ຂ່າວ ພາຍໃນປະເທດ

ການແຂ່ງຂັນ ລາວລີກ ຈະໄດ້ຮັບເງິນອຸດໜູນ 90 ລ້ານກີບ ຕໍ່ທີມ 

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈະມອບເງິນອຸດໝູນໃຫ້ທີມບານເຕະລາວລີກ ທີມລະ 90 ລ້ານກີບ ອີງຕາມແຈ້ງການສະບັບທີ 316 ສຕລ ລົງວັນທີ 1 ມິຖຸນາ 2020 ເລື່ອງ: ນະໂຍບາຍອຸດໜູນສະໂມສອນ ໃນການແຂ່ງຂັນບານເຕະ ເປັບຊີ ລາວລີກ 1 ປະຈໍາປີ 2020 ທີ່ໄດ້ລະບຸວ່າ: ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງ ບັນດາ ສະໂມ ສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນເປັບຊີ ລາວລີກ 1 ລະດູການ 2020 ທີ່ປະກອບດ້ວຍ ສະໂມສອນ ລາວໂຕໂຢຕາ ເອັຟຊີ, ສະໂມສອນ ມາສເຕີເຊເວັນ ເອັຟຊີ, ສະໂມສອນຊ້າງນ້ອຍ ເອັຟຊີ, ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ເອັຟຊີ, ສະໂມສອນ ວຽງຈັນ ເອັຟທີ, ສະໂມສອນ ວຽງຈັນ ເອັຟຊີ (ແຂວງວຽງຈັນ) ແລະ ສະໂມສອນ ເອສຣາ ເອັຟຊີ ຊາບກ່ຽວກັບນະໂຍບາຍການອຸດໜູນສະໂມສອນໃນການແຂ່ງຂັນໃນປີ 2020 ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງ ໂຄວິດ-19. ເຊິ່ງລາຍລະອຽດຂອງແຈ້ງການບາງສ່ວນໄດ້ຂຽນວ່າ: ທຸກສະໂມສອນໃນການແຂ່ງຂັນເປັບຊີ່ ລາວລີກ1 ...

Read More »

ລັດຖະບານໂປ່ງໃສ ລາຍງານ ລາຍຈ່າຍ-ລາຍຮັບ ທີ່ນໍາໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19

ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດຕ່າງໆໃນທົ່ວໂລກ ຈົນກະທັ້ງແຜ່ລາມເຂົ້າມາຮອດປະເທດລາວ ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດດັ່ງກ່າວ ຈົນມາຮອດວັນທີ 31 ພຶດສະພາ 2020 ໄດ້ນໍາໃຊ້ງົບປະມານບ້ວງແຮສຸກເສີນທັງໝົດ 30 ຕື້ກີບ ແລະ ຫຼ້າສຸດ ວັນທີ 1 ມິຖຸນາ 2020 ພາກສ່ວນກ່ຽວຂ້ອງໄດ້ອອກມາຊີ້ແຈງລາຍລະອຽດລາຍຈ່າຍຕ່າງໆຂອງບ້ວງເງິນດັ່ງກ່າວ ໃຫ້ສັງຄົມໄດ້ຮັບຮູ້ຢ່າງໂປ່ງໃສ. ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ເຖິງການຈັດຕັ້ງປະຕິບັດງົບປະມານບ້ວງແຮສຸກເສີນຂອງລັດຖະບານ ບ້ວງ 30 ຕື້ກີບ ໃນໂອກາດຮ່ວມຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 1 ມິຖຸນາ 2020 ວ່າ: ລັດຖະບານອະນຸມັດເງິນແຮສຸກເສີນຄັ້ງທີ 1 ຈໍານວນ 10 ຕື້ກີບ ໂດຍນໍາໃຊ້ເຂົ້າໃນການຈັດຊື້ອຸປະກອນການແພດ, ໜ້າກາກອະນາໄມ (ຜ້າອັດປາກ-ດັງ), ເຄື່ອງເຄມີ, ເຈວລ້າງມື, ຄ່າຫຸ້ມຫໍ່ ແລະ ການຈັດສົ່ງອຸປະກອນການແພດ ຈໍານວນ 6,64 ຕື້ກີບ ເພື່ອຮັບໃຊ້ໃນວຽກງານສາທາລະນະສຸກ. ຈ່າຍລ່ວງໜ້າໃຫ້ກະຊວງສາທາລະນະສຸກ ເພື່ອເບີກຈ່າຍວຽກງານຈໍາເປັນ ...

