສະພາບແວດລ້ອມ ໂດຍໃຫ້ແມ່ຄ້າ-ພໍ່ຄ້າຊາວຂາຍຫັນມາໃຊ້ຖົງເຈ້ຍແທນໃນການໃສ່ເຄື່ອງໃຫ້ຜູ້ຊື້ ແຕ່ກໍຍັງມີສິນຄ້າບາງປະເພດທີ່ຍັງອະນຸຍາດໃຫ້ໃຊ້ຢູ່. ມາດຕະການຢຸດໃຊ້ຖົງຖົງຢາງພລາສຕິກຢ່າງເດັດຂາດແມ່ນນັບແຕ່ວັນທີ 17 ພຶດສະພາ 2020 ທີ່ຜ່ານມາ ຫຼັງຈາກທີ່ມີການເລີ່ມທົດລອງມາແຕ່ວັນທີ 16 ມັງກອນ 2020. ທ່ານ ໄພທອງ ວົງລາຕີ ຄະນະປະສານງານຕະຫຼາຂົວດິນ ໄດ້ກ່າວໃນບໍ່ດົນມານີ້ວ່າ: ເຖິງແມ່ນວ່າຢູ່ໃນຕະຫຼາດຂົວດິນຈະມີມາດຕະການໃຫ້ພໍ່ຄ້າ-ແມ່ຄ້າຢຸດເຊົາການໃຊ້ຖົງຢາງພລາສຕິກ ແຕ່ກໍ່ຍັງມີສິນຄ້າບາງປະເພດທີ່ທາງຕະຫຼາດຍັງອະນຸຍາດໃຫ້ໃຊ້ ໂດຍສະເພາະສິນຄ້າປະເພດຊີ້ນ, ປາ, ອາຫານປະເພດປຽກຊຸ່ມ ຫຼື ອາຫານບາງຊະນິດຕ້ອງຫຸ້ມຫໍ່ດ້ວຍຖົງຢາງ, ສ່ວນວ່າສິນຄ້າທີ່ຕ້ອງຫ້າມນໍາໃຊ້ຖົງຢາງພລາສຕິກແມ່ນສິນຄ້າປະເພດເສື້ອຜ້າ, ເກີບ, ເຄື່ອງແຫ້ງ, ໝາກໄມ້, ຜັກ ແລະ ອື່ນໆ. ທ່ານ ໄພທອງ ໄດ້ກ່າວຕື່ມວ່າ: ຜູ້ທີ່ບໍ່ປະຕິບັດ ຫຼື ຝ່າຝືນມາດຕະການຢຸດໃຊ້ພລາສຕິກ ຊຶ່ງຄັ້ງທຳອິດທາງເຈົ້າໜ້າທີ່ຈະມີການກ່າວຕັກເຕືອນ ແລະ ພ້ອມເຮັດບົດບັນທຶກ, ຄັ້ງທີສອງແມ່ນຈະຖືກປັບໄໝ  ແລະ ຄັ້ງທີສາມ ແມ່ນຈະໃຊ້ລະບຽບຂັ້ນສູງສຸດຄືໃຫ້ຢຸດຕິການຂາຍ. ຂ່າວ: ວຽງຈັນທາຍ

Read More »

ທາງດ່ວນວຽງຈັນ-ວັນວຽງ ຄາດຈະເປີດໃຊ້ຕົ້ນປີ 2021 ຈາກທຶນສ້າງກວ່າ 1,3 ຕື້ໂດລ່າ.

ທາງດ່ວນວຽງຈັນ-ວັນວຽງ ມີຄວາມຍາວ 109,12 ກິໂລແມັດ, ມູນຄ່າລົງທຶນ 1,3 ຕື້ໂດລາ, ການອອກແບບແມ່ນອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ, ມີ 4 ຊ່ອງຈະລາຈອນ, ອຸໂມງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງຄວາມຍາວ 2.408 ແມັດ, ຄວາມໄວອອກແບບເບື້ອງຕົ້ນ 100 ກິໂລແມັດຕໍ່ຊົ່ວໂມງ (ໃຊ້ເວລາເດີນທາງພຽງແຕ່ໜື່ງຊົ່ວໂມງເທົ່ານັ້ນ ເພາະວ່າໄລຍະເສັ້ນທາງມີພຽງ 109 km); ເສັ້ນທາງທີ່ວ່ານີ້ແມ່ນກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະຖືຮຸ້ນຈຳກັດ ແຂວງຢູນນານ ສປຈີນ ໄດ້ວ່າຈ້າງບໍລິສັດທີ່ປຶກສາສິ່ງແວດລ້ອມລາວຈຳກັດດຳເນີນການຈັດຕັ້ງປະຕິບັດວຽກງານຊົດເຊີຍສິ່ງກີດຂວາງໃຫ້ຜູ້ທີ່ຖືກຜົນກະທົບຕາມແລວກໍ່ສ້າງທາງດ່ວນຮ່ວມກັບອົງ ການປົກຄອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ.   ມາຮອດປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍຢ່າງ, ເປັນຕົ້ນໄດ້ລົງທາບທາມເອົາຫົວໜ່ວຍລາຄາຊົດເຊີຍສິ່ງກີດຂວາງຕາມແລວກໍ່ສ້າງທາງດ່ວນທີ່ຜ່ານແຕ່ລະບ້ານລວມທັງໝົດ 65 ບ້ານ, ມີ 4 ເມືອງ ໃນນັ້ນ ແຂວງວຽງຈັນ ກວມເອົາ 3 ເມືອງ 40 ບ້ານ ແລະ ນະຄອນຫຼວງວຽງຈັນ 01 ເມືອງ 25 ບ້ານ; ພ້ອມນີ້ຍັງໄດ້ຄົ້ນຄວ້າກ່ຽວກັບລາຄາຫົວໜ່ວຍຕາມການທາບທາມ ...

