ທົ່ວປະເທດລາວ ເສຍຊີວິດແລ້ວ 2 ຄົນ ຈາກພະຍາດໄຂ້ຍຸງລາຍ

ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດໃນທົ່ວປະເທດ ແລະ ເສຍຊີວິດແລ້ວ 2 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ.

​ກົມ​ຄວບ​ຄຸມ­ພະ​ຍາດ ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະສຸກ ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ນັບແຕ່ທ້າຍເດືອນທັນວາ 2019 ຫາ ວັນທີ 18 ພຶດສະພາ 2020, ທົ່ວ​ປະ­ເທດ​ ໄດ້ມີກໍລະມີ​ຄົນ​ເຈັບ​​ ຈາກພະຍາດ​ໄຂ້­ຍຸງ​ລາຍ 1,234 ກໍລະ­ນີ, ເສຍຊີວິດແລ້ວ 2 ຄົນ.

ໃນ​ນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 327 ກໍລະນີ ເສຍຊີວິດ 1 ຄົນ, ແຂວງ ອັດຕະປື 184 ກໍລະນີ, ວຽງຈັນ 169 ກໍລະນີ, ຄຳມ່ວນ 93 ກໍລະນີ, ບໍລິຄຳໄຊ 92 ກໍລະນີ, ສະຫວັນນະເຂດ 84 ກໍລະນີ, ສາລະວັນ 77 ກໍລະນີ, ໄຊຍະບູລີ 72 ກໍລະນີ ເສຍຊີວິດ 1 ຄົນ ແລະ ແຂວງອື່ນໆ  ເຊິ່ງແຂວງທີ່ຍັງບໍ່ມີການລາຍງານຄົນເປັນໄຂ້ຍຸງລາຍ ແມ່ນແຂວງຫົວພັນ ແລະ ຊຽງຂວາງ.

ປະ­ຈຸ­ບັນ ​ພະ­ຍາດ​ໄຂ້­ຍຸງ​ລາຍ​ໄດ້​ເກີດ​ຢູ່​ຫຼາຍແຂວງສົ່ງ​ຜົນ​ໃຫ້​ມີ​ຜູ້ເສຍ​ຊີ­ວິດ ແລະ ຈຳ­ນວນ​ຄົນ​ເຈັບ​​ເພີ່ມຂຶ້ນ ເຊິ່ງ​ທາງ​ດຽວ​ທີ່​ຈະ​ປ້ອງ​ກັນ​ພະ­ຍາດ​ນີ້​ໄດ້​ນັ້ນ ທຸກ​ຄົນ​ຕ້ອງ​ພ້ອມ​ກັນ ​ເອົາໃຈ­ໃສ່​ປະ­ຕິ­ບັດ​ຫຼັກ­ການ 5 ປ ໄປ​ພ້ອມ​ກັບ​ການ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ໜອນ​ຍຸງ​ຢ່າງ​ເປັນປະ­ຈຳ​ໃນ​ທຸກ​ອາ­ທິດ.

ຂອບໃຈ ຂ່າວ ແລະ ພາບ : ວຽງຈັນທາຍ

Comments