ຂ່າວ ພາຍໃນປະເທດ

ສປປ ລາວ ສົ່ງຄົນຈີນ ທີ່ຕົກຄ້າງຢູ່ລາວ ຊ່ວງໂຄວິດ 300 ກວ່າຄົນ ກັບຄືນປະເທດ

ເນື່ອງຈາກ 3-4 ເດືອນຜ່ານມາໄດ້ມີການລະບາດຂອງເຊື້ອພະຍາດໂຄວິດ-19 ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ມີຜູ້ຕິດເຊື້ອທົ່ວໂລກແລ້ວຫຼາຍກວ່າ 4 ລ້ານຄົນ ດັ່ງນັ້ນຈຶ່ງເຮັດໃຫ້ຫຼາຍປະເທດໄດ້ລັອກດາວປະເທດຂອງຕົນ ໂດຍຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ ພ້ອມປິດໝົດທຸກການຄົມມະນາຄົມຂົນສົ່ງທັງທາງບົກ, ນໍ້າ ແລະ ອາກາດ. ດັ່ງນັ້ນຈຶ່ງເຮັດໃຫ້ມີຄົນຕ່າງປະເທດຕົກຄ້າງຢູ່ພາຍໃນປະເທດຂອງຕົນຈຳນວນຫຼາຍ ແລະ ປະເທດລາວເຮົາກໍເຊັ່ນດຽວກັນ ຫຼ້າສຸດ ວັນທີ 19 ພຶດສະພາ 2020 ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ຈັດຈັດສົ່ງແຮງງານ ແລະ ນັກທ່ອງທ່ຽວ ສັນຊາດຈີນທີ່ຕົກຄ້າງກັບຄືນປະເທດຈໍານວນ 300 ກວ່າຄົນ. ທີ່ສຳຄັນປັດຈຸບັນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ປິດກິດຈະການຊົ່ວຄາວມາໄລຍະໜຶ່ງ ໂດຍສະເພາະແມ່ນເພື່ອປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. Cr: Laos 360°C / ລາວ 360 ອົງສາ

Read More »

ທະນາຄານທຸລະກິດ 21 ແຫ່ງ ທີ່ມີລູກຄ້າສິນເຊື່ອໄດ້ຮັບຜົນກະທົບຈາກໂຄວິດ-19

ທະນາຄານທຸລະກິດທັງໝົດ 43 ແຫ່ງ ແລະ ມີພຽງແຕ່ 21 ແຫ່ງ ທີີ່ໄດ້ລາຍງານໃຫ້ທະນາຄານ ແຫ່ງ ສປປ ລາວ ວ່າລູກຄ້າສິນເຊື່ອຂອງຕົນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ຫຼັງຈາກຄະນະສະເພາະກິດນະໂຍບາຍ ດ້ານເງິນຕາເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດ COVID-19 ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງທະ ນາຄານ ຫຼື ສະຖາບັນການເງິນ ໃຫ້ປະຕິບັດນະໂຍບາຍຜ່ອນຜັນຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19. ສ່ວນທະນາຄານທຸລະກິດ ອີກ 15 ແຫ່ງ ໄດ້ລາຍງານວ່າລູກຄ້າສິນເຊື່ອຂອງຕົນບໍ່ໄດ້ຮັບຜົນກະທົບ ແລະ ຍັງມີທະນາຄານທຸລະກິດ 5 ແຫ່ງທີ່ຍັງຢູ່ໃນຂັ້ນຕອນ ການຕິດຕາມລູກຄ້າ, ນອກນັ້ນ ຍັງມີທະນາຄານທຸລະກິດ ອີກ 2 ແຫ່ງ ທີ່ບໍ່ທັນໄດ້ລາຍງານຂໍ້ມູນມາຍັງກົມຄຸ້ມຄອງທະນາຄານທຸລະກິດ. ຈໍານວນລູກຄ້າທີ່ໄດ້ຮັບຜົນກະທົບມີທັງໝົດ 4.918 ຄົນ ລວມເປັນມູນຄ່າ 13.009,30 ຕື້ກີບ (ກວມເອົາ 16,89% ຂອງ ຍອດເງິນກູ້ທົົ່ວລະບົບ). ໃນນັ້ນ, ໄດ້ຮັບການເລື່ອນຊໍາລະຕົ້ນທຶນ ແລະ ດອກເບ້ຍແລ້ວມູນຄ່າ 566,75 ຕື້ກີບ (ລູກຄ້າຈໍານວນ 202 ຄົນ), ປັບຫຼຸດຄ່າທໍານຽມ ດອກເບ້ຍມູນຄ່າ ...

