ຂ່າວ ພາຍໃນປະເທດ

ລັດຖະບານລາວ ລົງນາມສັນຍາເງິນກູ້ ເອດີບີ  ເພື່ອຕ້ານກັບການແຜ່ລະບາດພະຍາດໂຄວິດ-19

ລັດຖະບານລາວ ໄດ້ເງິນກູ້ຈາກທະນາຄານພັດທະນາອາຊີ ຫຼື ເອດີບີ(ADB) ເພີ່ມ ມູນຄ່າ 20 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນ ການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນປະເທດ. ພິທີລົງນາມເຊັນສັນຍາເງິນກູ້ດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2020 ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຢະຊູກິ ເນກິຊິ ຜູ້ຕາງໜ້າສຳນັກງານ ADB ປະຈຳ ສປປ ລາວ, ມີຜູ້ຕາງໜ້າ ຈາກກະຊວງສາທາລະນະສຸກ ແລະ ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມເປັນສັກຂີພິຍານ. ເງິນກູ້ດັ່ງກ່າວ, ເປັນບ້ວງທຶນທີ່ສະໜອງເພີ່ມຕື່ມ ໃຫ້ກັບບ້ວງເງິນກູ້ ແລະ ທຶນຊ່ວຍເຫລືອລ້າ ມູນຄ່າ 12 ລ້ານໂດລາສະຫະລັດ ທີ່ໄດ້ສະໜອງໄປແລ້ວໃຫ້ແກ່ໂຄງການ ປະກັນສຸຂະພາບອານຸພາກພື້ນແມ່ນ້ຳຂອງທີ່ພວມຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ, ຈະຊ່ວຍກະຊວງສາທາລະນະສຸກໃນການຈັດຊື້ອຸປະກອນປ້ອງກັນໂຕຂອງບຸກຄະລາກອນການແພດ, ອຸປະກອນໃຊ້ໃນຫ້ອງທົດລອງ, ຊຸດເຄື່ອງກວດ, ອຸປະກອນການແພດ ແລະ ລົດຮັບສົ່ງຄົນເຈັບ. ພ້ອມກັນນີ້, ...

Read More »

ລັດຖະບານລາວ ເປີດໂຕເວັບໄຊ ປັບປຸງຄວາມສະດວກການດຳເນີນທຸລະກິດ ຢູ່ ສປປ ລາວ

ເວັບໄຊ (http://db.investlaos.gov.la) ກ່ຽວກັບວຽກງານປັບປຸງຄວາມສະດວກໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ໄດ້ເປີດໂຕຢ່າງເປັນທາງການ  ໃນວັນທີ 25 ພຶດສະພາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ ໃນນາມເປັນໃຈກາງປະສານກັບຂະແໜງການກ່ຽວຂ້ອງເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂຂອດຂັ້ນຫຍຸ້ງຍາກໃນບັນດາ 10 ຕົວຊີ້ວັດ ກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດທີ່ທາງທະນາຄານໂລກວາງອອກໄດ້ເປີດໂຕເວັບໄຊກ່ຽວກັບວຽກງານປັບປຸງຄວາມສະດວກໃນການດຳເນີນທຸລະກິດ ຢູ່ ສປປ ລາວ ຂຶ້ນຢ່າງເປັນທາງການ (http://db.investlaos.gov.la) ໂດຍການສະໜັບສະໜູນຈາກອົງການ ການເງິນສາກົນ (International Finance Corporation-IFC) ເຊິ່ງເປັນຄູ່ຮ່ວມພັດທະນາໃນໂຄງການປັບປຸງສະພາບແວດລ້ອມການລົງທຶນຢູ່ ສປປ ລາວ (Lao Investment Climate Reform Project) ຈຸດປະສົງໃນການເປີດເວັບໄຊຄັ້ງນີ້ ເພື່ອເປັນການສະໜອງຂໍ້ມູນຄື: 1. ການປັບປຸງບັນດາລະບຽບການ,​ 2. ຂັ້ນຕອນ, 3. ເວລາ ແລະ ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດຢູ່ ສປປ ລາວ.  ພ້ອມດຽວກັນນີ້ ຍັງເປັນຊ່ອງທາງໜຶ່ງເພື່ອໃຫ້ພາກລັດກໍຄືພາກທຸລະກິດ ສາມາດຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ອີກດ້ວຍ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ...

