ນໍ້າປະປານະຄອນຫຼວງ ຫຼຸດຄ່ານໍ້າ 5% ສະເພາະປະເພດຄົວເຮືອນ

ໃນວັນທີ 19 ພຶດສະພາ 2020 ລັດວິສາຫະກິດນໍ້າປະປານະຄອນຫຼວງ ແຈ້ງໃຫ້ຮູ້ວ່າ: ວິສາຫະກິດຂອງຕົນ ຈະຄິດໄລ່ຫຼຸດຄ່ານໍ້າປະປາລົງ 5% ຂອງມູນຄ່າການໃຊ້ນໍ້າຕົວຈິງ ໃຫ້ລູກຄ້າປະເພດ I (ຄົວເຮືອນທົ່ວໄປ), ຊຶ່ງຈະເລີ່ມປະຕິບັດນັບແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ເພື່ອຊ່ວຍຫຼຸດຜ່ອນຜົນກະທົບ ຈາກສະພາບການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19.


ສ່ວນລູກຄ້າປະເພດ II (ສໍານັກງານອົງການພັກ-ລັດ) ແລະ ປະເພດ III (ຫົວໜ່ວຍທຸລະກິດ ແລະ ໂຮງຈັກ-ໂຮງງານຕ່າງໆ) ແມ່ນໃຫ້ຄິດໄລ່ຕາມປົກກະຕິໂດຍບໍ່ມີສ່ວນຫຼຸດໃດໆ.


ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

ທີ່ມາ: ຂ່າວສານປະເທດລາວ

Comments