Read More »

ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.​290 ໂຕນ ໃຫ້ລັດຖະບານລາວ 

ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.​290 ໂຕນ ໃຫ້ລັດຖະບານລາວ ຜ່ານໂຄງການອາຫານໂລກ (WFP) ເພື່ອນຳໄປຈັດຕັ້ງປະຕິບັດໂຄງການອາຫານທ່ຽງສຳລັບເດັກນ້ອຍຢູ່ເຂດຊົນນະບົດ. ໃນວັນທີ 19 ພຶດສະພາ 2020​ ນີ້ ເຂົ້າສານ ແລະ ໝາກຖົ່ວທີ່ ລັດຖະບານສະຫະລັດອາເມລິກາ ໃຫ້ການສະໜັບສະໜູນມາຮອດປະເທດລາວແລ້ວໃນອາທິດນີ້ ເຊິ່ງບັນດາການຊ່ວຍເຫຼືອນີ້ ແມ່ນຈະໄດ້ສົ່ງໄປຍັງໂຮງຮຽນປະຖົມ 925 ແຫ່ງໃນທົ່ວປະເທດທີ່ອົງການອາຫານໂລກ (WFP) ໄດ້ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດກິດຈະກຳອາຫານທ່ຽງໃນໂຮງຮຽນ ເຊິ່ງ ທ່ານ ດຣ. ປີເຕີ ເອັມ ເຮມອນ ເອກອັກຄະລັດສະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ກຽດຮັບສິນຄ້າຢູ່ສາງຂອງອົງການອາຫານໂລກ ທີ່ນະຄອນຫຼວງວຽງຈັນ. ປັດຈຸບັນການຂົນສົ່ງເຂົ້າສານ ຈຳນວນ 68 ຕູ້ຄອນເທນເນີ ແລະ ໝາກຖົ່ວ 4 ຕູ້ຄອນເທນເນີ້ ລວມທັງໝົດ 1.​290 ໂຕນ ເຖິງ ສປປ ລາວ ແລ້ວ ແລະ ເຄື່ອງເຫຼົ່ານີ້ຈະຖືກນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃນໂຮງຮຽນ ສຳລັບເດັກນ້ອຍນັກຮຽນຊັ້ນປະຖົມຈຳນວນ 90.000 ຄົນ ...

Read More »

 ສະເໜີ 8 ນະໂຍບາຍ ແລະ ມາດຕະການ ຕໍ່ລັດຖະບານ ເພື່ອຟື້ນຟູເສດຖະກິດ ຫຼັງ COVID-19

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອ ແຫ່ງຊາດລາວ) ໃນນາມຄະນະສະເພາະກິດຕາມຂໍ້ຕົກລົງເລກທີ 32/ນຍ ຂໍຖືເປັນກຽດຢ່າງສູງ ນໍາສົ່ງ “ບົດລາຍງານສັງລວມຂໍ້ສະເໜີກ່ຽວກັບມາດຕະການ ແລະ ນະໂຍບາຍເພື່ອຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດ ຈາກວິກິດການ COVID-19” ພາຍຫຼັງທີ່ມີການສໍາຫຼວດ ແລະ ຄົ້ນຄວ້າຈາກໜ່ວຍງານ ສະເພາະກິດ ຂອງ ສຄອ ແຫ່ງຊາດລາວ. ບົດລາຍງານດັ່ງກ່າວນີ້ ສຄອ ແຫ່ງຊາດລາວ ໄດ້ສະເໜີໃຫ້ລັດຖະບານພິຈາລະນາບາງນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດ ຂອງ ສປປ ລາວ ໃນໄລຍະຂອງການລະບາດ ແລະ ຫຼັງໄລຍະຂອງການລະບາດຂອງພະຍາດ COVID-19 ໃນໂລແມງ IV ຂອງບົດລາຍງານດັ່ງກ່າວນີ້. ຂໍ້ສະເໜີທີ່ສໍາຄັນປະກອບມີ: ການຟື້ນຟູເສດຖະກິດຈາກວິກິດການ COVID-19 ຮຽກຮ້ອງໃຫ້ລັດຖະບານໄດ້ວາງນະໂຍບາຍ ແລະ ມາດຕະການສະເພາະເພື່ອສ້າງໄມ້ງັດເສດຖະກິດ ໃນການຜະລິດໃນທຸກໆຂະແໜງການໄດ້ຜະລິດຄືນໃໝ່ໂດຍມີປະສິດທິພາບສູງກວ່າເກົ່າ. ການຟື້ນຟູເສດຖະກິດອາດໃຊ້ເວລາເຖິງ 28 ເດືອນ ຕາມສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ. ສຄອ ແຫ່ງຊາດລາວ ສະເໜີໃຫ້ລັດຖະບານ ອອກນະໂຍບາຍ ແລະ ມາດຕະການເພື່ອແກ້ໄຂໃຫ້ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນມີສະພາບຄ່ອງ ໃນການສະໜອງທຶນກູ້ຢືມໃຫ້ແກ່ທຸລະກິດອັນສໍາຄັນແມ່ນການຈັດຕັ້ງປະຕິບັດຄໍາສັ່ງເລກທີ ...