Read More »

ມາຮູ້ຈັກກັບຄໍາວ່າ “New Normal” ດ້ານການທ່ອງທ່ຽວ ຫຼັງສະຖານະການໂຄວິດ-19…

ຫຼາຍຄົນອາດຈະບໍ່ຄຸ້ນເຄີຍກັບຄໍາວ່າ “New Normal” ກັນແມ່ນບໍ່? ເຊິ່ງຄວາມໝາຍຂອງຄໍານີ້ ຖ້າແປແຍກຄໍາອອກມາກໍຈະໄດ້ເປັນ “New” ທີ່ແປວ່າ “ໃຫມ່” ແລະ “Normal” ທີ່ແປວ່າ “ປົກກະຕິ” ເມື່ອລວມເຂົ້າກັນກໍຈະໄດ້ ຄວາມປົກກະຕິໃນຮູບແບບໃຫມ່ ຫຼືອະທິບາຍເຂົ້າໃຈງ່າຍໆກໍຄື ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ. ໂຄວິດ ໃນຄັ້ງນີ້ ເຮັດໃຫ້ສັງຄົມປ່ຽນໄປຢ່າງຫຼວງຫຼາຍ ທ່າມກາງລະບົບເສດຖະກິດຫຼາຍຢ່າງກຳລັງລົ້ມລະລາຍນັ້ນ ເຮົາຍັງສາມາດເບິ່ງເຫັນບາງເລື່ອງທີ່ດີໆ ຂອງສັງຄົມທີ່ກຳລັງກໍ່ຕົວຂຶ້ນເຊັ່ນ ຄອບຄົວໄດ້ມີໂອກາດຢູ່ຮ່ວມກັນຫຼາຍຂຶ້ນ, ຄົນຫັນມາເບິ່ງແຍງສຸຂະພາບຕົນເອງ ແລະ ຄົນອ້ອມຂ້າງຫຼາຍຂຶ້ນ… ແລະ ຖ້າຫາກເບິ່ງໃນດ້ານຂອງທຸລະກິດການທ່ອງທ່ຽວ ເຮົາໄດ້ມີເວລາພັກຜ່ອນຫຼາຍ ທໍາມະຊາດຂອງບ້ານເຮົາກໍມີເວລາໄດ້ຟື້ນຕົວ ທີ່ສໍາຄັນທຸກຄວນໄດ້ຮຽນຮູ້ວ່າເຮົາບໍ່ຄວນ ປະໝາດ ໃນການໃຊ້ຊີວິດ ເພາະວ່າສິ່ງທີ່ບໍ່ຄາດຄິດອາດຈະເກີດຂຶ້ນໄດ້ຕະຫຼອດເວລາ ແລະ ຄວນຮັກກັນໃຫ້ຫຼາຍໆ ຕອນທີ່ເຮົາຍັງມີຊີວິດຢູ່. ຍ້ອນສະພາບການດັ່ງກ່າວເຮົາຈື່ງເກີດມີ New Normal ຫຼາຍຮູບແບບເກີດຂຶ້ນ. ສະນັ້ນ, ມາເລີ່ມຕົ້ນກັນທີ່ New Normal ດ້ານການທ່ອງທ່ຽວ ວ່າຈະເປັນແບບໃດ? New Normal ດ້ານການທ່ອງທ່ຽວ 1.1. ການເດີນທາງເປັນກຸ່ມນ້ອຍໆ ຫຼືຄົນດຽວຫຼາຍກວ່າ ກຸ່ມຜູ້ບໍລິໂພກໄວລຸ້ນ ແລະ ໄວເຮັດວຽກ ຈະເບິ່ງວ່າການເດີນທາງໃນລັກສະນະຂອງ ...

Read More »

ຍິນດີນຳທ່ານ ບຸນເຫຼືອ ພັນດານຸວົງ ຖືກແຕ່ງຕັ້ງເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່

ໃນຕອນເຊົ້າ ຂອງວັນທີ 26 ພຶດສະພາ 2020, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດ ການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຄົນໃໝ່ ແລະ ການມອບ-ຮັບໜ້າທີ່ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະ ມົນຕີ ກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມຜູ້ຕາງໜ້າ ແລະ ພະນັກງານຫລັກແຫລ່ງຂອງກະຊວງການຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີກ່າວ, ທ່ານ ຕິ່ງ ສຸກສັນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະ ນັກງານ ກະຊວງການຕ່າງປະເທດ, ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 234/ນຍ, ລົງວັນທີ 13 ພຶດສະພາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າກົມກົງສຸນ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່. ໃນໂອກາດດຽວກັນນີ້, ...