Read More »

ນາຍຍົກ ຮຽກຮ້ອງໃຫ້ຮ່ວມກັນສົ່ງເສີມການພັດທະນາເດັກ ທັງໃນຕົວເມືອງ ແລະ ຊົນນະບົດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີອອກ​ແຮງປະຕິບັດວຽກງານ​​​ແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປະຈຸບັນ ກໍ່ຄືການ​ດູ​ແລ​ເອົາ​ໃຈ​ໃສ່, ການ​ປົກ​ປ້ອງ, ການ​ພັດທະນາ ແລະ ການມີ​ສ່ວນ​ຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້​​ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດ​ໃສ ກ້າວ​ເປັນ​ຜູ້​ໃຫຍ່ທີ່​ມີຄຸນນະພາບ​. ການຮຽກຮ້ອງດັ່ງກ່າວແມ່ນຜ່ານສານອວຍພອນ ໃນ​ໂອກາດສະ​ເຫຼີ​ມສະຫຼອງວັນ​​ເດັກ​ສາກົນ 01 ມິຖຸນາ 2020 ເຊິ່ງມີເນື້ອໃນວ່າ: ເນື່ອງໃນ​ໂອ​ກາດ​ວັນ​ເດັກນ້ອຍສາ​ກົນ ວັນ​ທີ 01 ມິ​ຖຸ​ນາ ໄດ້​ໝູນ​ວຽນ​ມາ​ບັນ​ຈົບ​ຄົບ​ຮອບ​ອີກ ວາ​ລະ​ໜຶ່ງ, ​ຕາງ​ໜ້າ​ໃຫ້​ການ​ນຳ​ພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍ​ຝາກ​ຄວາມ ​ຮັກ​ແພງ ແລະ ຄວາມ​ຢ້ຽມ​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ​ມາ​ຍັງ​ພວກ​ລູກໆຫຼານໆ ທີ່ເປັນອານຸຊົນ ແລະ ເຍົາວະຊົນ ​ໃນ​ທົ່ວ​ປະ​ເທດ ແລະ ຂໍອວຍພອນ ບັນດາລູກຫຼານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ ໃນການສະຫຼອງວັນເດັກນ້ອຍສາກົນ ໃນໂອກາດນີ້ດ້ວຍ. ການ​ສະ​ເຫຼີມ​ສະ​ຫຼອງວັນ​ເດັກ​ນ້ອຍ​ສາ​ກົນ ໃນ​ທຸກໆປີ ແມ່ນ​ປຽບ​ດັ່ງ​ບຸນ​ໃຫຍ່​ຂອງ​ເດັກ​ນ້ອຍ​ໃນ​ທົ່ວໂລກ ກໍ່​ຄື​ເດັກ​ນ້ອຍ​ລາວ ແຕ່​ການ​ສະ​ເຫຼີມ​ສະ​ຫຼອງ​ປີນີ້ ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ທຸກໆ ປີຜ່ານ​ ມາຈະ​ບໍ່​ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງ​ໃຫຍ່ ແລະ ເຕົ້າ​ໂຮມ​ເດັກ ...