Read More »

ຊົມເຊີຍ!! ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ມອບອຸປະກອນຕ້ານໂຄວິດ-19 ໃຫ້ໂຮງໝໍ 103 

ເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໃນຂອບເຂດທົ່ວປະເທດລາວເຮົາ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2020  ບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ແມ່ນບໍລິສັດທີ່ໃຫ້ບໍລິການສື່ໂຄສະນານອກບ້ານ  ໄດ້ເຂົ້າມອບອຸປະກອນ ປ້ອງກັນຄວບຄຸມໂຄວິດ-19  ໃຫ້ກັບ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ  ຕາງໜ້າບໍລິສັດ ປັນຍາທິບ ແພລນບີ ມີເດຍ ຈໍາກັດ ມອບໂດຍ  ທ່ານ  ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລນບີ ມີເດຍລາວ ຈໍາກັດ ພ້ອມດ້ວຍຄະນະບໍລິຫານ,  ກ່າວຮັບໂດຍ ທ່ານ ພັນເອກ ດຣ. ສຸລິພັນ ເພັດຈັນທາລາ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ເປັນທັງໜື່ງໃນຄະນະຮັບຜິດຊອບສະເພາະກິດກະຊວງສາທາລະນະສຸກ ໃນການຕອບໂຕ້ ແລະ ສະກັດກັ້ນໂຄວິດ-19.  ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື ແອວກໍຮໍຈໍານວນ 96 ຂວດ ແລະ ຖົງຂີ້ເຫຍື້ອ ທີີ່ຜະລິດຈາກຜ້າໄວນິວທີ່ເຫຼືອໃຊ້ ເພື່ອເປັນການຫຼຸດຈໍານວນຂີ້ເຫຍື້ອ ແລະ ...

Read More »

ທົ່ວປະເທດລາວ ເສຍຊີວິດແລ້ວ 2 ຄົນ ຈາກພະຍາດໄຂ້ຍຸງລາຍ

ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດໃນທົ່ວປະເທດ ແລະ ເສຍຊີວິດແລ້ວ 2 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ. ​ກົມ​ຄວບ​ຄຸມ­ພະ​ຍາດ ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະສຸກ ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ນັບແຕ່ທ້າຍເດືອນທັນວາ 2019 ຫາ ວັນທີ 18 ພຶດສະພາ 2020, ທົ່ວ​ປະ­ເທດ​ ໄດ້ມີກໍລະມີ​ຄົນ​ເຈັບ​​ ຈາກພະຍາດ​ໄຂ້­ຍຸງ​ລາຍ 1,234 ກໍລະ­ນີ, ເສຍຊີວິດແລ້ວ 2 ຄົນ. ໃນ​ນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 327 ກໍລະນີ ເສຍຊີວິດ 1 ຄົນ, ແຂວງ ອັດຕະປື 184 ກໍລະນີ, ວຽງຈັນ 169 ກໍລະນີ, ຄຳມ່ວນ 93 ກໍລະນີ, ບໍລິຄຳໄຊ 92 ກໍລະນີ, ສະຫວັນນະເຂດ 84 ກໍລະນີ, ສາລະວັນ 77 ກໍລະນີ, ໄຊຍະບູລີ 72 ກໍລະນີ ເສຍຊີວິດ 1 ຄົນ ແລະ ...