Read More »

ລັດເຊຍ ມອບອຸປະກອນກວດເຊື້ອໂຄວິດ-19 ຈຳນວນ 1.000 ຊຸດ ໃຫ້ ສປປ ລາວ

ວັນທີ 26 ພຶດສະພາ 2020 ທີ່ ກະຊວງສາທາລະນະສຸກ, ສະຫະພັນລັດເຊຍ ມອບລະບົບກວດເຊື້ອພະຍາດ 1.000 ຊຸດ, ສານທີ່ໃຊ້ເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະ ໜ້າກາກອະນາໄມໃຫ້ແກ່ ສປປ ລາວ ເພື່ອຊ່ວຍເຫຼືອວຽກງານຄວບຄຸມພະຍາດ ໂຄວິດ-19. ມອບ-ຮັບເຄື່ອງຊ່ວຍເຫຼືອ ກ່າວຮັບໂດຍ ທ່ານ ຮສ. ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ແລະ ມອບໂດຍ ທ່ານ Vladimir A. Kalinin ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈຳ ສປປ ລາວ. ເຄື່ອງດັ່ງກ່າວ ແມ່ນພັດທະນາໂດຍສູນຄົ້ນຄວ້າວິໄຈຊີວະວິທະຍາ ເວັກເຕີ, ສານທີ່ໃຊ້ເພື່ອກວດຫາເຊື້ອພະຍາດໂຄວິດ-19, ເຊິ່ງປະຊາຊົນລາວ ສາມາດເຂົ້າເຖິງການປິ່ນປົວ ແລະ ກວດຊອກຫາເຊື້ອພະຍາດດັ່ງກ່າວ. ຂ່າວ: ວຽງຈັນທາຍ

Read More »

ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານ ໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ

ກອງປະຊຸມລັດຖະບານ ທີ່ຈັດຂຶ້ນໃນລະຫວ່າງວັນທີ 21-22 ພຶດສະພາ 2020 ໄດ້ມີທິດຊີ້ນໍາ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ ຕາມຄວາມສາມາດຂອງຄັງປະກັນສັງຄົມ ແລະ ວົງເງິນປະກັນຕົນຂອງຜູ້ອອກແຮງງານ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍປະກັນສັງຄົມ. ທິດຊີ້ນໍາ ດັ່ງກ່າວແມ່ນພາຍຫຼັງທີ່ກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ອອກແຮງງານລາວ ທັງນອກ ແລະ ໃນລະບົບ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19 ທີ່ສະເໜີໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງໃນບົດລາຍງານດັ່ງກ່າວ ໄດ້ແຈ້ງໃຫ້ຊາບກ່ຽວກັບການຊ່ວຍເຫຼືອຜູ້ອອກແຮງງານລາວທີ່ກັບມາຈາກຕ່າງປະເທດ, ແຮງງານທີ່ຢູ່ພາຍໃນປະເທດ ແລະ ນະໂຍບາຍໃນການຊ່ວຍເຫຼືອແຮງງານໃນໄລຍະຜ່ານມາ, ພ້ອມທັງໄດ້ສະເໜີທິດທາງໃນການຄຸ້ມຄອງ ແລະ ນໍາໃຊ້ແຮງງານໃນຕໍ່ໜ້າ. ພ້ອມກັນນີ້ ກອງປະຊຸມລັດຖະບານ ກໍໄດ້ຊີ້ນໍາໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເກັບກຳສະຖິຕິ ແລະ ການຂຶ້ນທະບຽນແຮງງານໃຫ້ລະອຽດ ແລະ ໃຫ້ສຳເລັດໂດຍໄວ, ຫຼັງຈາກນັ້ນ ສົມທົບກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ຜູ້ປະກອບການ ກ່ຽວກັບແຜນການນໍາໃຊ້ແຮງງານດັ່ງກ່າວ ພ້ອມທັງສົມທົບກັບພາກສ່ວນ ກ່ຽວຂ້ອງ ຄົ້ນຄວ້າແຜນການສ້າງ ແລະ ເຝິກສີມືແຮງງານ ໃຫ້ມີຄຸນນະພາບ ແລະ ຕາມຄວາມຕ້ອງການຕົວຈິງຂອງຕະຫຼາດແຮງງານ. ຂ່າວ: ວຽງຈັນທາຍ ພາບ ...