Read More »

ກົມປູກຝັງກຽມເນື້ອທີ່ 3 ເຮັກຕາ ເພື່ອປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ

ກະຊວງກະສິກໍາ ແລະ ປ່າໄມ້ໄດ້ແຈ້ງໃຫ້ຮູ້ວ່າ: ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2020 ແລະ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ໃນວັນທີ 5 ມິຖຸນາ 2020, ກົມປູກຝັງ ຈະໄດ້ຈັດພິທີປູກຕົ້ນໄມ້ ໃນວັນທີ 1 ມິຖຸນາ 2020 ນີ້ທີ່ສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຊຶ່ງຈະມີການປູກເບ້ຍໄມ້ທັງໝົດ 1,200 ເບ້ຍ ປະກອບມີໄມ້ດູ້, ໄມ້ແຕ້ຄ່າ ແລະ ໄມ້ຍາງ ປູກໃນເນື້ອທີ 3 ເຮັກຕາ. ພິທີປູກຈະເລີ່ມແຕ່ເວລາ 6 ໂມງເຊົ້າ ເປັນຕົ້ນໄປ ໂດຍຈະມີ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານລັດຖະ ມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມ. ປີ 2019 ທີ່ຜ່ານມາ ກົມປູກຝັງ ກໍ່ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນວັນດັ່ງກ່າວຢູ່ ສວນພຶກສາສາດຫ້ວຍ ຍາງ-ດົງໝາກຄາຍ ປູກໃນເນື້ອທີ 6 ເຮັກຕາ ໂດຍໃຊ້ເບ້ຍໄມ້ ...

Read More »

ບໍລິສັດລົດໄຟລາວ-ຈີນ ຕ້ອງການພະນັກງານລາວ 600 ຫາ 700 ກວ່າຄົນ

ບໍລິສັດທາງລົດໄຟລາວ-ຈີນຕ້ອງ ການພະນັກງານໃນລະຫວ່າງ 600 ຫາ 700 ກວ່າຄົນ ອັນນີ້ນັບວ່າ ເປັນຂ່າວດີສໍາລັກນັກຮຽນ ນັກສຶກສາລາວທີ່ຮຽນຈົບ ແລະ ບໍ່ທັນມີວຽກເຮັດ ຫຼື ກໍາລັງຊອກ ວຽກເຮັດງານທໍາ ຫຼັງຈາກທີ່ ບໍລິ ສັດດັ່ງກ່າວ ໄດ້ປະກາດຮັບສະ ໜັກພະນັກງານຈໍານວນຫຼາຍຄື ແນວນີ້. ການຮັບສະໜັກພະນັກງານດັ່ງກ່າວຈະໄດ້ແບ່ງອອກເປັນ 3 ໄລຍະຄື ໄລຍະທີ່ 1 ແມ່ນຈະຮັບເອົາ ປະມານ 300 ຄົນ ໂດຍເຮັດວຽກຢູ່ ໃນ 4 ຕໍາແໜ່ງງານຄື: ຄົນຂັບລົດໄຟ, ຜູ້ຄຸມການເດີນ ລົດໄຟ, ຊ່າງສ້ອມແປງຫົວຈັກ ລົດໄຟ ແລະ ຊ່າງສ້ອມແປງສິ່ງຕິດ ຕັ້ງພື້ນຖານໂຄງລ່າງ. ສະເພາະໄລຍະເວລາທີ່ຈະເປີດຮັບສະໝັກພະນັກງານໄລຍະທີ 2 ແລະ 3 ຍັງບໍ່ທັນມີໄລຍະເວລາ ຫຼື ລາຍລະອຽດທີ່ສັດເຈນ. ທ່ານໃດສົນໃຈຢາກໄປເຮັດວຽກຢູ່ ນໍາໂຄງການທາງລົດໄຟ ລາວ-ຈີນສາມາດໄປເອົາແບບຟອມ ຢູ່ບໍລິສັດທາງລົດໄຟລາວ-ຈີນຈໍກັດ ຢູ່ ທີ່ຕຶກວຽງຈັນເຊັນເຕີ ຊັ້ນ 06. ສາມາດສົ່ງປະຫວັດຫຍໍ້ ແລະ ຂໍ້ມູນສ່ວນໂຕ ໄປທີ່ເວັບໄຊ www.lcrc.ltd ຫຼື  ...

