ນໍ້າຕົກຕາດເເຊພະ-ແຊປ້ອງໄລ ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າ ມີມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກີບ

ການພັດທະນາພື້ນຖານໂຄງລ່າງ ນ້ຳຕົກຕາດແຊພະ-ແຊ ປ້ອງໄລ ຈະສໍາເລັດພາຍໃນ 3 ປີ

ນໍ້າຕົກຕາດເເຊພະ-ແຊປ້ອງໄລ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃນໄລຍະທີ່ຜ່ານມາທີ່ມີມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກີບ ກໍາລັງໄດ້ຮັບການພັດທະນາ.

ປັດຈຸບັນນີ້ ຜູ້ສໍາປະທານແຫຼ່ງທ່ອງທ່ຽວດັ່ງກ່າວກໍາລັງເລັ່ງພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການສ້າງຕາຂ່າຍໄຟຟ້າເຂົ້າຫາແຫຼ່ງທ່ອງທ່ຽວ, ເສັ້ນທາງເຂົ້າອອກ, ສ້າງອ່າງເກັບນໍ້າຂະໜາດໃຫ່ຍ, ສ້າງຮ້ານອາຫານ, ລີສອດ, ບ້ານພັກ, ສວນດອກໄມ້, ນໍ້າພຸ, ສວນໄມ້ໃຫ້ໜາກ, ສະຖານທີ່ຈອດລົດ ແລະ ອື່ນໆ ຊຶ່ງຈະມີການລົງທຶນເກືອບ 20 ຕື້ກີບ.

 

ທ່ານ ວົງວິໄລ ໄຊຍະສອນ ຜູ້ສຳປະທານ ແຫຼ່ງທ່ອງທ່ຽວທາງທຳມະຊາດນ້ຳຕົກຕາດ ແຊພະ-ແຊປ້ອງໄລ ໄດ້ກ່າວໃນບໍ່ດົນມານີ້ວ່າ: ຫຼັງຈາກສະຖານທີ່ທ່ອງທ່ຽວດັ່ງກ່າວໄດ້ຮັບຜົນກະທົບຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນປີ 2018 ຮອດທ້າຍເດືອນທັນວາ 2019 ແມ່ນໄດ້ມີການເລີ່ມການພັດທະນາ ແຫຼ່ງທ່ອງທ່ຽວດັ່ງກ່າວ, ຮອດປັດຈຸບັນສໍາເລັດແລ້ວຫຼາຍກວ່າ 10% ແລະ ຈະສໍາເລັດ 100% ພາຍໃນ 3 ປີ ຫຼື ປີ 2023 ເຖິງແມ່ນວ່າທຶນຮອນບໍ່ຫຼາຍແຕ່ຈໍາເປັນຕ້ອງໄດ້ເຮັດເພື່ອຮັກສາແຫຼ່ງທ່ອງທ່ຽວແຫ່ງນີ້ໄວ້ໃຫ້ເຊັ່ນລູກເຊັ່ນຫຼານ ແລະ ຈະພະຍາມາມເຮັດໃຫ້ມັນສວຍງາມກວ່າທີ່ຜ່ານມາເພື່ອເປັນໃບໜ້າໃບຕາຂອງແຂວງອັດຕະປື. ສິ່ງສໍາຄັນໃນການພັດທະນາແຫຼ່ງທ່ອງທ່ຽວແຫ່ງນີ້ຄືນໃໝ່ນີ້ແມ່ນການຟື້ນຟູປ່າທີ່ຢູ່ອ້ອມຮອບຕາດໃຫ້ກັບມາອຸດົມສົມບູນຄືທີ່ຜ່ານມາ ເຖິງແມ່ນວ່າຈະມີການເລັ່ງພັດທະນາ ແຕ່ນໍ້າຕົກຕາດເເຊພະ-ແຊປ້ອງໄລຍັງເປີດບໍລິການໃຫ້ນັກທ່ອງທ່ຽວປົກກະຕິ.

ນໍ້າຕົກຕາດເເຊພະ-ແຊປ້ອງໄລ ເປັນຕາດທີ່ສວຍງາມ ເກີດຈາກສາຍນໍ້າເຊປຽນ, ແຊພະກວ້າງ 120 ແມັດ, ສູງ 23 ແມັດ, ແຊປ້ອງໄລ ຫ່າງຈາກຕາດແຊພະ 8 ກິໂລແມັດ, ນໍ້າຕົກຕາດ ແບ່ງເປັນສອງສາຍ ຝັ່ງຊ້າຍສູງ 20 ແມັດ ແລະ ຝັ່ງຂວາ 30-40 ແມັດ.

ຂ່າວ: ວຽງຈັນທາຍ

ພາບ: ພະແນກທະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື

Comments