Read More »

ນໍ້າຕົກຕາດເເຊພະ-ແຊປ້ອງໄລ ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າ ມີມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກີບ

ການພັດທະນາພື້ນຖານໂຄງລ່າງ ນ້ຳຕົກຕາດແຊພະ-ແຊ ປ້ອງໄລ ຈະສໍາເລັດພາຍໃນ 3 ປີ ນໍ້າຕົກຕາດເເຊພະ-ແຊປ້ອງໄລ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃນໄລຍະທີ່ຜ່ານມາທີ່ມີມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກີບ ກໍາລັງໄດ້ຮັບການພັດທະນາ. ປັດຈຸບັນນີ້ ຜູ້ສໍາປະທານແຫຼ່ງທ່ອງທ່ຽວດັ່ງກ່າວກໍາລັງເລັ່ງພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການສ້າງຕາຂ່າຍໄຟຟ້າເຂົ້າຫາແຫຼ່ງທ່ອງທ່ຽວ, ເສັ້ນທາງເຂົ້າອອກ, ສ້າງອ່າງເກັບນໍ້າຂະໜາດໃຫ່ຍ, ສ້າງຮ້ານອາຫານ, ລີສອດ, ບ້ານພັກ, ສວນດອກໄມ້, ນໍ້າພຸ, ສວນໄມ້ໃຫ້ໜາກ, ສະຖານທີ່ຈອດລົດ ແລະ ອື່ນໆ ຊຶ່ງຈະມີການລົງທຶນເກືອບ 20 ຕື້ກີບ. ທ່ານ ວົງວິໄລ ໄຊຍະສອນ ຜູ້ສຳປະທານ ແຫຼ່ງທ່ອງທ່ຽວທາງທຳມະຊາດນ້ຳຕົກຕາດ ແຊພະ-ແຊປ້ອງໄລ ໄດ້ກ່າວໃນບໍ່ດົນມານີ້ວ່າ: ຫຼັງຈາກສະຖານທີ່ທ່ອງທ່ຽວດັ່ງກ່າວໄດ້ຮັບຜົນກະທົບຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນປີ 2018 ຮອດທ້າຍເດືອນທັນວາ 2019 ແມ່ນໄດ້ມີການເລີ່ມການພັດທະນາ ແຫຼ່ງທ່ອງທ່ຽວດັ່ງກ່າວ, ຮອດປັດຈຸບັນສໍາເລັດແລ້ວຫຼາຍກວ່າ 10% ແລະ ຈະສໍາເລັດ 100% ພາຍໃນ 3 ປີ ຫຼື ປີ 2023 ເຖິງແມ່ນວ່າທຶນຮອນບໍ່ຫຼາຍແຕ່ຈໍາເປັນຕ້ອງໄດ້ເຮັດເພື່ອຮັກສາແຫຼ່ງທ່ອງທ່ຽວແຫ່ງນີ້ໄວ້ໃຫ້ເຊັ່ນລູກເຊັ່ນຫຼານ ແລະ ຈະພະຍາມາມເຮັດໃຫ້ມັນສວຍງາມກວ່າທີ່ຜ່ານມາເພື່ອເປັນໃບໜ້າໃບຕາຂອງແຂວງອັດຕະປື. ສິ່ງສໍາຄັນໃນການພັດທະນາແຫຼ່ງທ່ອງທ່ຽວແຫ່ງນີ້ຄືນໃໝ່ນີ້ແມ່ນການຟື້ນຟູປ່າທີ່ຢູ່ອ້ອມຮອບຕາດໃຫ້ກັບມາອຸດົມສົມບູນຄືທີ່ຜ່ານມາ ...

Read More »

ນໍ້າປະປານະຄອນຫຼວງ ຫຼຸດຄ່ານໍ້າ 5% ສະເພາະປະເພດຄົວເຮືອນ

ໃນວັນທີ 19 ພຶດສະພາ 2020 ລັດວິສາຫະກິດນໍ້າປະປານະຄອນຫຼວງ ແຈ້ງໃຫ້ຮູ້ວ່າ: ວິສາຫະກິດຂອງຕົນ ຈະຄິດໄລ່ຫຼຸດຄ່ານໍ້າປະປາລົງ 5% ຂອງມູນຄ່າການໃຊ້ນໍ້າຕົວຈິງ ໃຫ້ລູກຄ້າປະເພດ I (ຄົວເຮືອນທົ່ວໄປ), ຊຶ່ງຈະເລີ່ມປະຕິບັດນັບແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ເພື່ອຊ່ວຍຫຼຸດຜ່ອນຜົນກະທົບ ຈາກສະພາບການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19. ສ່ວນລູກຄ້າປະເພດ II (ສໍານັກງານອົງການພັກ-ລັດ) ແລະ ປະເພດ III (ຫົວໜ່ວຍທຸລະກິດ ແລະ ໂຮງຈັກ-ໂຮງງານຕ່າງໆ) ແມ່ນໃຫ້ຄິດໄລ່ຕາມປົກກະຕິໂດຍບໍ່ມີສ່ວນຫຼຸດໃດໆ. ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ. ທີ່ມາ: ຂ່າວສານປະເທດລາວ

Read More »