Read More »

ດ່ວນທີ່ສຸດ!! ລັດຖະບານໄດ້ວາງມາດຕະການຜ່ອນຜັນການປ້ອງກັນໂຄວິດ-19ໃນໄລຍະວັນທີ 2-30 ມິຖຸນາ…

ເພື່ອເປັນການຫຼຸດຜ່ອນຄວາມເສຍຫາຍດ້ານເສດຖະກິດ ສົມທົບກັບ ສະພາບການລະບາດຂອງການແຜ່ເຊື້ອໂຄວິດ-19 ໃນປະເທດລາວທີ່ສາມາດຄວບຄຸມໄດ້ໂດຍພື້ນຖານ ແລະ ຜູ້ປ່ວຍຕິດເຊື້ອທີ່ນອນຮັບການປິ່ນປົວຢູ່ໂຮງໝໍກໍ່ມີທ່າອ່ຽງດີຂຶ້ນ ຍັງເຫຼືອພຽງ 3 ຄົນເທົ່ານັ້ນ. ດັ່ງນັ້ນ ຫ້ອງວ່າການສຳນັກງານນາຍົກ ຈຶ່ງໄດ້ອອກແຈ້ງການ ຜ່ອນຜັນບາງມາດຕະການຕ່າງໆ ແລະ ຍັງມີບາງມາດຕະການທີ່ທຸກຄົນຍັງຕ້ອງສືບຕໍ່ຈັດຕັ້ງປະຕິບັດຢ່າງເຄັ່ງຄັດເພື່ອບໍ່ໃຫ້ການລະບາດຂອງເຊື້ອພະຍາດດັ່ງກ່າວກັບຄືນມາລະບາດອີກຄັ້ງ. ໃນວັນທີ 29 ພຶດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມໂຄວິດ ໄດ້ມີພິທີຖະແຫຼງຂ່າວຄວາມຄືບໜ້າ ການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການໃຫ້ຖະແຫຼງຂອງທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຮອງຫົວໜ້າຄະນະສະເພາະກິດ; ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາ ທັງຫົວໜ້າກອງເລຂາຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 597/ຫສນຍ ລົງວັນທີ 29 ພຶດສະພາ 2020 ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຊອງພະຍາດໂຄວິດ-19 ແຕ່ວັນທີ 2- 30 ມິຖຸນາ ...

Read More »