Read More »

ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ ຍັງບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ

ທ່ານ ພຶດ­ສະ­ພາ ພູມ​ມະ​ສັກ ປະ­ທານ​ບໍ­ລິ­ສັດ ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຈໍາ­ກັດ​ຜູ້​ດຽວໄດ້ກ່າວລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວ ຕໍ່ ທ່ານ ປອ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະ­ນະ ທີ່ໄດ້​ລົງຕິດ­ຕາມ​ຄວາມ​ຄືບ​ໜ້າ​ໂຄງການດັ່ງກ່າວໃນບໍ່ດົນມານີ້ວ່າ ໜ້າວຽກຂອງໂຄງການໂດຍລວມແມ່ນສໍາເລັດໄປຕາມແຜນ ແລະ ຈະສໍາເລັດການກໍ່ສ້າງຕາມແຜນການທີ່ວາງໄວ້ຢ່າງແນ່ນອນຄືໃນປີ 2023, ໜ້າ​ວຽກທີ່​ຫຍຸ້ງ­ຍາກ ແລະ ຍັງ​ບໍ່​ສາ­ມາດຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້ແມ່ນ​ການ​ໄກ່​ເກ່ຍຈ່າຍ​ຄ່າ​ຊົດ​ເຊີຍ​ທີ່ດິນໃຫ້​​ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງທີ່ຖືກໂຄງການ ທີ່ຍັງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍ​ທີ່ຄິດ­ໄລ່​ໃຫ້ ແລະ ບັນ­ຫາ​ອື່ນໆ​ອີກ​ຈຳ­ນວນ​ໜຶ່ງ. ໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ນະຄອນຫຼວງວຽງຈັນ ໝາຍ​ເລກ 1 ໂດຍນັບແຕ່ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບຶງ​ທາດຫຼວງ ​ຫາ ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ ຊຶ່ງເປັນໄລ­ຍະ​ທີ 1 ມີ​ຄວາມ​ຍາວ​ທັງ​ໝົດ 13,13 ກິ­ໂລ­ ​ໂດຍມີໄລ­ຍະ​ການ​ກໍ່­ສ້າງ 36 ເດືອນ ເລີ່ມ​ລົງ­ມື​ກໍ່­ສ້າງ​ ແຕ່​ວັນ​ທີ 20 ກຸມ­ພາ 2020  ແລະ ຈະ​ສຳ­ເລັດ​ວັນ​ທີ 20 ກຸມ­ພາ 2023 ຫຼື 3 ປີ, ປັດ­ຈຸ­ບັນນີ້ໄດ້ສຸມໃສ່​ວຽກງານ ​ຊົດ​ເຊີຍທີ່ດິນໂດຍ​ສຳ­ເລັດ​ເປັນ​ຈຳ­ນວນ​ຫຼາຍ ແລະ ວຽກ​ບຸກ­ເບີກ​ແລວ​ທາງ. ການ​ສ້າງ​ທາງ​ດ່ວນວຽງ​ຈັນ ໝາຍ​ເລກ 1  ​ແມ່ນ​ມີ​ຈຸດ­ປະ­ສົງ​ເພື່ອ​ຫຼຸດ­ຜ່ອນ​ຄວາມ​ແອ​ອັດການສັນ­ຈອນ​ໃນນະຄອນຫຼວງວຽງຈັນ ແລະ ໃຫ້​ປະ­ຊາ­ຊົນ​ມີ​ເສັ້ນ­ທາງ​ໄປ​ມາ​ທີ່​ສະ­ດວກ​ສະ­ບາຍ ...

Read More »

ສປປ ລາວ ມີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍແລ້ວ 4 ຄົນ ຕິດເຊື້ອພັນກວ່າກໍລະນີ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວຕໍ່ສື່ມວນຊົນໃນວັນທີ 24 ພຶດສະພາ 2020 ຜ່ານມາວ່າ: ປະເທດລາວເຮົາມີຜູ້ຕິດເຊື້ອໄຂ້ຍຸງລາຍໃນປີ 2019 ທັງໝົດ 39.091 ກໍລະນີ, ເສຍຊີວິດ 76 ຄົນ, ປີ 2020 ມາຮອດວັນທີ 22 ພຶດສະພາ 2020 ມີຜູ້ຕິດເຊື້ອທັງໝົດ 1.337 ກໍລະນີ, ເສຍຊີວິດ 4 ຄົນ ຢູ່ນະຄອນຫຼວງວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ. ທັງນີ້, ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າໝູ່ 345 ກໍລະນີ, ເສຍຊີວິດແລ້ວ 2 ຄົນ, ຮອງລົງມາແມ່ນແຂວງ ອັດຕະປື 190 ກໍລະນີ, ແຂວງວຽງຈັນ 186 ກໍລະນີ, ຄຳມ່ວນ 105 ກໍລະນີ ...