Read More »

ຄຳແນະນຳ ເປີດບໍລິການຂົນສົ່ງ ທາງບົກ, ທາງນໍ້າ, ທາງອາກາດ ພາຍໃນປະເທດ…

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດ ການເປີດບໍລິການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ພາຍໃນປະເທດ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເພື່ອເປັນການຜັນຂະຫຍາຍແຈ້ງການສະບັບເລກທີ 580/ຫສນຍ, ລົງວັນທີ15/5/2020 ມີລາຍລະອຽດດັ່ງລຸ່ມນີ້:

Read More »

ກຸ່ມບໍລິສັດ ເຄແອນຊີ ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນ ມສ ວຽງຈັນ ຕ້ານໂຄວິດ-19

ໃນຕອນບ່າຍ ວັນທີ 15 ພຶດສະພາ 2020, ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ,  ບໍລິສັດ ເຄແອນຊີ ກຣຸບ ໄດ້ເຂົ້າມອບອຸປະກອນ ປ້ອງກັນ ຄວບຄຸມໂຄວິດ-19  ໃຫ້ກັບໂຮງຮຽນ ມສ ວຽງຈັນ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ. ຕາງໜ້າບໍລິສັດ ເຄແອນຊີກຣຸບມອບໂດຍ  ທ່ານ ວັດທະນາ ແສງສຸລິຍາ  ຮອງປະທານບໍລິຫານການເງິນ ກຸ່ມບໍລິສັດ ເຄແອນຊີ ກຣຸບ  ແລະ ທ່ານ ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລບີ ມີເດຍລາວ ພ້ອມດ້ວຍຄະນະບໍລິຫານ, ເຊິ່ງກ່າວຮັບໂດຍ ທ່ານນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ.  ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື ແອວກໍຮໍ 10 ແກັດ ແລະ ຖົງຂີ້ເຫຍື້ອ ຜ້າໄວນິວ ລີໄຊໂຄ ລວມມູນຄ່າ 10 ລ້ານກວ່າກີບ​ ທັງນີ້ກໍເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຂອງໂຮງຮຽນ ທີ່ໄດ້ເປີດຮຽນຄືນໃຫມ່ແລ້ວມື້ນີ້ ...

Read More »

ຫຼຸດຜ່ອນ 9 ມາດຕະການ Lock down ປະເທດລາວ ໄລຍະທີສອງ

ລັດຖະບານເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜຶ່ງເພີ່ມຕື່ມ ໃນໄລຍະ 18 ພຶດສະພາ – 01 ມິຖຸນາ 2020 ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ສາມາດກັບມາໃຊ້ຊີວິດ ເປັນປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ, ລາຍລະອຽດຂອງບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້: 1). ອະນຸຍາດໃຫ້ ສໍານັກງານອົງການຂອງພັກ-ລັດ, ສຳນັກງານ ຂອງບໍລິສັດ ເປີດດໍາເນີນການປົກກະຕິ ໂດຍໃຫ້ພະນັກງານ, ລັດຖະກອນ ໄປເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການ ປ້ອງກັນ ການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດ, ຖ້າຫາກສໍານັກງານອົງການໃດ ມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ; 2). ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ...

Read More »

ລົດເມນະຄອນຫຼວງພ້ອມແລ້ວ ຈະເປີດບໍລິການຄືນໃນມື້ອື່ນ!!!