ໂຮງຮຽນ-ພາກລັດຫຼາຍແຫ່ງຍັງບໍ່ສາມາດຕິບັດຕາມມາດຕະການ ການປ້ອງກັນໂຄວິດ-19…

ບັນດາໂຮງຮຽນປະຖົມ ແລະ ມັດທະຍົມພາກລັດສ່ວນຫຼາຍບໍ່ສາມາດປະຕິບັດຕາມມາດຕະການ ເພື່ອປ້ອງກັນພະຍາດໂຄວິດ-19 ໄດ້, ເພາະວ່າຍັງຂາດອຸປະກອນປ້ອງກັນເຊັ່ນ ເຄື່ອງ ວັດແທກອຸນຫະພູມ, ເຈວລ້າງມື ແລະ ຜ້າປິດປາກ-ດັງ. ເຖິງຢ່າງໃດກໍຕາມ, ຍັງມີຫຼາຍໂຮງຮຽນສາມາດປະຕິບັດໄດ້ຄື ທາງໂຮງຮຽນໄດ້ເພີ່ມ ຈຳນວນ ຫ້ອງຮຽນ ແລະ ຮັກສາໄລຍະຫ່າງ 1 ແມັດ ເພື່ອຫຼຸດຜ່ອນຄວາມແອອັດໃນຫ້ອງຮຽນ, ນັກຮຽນ ມີບ່ອນລ້າງມືກ່ອນເຂົ້າຫ້ອງຮຽນ ແລະ ຫຼັງເລີກຮຽນ. ຫຼາຍໂຮງຮຽນໄດ້ທຳຄວາມສະອາດຫ້ອງຮຽນ, ໂຕະຕັ່ງ ແລະ ອຸປະກອນການຮຽນທຸກໆອາທິດ ເພື່ອຮັບປະກັນຄວາມສະອາດ ແລະ ສຸຂະພາບຂອງຄູ ແລະ ນັກຮຽນ, ກໍ່ຄືເພື່ອປ້ອງກັນ ການ ຕິດເຊື້ອພະຍາດ ໂຄວິດ-19. ທ່ານ ປອ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດມື້ວານນີ້ວ່າ:  ກະຊວງໄດ້ຮັບການລາຍງານບັນຫາດັ່ງກ່າວຈາກພະແນກສຶກສາທິການ ແລະ ກິລາ ແຕ່ລະແຂວງ ລວມທັງນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ຜູ້ຮັບ ຜິດຊອບໄດ້ລົງໄປສຳຫຼວດບັນດາໂຮງຮຽນທີ່ເປີດຮຽນຄືນແຕ່ວັນທີ 18 ພຶດສະພາ 2020 ສໍາຫຼັບ ນັກຮຽນຊັ້ນປະຖົມ ປີທີ ...

Read More »

ສປ ຈີນ! ກວດເຊື້ອໂຄວິດ-19 ຄືນ ພົບຜູ້ຕິດເຊື້ອບໍ່ສະແດງການ 206 ຄົນ

ຈາກການລາຍງານຂອງສໍານັກຂ່າວ Bloomberg ລາຍງານວ່າ : ອູ່ຮັ່ນເປັນອີກໜື່ງແຂວງຂອງ ສປ ຈີນທີ່ເປັນສູນກາງຂອງຄວາມພະຍາຍາມໃນການປ້ອງກັນບໍ່ໃຫ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ອີກຄັ້ງ  ແລະ ສປ ຈີນ ຍັງໄດ້ເລັ່ງກວດເຊື້ອປະຊາຊົນຢູ່ອູ່ຮັ່ນຄືນທັງໝົດປະມານ 11 ລ້ານຄົນ,​ ເຊິ່ງໄດ້ຮັບຜົນເບື້ອງຕົ້ນແມ່ນພົບຜູ້ຕິດເຊື້ອທີ່ບໍ່ມີອາການ 206 ຄົນ​ຈາກປະຊາຊົນ​ 6.68 ລ້ານຄົນທີ່ສຳເລັດການກວດ ແລະ​ ທາງການຈີນຍັງຈະສຶບຕໍ່ກວດຄືນປະຊາກອນທັງໝົດພາຍໃນເຂດນີ້, ເຊິ່ງໄດ້ເລີ່ມກວດເຊື້ອພະຍາດໂຄວິດຄືນ​ນັບແຕ່ວັນທີ​ 15​ ພຶດສະພາ​ 2020 ທີ່ຜ່ານມາ ຫຼັງຈາກມີພົບຜູ້ຕິດເຊື້ອຄົນໃໝ່ຢູ່ທີ່ອູ່ຮັ່ນເປັນມື້ທໍາອິດນັບຕັ້ງແຕ່ມີການຜ່ອນມາດຕະການ Lock down ເປັນເວລາ 75 ມື້ ແລະ​ ຈະສຳເລັດພາຍໃນ 12 ວັນ ເພື່ອປ້ອງກັນການລະບາດຮອບທີ 2. ແຫຼ່ງຂໍ້ມູນ: https://www.bloomberg.com/news/articles/2020-05-26/wuhan-tests-millions-in-12-days-as-china-fears-second-virus-wave          