Read More »

ນັກຄົ້ນຄວ້າລາວ ຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19 ກັບ ນານາຊາດ

ນັກຄົ້ນຄວ້າຈາກລາວ, ອັງກິດ, ໄທ, ຫວຽດນາມ, ກຳປູເຈຍ ແລະ ອີຕາລີ ໄດ້ເຂົ້າຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19. ຈະມີການໃຊ້ຢາຕ້ານມາລາເຣຍສອງຊະນິດ ຄຶື ຢາ ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກ (placebo) ກັບ ແພດໝໍຈາກເອີຣົບ, ອາຝຣິກາ, ອາຊີ ແລະ ອາເມລິກາໃຕ້ຈຳນວນ 40.000 ກວ່າຄົນ ທີ່ສຳພັດກັບຄົນຕິດເຊື້ອໂຄວິດ-19. ຜູ້ເຂົ້າຮ່ວມການທົດລອງຈາກອັງກິດຈະໄດ້ກິນຢາ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກເປັນເວລາສາມເດືອນ ຂະນະທີ່ຜູ້ເຂົ້າຮ່ວມຈາກອາຊີຈະໄດ້ຮັບຢາ ໂຄຼໂຣຄວີນ ແລະ ຢາຫຼອກ ເພື່ອພິສູດວ່າຢາທັງສອງປະເພດສາມາດປ້ອງກັນແພດໝໍທີ່ສຳພັດກັບເຊື້ອໂຄວິດບໍ່ໃຫ້ຕິດເຊື້ອ. ຄາດວ່າຈະຮູ້ຜົນການທົດລອງໃນທ້າຍປີນີ້. ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ເປັນຢາທີ່ສາມາດຫຼຸດໄຂ້ ແລະ ການອັກເສບ ແລະ ຖືກນຳໃຊ້ເປັນຢາຕ້ານ ແລະ ປິ່ນປົວພະຍາດມາລາເຣຍ. ແຫຼ່ງຂ່າວ: ບີບີຊີ / ຂ່າວສານປະເທດລາວ

Read More »

ຊົມເຊີຍ!!! ຮຸ່ງອາລຸນ ຂົນສົ່ງດ່ວນ ຊ່ວຍເຫຼືອສັງຄົມຕ້ານໂຄວິດ-19 ລວມມູນຄ່າ 300 ລ້ານກີບ

ຂໍຊົມເຊີຍ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ (HAL Logistics) ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ສັງຄົມ ໃນໄລຍະການລະບາດຂອງເຊື້ອ ໂຄວິດ-19 ທີ່ຜ່ານມາ ດ້ວຍການປະກອບສ່ວນ ມອບໜ້າກາກອະນາໄມ, ຖົງມື ແລະ ນ້ຳດື່ມ ໃຫ້ແກ່ ອ້າຍນ້ອງທະຫານ, ຕຳຫຼວດ, ຫ້ອງການບ້ານ ແລະ ອາສາສະໝັກ ທີ່ເຮັດໜ້າທີ່ຕ້ານພະຍາດລະບາດ ໂຄວິດ-19 ທີ່ປະຕິບັດໜ້າທີ່ຕາມດ່ານທ້ອງຖິ່ນ ໃນນະຄອນຫຼວງວຽງຈັນ,​ ໜ່ວຍສະເພາະກິດດ່ານຂັ້ນແຂວງ ໃນທົ່ວປະເທດ ແລະ ກະຊວງສາທາລະນະສຸກ. ການສະໜັບສະໜູນ ໃນເທື່ອນີ້ ປະກອບມີ:  ໜ້າກາກອະນາໄມ ຈຳນວນ 661 ກັບ, ຖົງມື ຈຳນວນ 548 ກັບ, ໜ້າກາກອະນາໄມ N95 ຈຳນວນ 6,500 ອັນ, ນ້ຳດື່ມ ຈຳນວນ 80 ແພັກ. ລວມມູນຄ່າທັງຫມົດ 300.000.000 ກີບ. ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ເປັນບໍລິສັດທີ່ໃຫ້ບໍລິການຂົນສົ່ງພາຍໃນປະເທດພາຍ ໃນລາຄາເລີ່ມຕົ້ນ 12.0000 ສ້າງຕັ້ງມາໄດ້ພຽງ 1 ປີປາຍເທົ່ານັ້ນ ໃນວັນທີ ...

Read More »