ລັດວິສາຫະກິດລົດເມນະຄອນຫຼວງ ຈະເປີດບໍລິການເກືອບທຸກເສັ້ນທາງຢູ່ນະຄອນຫຼວງ ໃນມື້ອື່ນ,​ ພາຍຫຼັງທີ່ໄດ້ເປີດບໍລິການ 3 ເສັ້ນທາງ ລວມມີ​ຕະຫຼາດເຊົ້າ-ນ້ຳຊວງ,​ ຕະຫຼາດເຊົ້າ-ເພຍລາດ ແລະ ຕະຫຼາດເຊົ້າ-ເມືອງສັງທອງ ໃນວັນອັງຄານ ທີ່ຜ່ານມາ. ທ່ານ​ ບົວພາ ເພັດວິໄຊ ຮອງອຳນວຍການ ລັດວິສາຫະກິດລົດເມນະຄອນຫຼວງ ໄດ້ໃຫ້ສຳພາດວ່າ ນອກຈາກເສັ້ນທາງແຕ່ ລາວ-ໄອເຕັກ ຫາ ສະໜາມບິນສາກົນວັດໄຕ,​ ເສັ້ນທາງ ຫາ ຕະຫາດຊັນຈຽງ​ ແລະ​ ເສັ້ນທາງອອກຕ່າງແຂວງແລ້ວ​ ພວກເຮົາແມ່ນຈະໄດ້ເປີດຄືນທັງໝົດ.​ ທັງນີ້,​ ພວກເຮົາໄດ້ຫຼຸດຈຳນວນຖ້ຽວ ລວມທັງຈໍານວນລົດເມ ທີ່ໃຫ້ບໍລິການແຕ່ລະເສັ້ນທາງລົງເພື່ອໃຫ້ແທດເໜາະກັບຈຳນວນຜູ້ໂດຍສານ. ທ່ານ​ ບົວພາ ເພັດວິໄຊ ກ່າວຕື່ມວ່າ ເສັ້ນທາງຕະຫຼາດເຊົ້າ ຫາ ບ້ານທ່າເດື່ອ ທີ່ຜ່ານຂົວມິດຕະພາບລາວ-ໄທແຫ່ງທີ 1 ແມ່ນພວກເຮົາຈະຫຼຸດຈຳນວນລົດເມ ຈາກ 10 ຄັນ​ ຫຼື​ 46 ຖ້ຽວຕໍ່ມື້ ໃຫ້ເຫຼືອພຽງ ລົດເມ 2 ຄັນ​ ຫຼື ປະມານ 10 ຖ້ຽວຕໍ່ມື້. ໃນໄລຍະນີ້ແມ່ນເປັນໄລຍະທົດລອງຜູ້ໂດຍສານ ເພາະຖ້າຈຳນວນຜູ້ໂດຍສານໃນເສັ້ນທາງນັ້ນໆຫາກມີຫຼາຍ ພວກເຮົາກໍ່ຈະເພີ່ມຖ້ຽວລົດຂຶ້ນ ເພື່ອໃຫ້ແທດເໝາະກັບຕົວຈິງ. ລັດວິສາຫະກິດລົດເມນະຄອນຫຼວງ​ ແມ່ນໄດ້ໂຈະການໃຫ້ບໍລິການພາຍໃນປະເທດຕັ້ງແຕ່ວັນທີ 30 ມີນາ 2020​ ຫຼັງຈາກຢຸດໃຫ້ບໍລິການຊົ່ວຄາວເສັ້ນທາງໄປຕ່າງປະເທດ ຕັ້ງແຕ່ວັນທີ 23 ​ມີນາ 2020.​ ປະຈຸບັນເສັ້ນທາງໄປຕ່າງແຂວງ ແລະ ເສັ້ນທາງໄປຕ່າງປະເທດ ແມ່ນຍັງບໍ່ທັນເປີດໃຫ້ບໍລິການເທື່ອ. ຂ່າວ: ສຸກສະໄໝ ພາບ: ...

Read More »