Read More »

ສະຫະລັດອາເມລິກາ ມອບອຸປະກອນຕ້ານພະຍາດໂຄວິດ-19

ສະຫະລັດອາເມລິກາ ໄດ້ມອບອຸປະກອນທາງການແພດເພີ່ມຕື່ມອີກຈໍານວນໜຶ່ງເພື່ອຊ່ວຍເຫຼືອ ສປປ ລາວ ໃນວັນທີ 26 ພຶດສະພາ 2020 ເພື່ອນໍາໃຊ້ເຂົ້າໃນວຽກງານຄວບຄຸມການລະບາດຂອງພະຍາດໂຄວິດ-19. ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບອຸປະກອນທາງການແພດດັ່ງກ່າວ ໃຫ້ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ລວມມີນໍ້າຢາລ້ຽງເຊື້ອໄວຣັສ ສຳລັບເກັບຕົວຢ່າງສົ່ງຫ້ອງວິເຄາະ ຫຼື viral transport mediums ຈຳນວນໜຶ່ງ, ສະໜອງໃຫ້ໂດຍ ອົງການ (Spirit of America), ເຊິ່ງເປັນອົງການທາງການກຸສົນຂອງອາເມລິກາ, ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງ ຫຼື specialized laboratory air filters ແລະ ເຄື່ອງອົບຂ້າເຊື້ອ, ເຊິ່ງສະໜອງໃຫ້ໂດຍ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການຫຼຸດຜ່ອນໄພຂົ່ມຄູ່ທາງດ້ານໄພພິບັດ ຫຼື Defense Threat Reduction Agency ແລະ ອຸປະກອນທົດລອງສຳລັບກວດຫາຜູ້ຕິດເຊື້ອ ໃນນີ້ລວມມີເຄື່ອງ RT-PCR ທີ່ສະໜອງໂດຍ ...

Read More »

ໍຊົມເຊີຍ!!! ສ.ເກົາຫລີ ມອບເຂົ້າສານ-ອາຫານແຫ້ງ ຊ່ວຍເຫຼືອແຮງງານລາວ ຢູ່ສູນຈໍາກັດບໍລິເວນ

ອົງການຮ່ວມມືສາກົນ ສ.ເກົາຫລີ (KOICA) ປະຈຳ ສປປ ລາວ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເພື່ອນຳໄປແຈກຢາຍ ໃຫ້ບັນດາສູນຈໍາກັດບໍລິເວນສໍາລັບຜູ້ອອກແຮງງານລາວ ທີ່ເດີນທາງມາຈາກຕ່າງປະເທດ. ເຄື່ອງທີ່ນຳມອບໃນຄັ້ງນີ້ ປະກອບມີ ເຂົ້າສານ, ອາຫານແຫ້ງຈຳນວນ 3,5 ໂຕນ, ເຈວລ້າງມື 3,600 ຕຸກ, ໜ້າກາກອະນາໄມ ຈຳນວນ 17,000 ພັນອັນ ແລະ ເຄື່ອງໃຊ້ອື່ນໆອີກຈຳນວນໜຶ່ງ. ໃຫ້ກຽດເຂົ້າຮ່ວມໃນພິທີມອບ-ຮັບເຄື່ອງດັ່ງກ່າວໃນມື້ວານນີ້ ມີທ່ານ ອາລຸນໄຊ  ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ຊອງຊຸນ ຊິນ ເອກອັກຄະລັດຖະທູດ ສ. ເກົາຫຼີ, ທ່ານ ຊອງຊູ ໂອ ຜູ້ຕາງໜ້າອົງການ KOICA ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ. ທ່ານ ອາລຸນໄຊ  ສູນນະລາດ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນຄັ້ງນີ້, ເຊີ່ງໃນໄລຍະຜ່ານມາ ...

Read More »