ອອກມາແລ້ວ!!! ໄຟຟ້ານະຄອນຫຼວງຊີ້ແຈງເລື່ອງການຄິດໄລ່ລາຄາໃຫມ່

ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ໃນ​ວັນ​ທີ 14 ພຶດ­ສະ­ພາ 2020 ວ່າ: ເພື່ອ​ປະ­ຕິ­ບັດ​ຕາມ​ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 31/ນຍ ລົງ​ວັນ​ທີ 02 ເມ­ສາ 2020 ວ່າ​ດ້ວຍ​ການ​ກຳ­ນົດ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ ໂຄວິດ-19 ຕໍ່​ສະ­ພາບ​ເສດ­ຖະ­ກິດ​ຂອງ ສປປ ລາວ ໃຫ້​ຄົ້ນ­ຄວ້າ​ຜ່ອນ­ຜັນ​ລາ­ຄາ ແລະ ຕໍ່​ເວ­ລາ​ໃນ​ການ​ຊຳ­ລະ​ຄ່າ​ໄຟ ແລະ ນ້ຳ​ປະ­ປາ ຂອງ​ຜູ້​ຊົມ­ໃຊ້​ຄົວ​ເຮືອນ ແລະ ພາກ​ທຸ­ລະ​ກິດ. ພາຍ­ຫຼັງ​ໄດ້​ຮັບ​ຂໍ້​ຕົກ­ລົງ ດັ່ງ­ກ່າວ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ໄດ້​ຄົ້ນ­ຄວ້າ ແລະ ຮີບ​ຮ້ອນ​ສົມ­ທົບ​ກັບ​ໜ່ວຍ​ງານ​ສະ­ເພາະ​ກິດ​ຂອງ​ລັດ­ຖະ­ບານ ທີ່​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ທີ່​ຕິດ​ພັນ​ກັບ​ພາກ​ປະ­ຊາ­ຊົນ ແລະ ສັງ­ຄົມ ເພື່ອ​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ຫຼຸດ​ຄ່າ​ກະ­ແສ​ໄຟ­ຟ້າ ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຊ່ວຍ­ເຫຼືອ​ພໍ່​ແມ່​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ແລະ ພາກ​ທຸ­ລະ​ກິດ​ໃນ​ໄລ­ຍະ​ວິ​ກິດ​ຂອງ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ ໂຄວິດ-19. ຜ່ານ​ການ​ຄົ້ນ­ຄວ້າ​ຢ່າງ​ເລິກ­ເຊິ່ງ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກໍ​ໄດ້​ຕົກ­ລົງ​ເຫັນ​ດີ​ກ່ຽວ​ກັບ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຫຼຸດ​ຄ່າ​ໄຟ ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ ...

Read More »

ຖ້າຫາກພະຍາດໂຄວິດ-19 ຍັງລະບາດແກ່ຍາວໄປອີກ ອັດຕາການວ່າງງານພາຍໃນປະເທດຈະສູງຂຶ້ນ 25% !!!

ລັດຖະມົນຕີກະຊວງແຮງງານເຜີຍ ຖ້າການລະບາດຂອງພະຍາດໂຄວິດ-19 ແກ່ຍາວ ຈະເຮັດໃຫ້ອັດຕາການວ່າງງານພາຍໃນປະເທດ ເພີ່ມຂຶ້ນຈາກອັດຕາປົກກະຕິ 2% ຂຶ້ນເປັນ 25% ແລະ ສປປ ລາວ ສະເໜີອົງການແຮງງານສາກົນຊ່ວຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. ໃນໂອກາດເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດຂອງລັດຖະມົນຕີແຮງງານອາຊຽນ ກ່ຽວກັບການຮັບມືຈາກຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ແຮງງານ ແລະ ການຈ້າງງານ ໃນວັນທີ 14 ພຶດສະພາ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານ (Video Conference), ທ່ານ ປອ ຄຳແພງ ໄຊສົມແແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີວ່າ: ໃນເງື່ອນໄຂທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງບໍ່ຮູ້ຈະສິ້ນສຸດຍາມໃດ, ບັນດາປະເທດສະມາຊິກອາຊຽນ ທີ່ມີຜູ້ອອກແຮງງານລາວໄປເຮັດວຽກຢູ່ປະເທດສະມາຊິກໃດໜຶ່ງທີ່ຍັງຢູ່ ຫຼື ກັບຄືນປະເທດແລ້ວ ຂໍໃຫ້ມີການປະຕິບັດນະໂຍບາຍການອຸດໜູນຕ່າງໆຕາມກົດໝາຍທີ່ກ່ຽວຂ້ອງຂອງປະເທດນັ້ນ. ພ້ອມກັນນັ້ນ, ສະເໜີອົງການແຮງງານສາກົນພິຈາລະນາແນະນຳດ້ານນະໂຍບາຍ ແລະ ການຊ່ວຍເຫຼືອດ້ານເຕັກນິກວິຊາການ ແລະ ແຫຼ່ງທຶນເພື່ອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີຂຶ້ນ. ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ: ການລະບາດຂອງເຊື້ອພະຍາດໂຄວິດ-19 ນີ້ ເຮັດໃຫ້ມີຜົນກະທົບທີ່ມີຕໍ່ເສດຖະກິດ-ສັງຄົມ ພາຍໃນປະເທດກໍ່ມີຫຼາຍດ້ານ ເປັນຕົ້ນການປິດຫົວໜ່ວຍແຮງງານ/ຫົວໜ່ວຍທຸລະກິດ ...

Read More »