ຂ່າວ ພາຍໃນປະເທດ

ຊົມເຊີຍ!! ສປ. ຈີນ ມອບອຸປະກອນການແພດ ຕ້ານໂຄວິດ-19 ລວມມູນຄ່າ 300 ລ້ານກວ່າກີບ ໃຫ້ ສປປ ລາວ

ແຂວງຫູໜານ ສປ ຈີນ ມອບອຸປະກອນການແພດ ປະກອບມີ ຜ້າອັດປາກ N95 ຈໍາ ນວນ 5.000 ອັນ, ຜ້າອັດປາກສຳລັບແພດ ນໍາໃຊ້ທົ່ວໄປ 10.000 ອັນ, ເຄື່ອງວັດແທກອຸນຫະພູມ 50 ເຄື່ອງ ແລະ ຊຸດປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000 ຊຸດ ລວມມູນຄ່າ 300 ລ້ານກວ່າກີບ, ເຊິ່ງພິທີມອບອຸປະກອນການແພດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 2020ທີ່ຜ່ານມາ. ມອບໂດຍ ທ່ານ ສົງ ເຈ່ເຟິງ ປະທານບໍລິສັດ ລາວ-ຊຽງເຟິງ ບີຈີເນສ ທ່ອງທ່ຽວພັດທະນາຈໍາກັດ ໄດ້ຕາງໜ້າໃຫ້ອໍານາດ ການປົກຄອງ ແຂວງຫູໜານ ສປ ຈີນ ແລະ ຮັບໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ. ໃນໂອກາດນີ້, ທ່ານ ສີຫຸນ ສິດທິລືໄຊ ໄດ້ຕ່າງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ ລັດຖະບານຈີນ ກໍຄື ...

Read More »

ການນໍາລາວ ຂຶ້ນຢ້ຽມຢາມເຂດເສດຖະກິດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ

ບັນດາການນຳຖືເປັນກຳລັງໃຈສຳຄັນໃນການຊຸກຍູ້ຫົວໜ່ວຍທຸລະກິດໃຫ້ກັບຄືນມາມີແຮງສູ້ ຫຼັງການລະບາດຂອງໂຄວິດ-19 ອັນເຮັດໃຫ້ຫຼາຍທຸລະກິດຕ້ອງຢຸດສະງັກ ໃນນັ້ນລວມທັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ. ສະນັ້ນ ເພື່ອເປັນຂັວນ ແລະກຳລັງໃຈກໍ່ຜູ້ປະກອບການ ພະນັກງານກຳມະກອນ ທັງຊ່ວຍຊຸກຍູ້ການເຄື່ອນໄຫວທຸລະກິດຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນວັນທີ 4 ມິຖຸນານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂອ້ລົມ ແລະ ຊຸກຍູ້ການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ. ໂອກາດນີ້ ກໍ່ໄດ້ຮັບການລາຍງານຫຍໍ້ຈາກ ທ່ານ ຈ່າວເວີຍ ປະທານບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເຊິ່ງໃນໄລຍະໂຄວິດ 19 ນີ້ ໄດ້ເຮັດໃຫ້ຫຼາຍກິດຈະການຕ່າງໆໄດ້ປິດຊົ່ວຄາວ ເຮັດໃຫ້ເສດຖະກິດການເງິນ ມີຄວາມຫຍຸ້ງຍາກ, ການກໍ່ສ້າງບາງໂຄງການກໍ່ໄດ້ຢຸດຊົ່ວຄາວ ແລະ ອື່ນໆ. ໂອກາດ ທີ່ທ່ານໄດ້ມາຢ້ຽມຢາມເຂດເສດຖະກິດນີ້ ຍັງໄດ້ໄປທ່ຽວຊົມຟາມລ້ຽງງົວຂອງເຂດດັ່ງກ່າວ, ການກໍ່ສ້າງທ່າເຮືອຂົນສົ່ງສິນຄ້າ, ດ່ານສາກົນມັງກອນ ແລະ ໂອ້ລົມໃຫ້ທິດຊີ້ນໍາຄະນະບໍລິຫານສາມຫຼ່ຽມຄໍາຕື່ມອີກ. ຂ່າວຈາກ: ສຳນັກຂ່າວສານປະເທດລາວ

Read More »

ການນໍາລາວ ຂຶ້ນຢ້ຽມຢາມເຂດເສດຖະກິດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ

ບັນດາການນຳຖືເປັນກຳລັງໃຈສຳຄັນໃນການຊຸກຍູ້ຫົວໜ່ວຍທຸລະກິດໃຫ້ກັບຄືນມາມີແຮງສູ້ ຫຼັງການລະບາດຂອງໂຄວິດ-19 ອັນເຮັດໃຫ້ຫຼາຍທຸລະກິດຕ້ອງຢຸດສະງັກ ໃນນັ້ນລວມທັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ. ສະນັ້ນ ເພື່ອເປັນຂັວນ ແລະກຳລັງໃຈກໍ່ຜູ້ປະກອບການ ພະນັກງານກຳມະກອນ ທັງຊ່ວຍຊຸກຍູ້ການເຄື່ອນໄຫວທຸລະກິດຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນວັນທີ 4 ມິຖຸນານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂອ້ລົມ ແລະ ຊຸກຍູ້ການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ. ໂອກາດນີ້ ກໍ່ໄດ້ຮັບການລາຍງານຫຍໍ້ຈາກ ທ່ານ ຈ່າວເວີຍ ປະທານບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເຊິ່ງໃນໄລຍະໂຄວິດ 19 ນີ້ ໄດ້ເຮັດໃຫ້ຫຼາຍກິດຈະການຕ່າງໆໄດ້ປິດຊົ່ວຄາວ ເຮັດໃຫ້ເສດຖະກິດການເງິນ ມີຄວາມຫຍຸ້ງຍາກ, ການກໍ່ສ້າງບາງໂຄງການກໍ່ໄດ້ຢຸດຊົ່ວຄາວ ແລະ ອື່ນໆ. ໂອກາດ ທີ່ທ່ານໄດ້ມາຢ້ຽມຢາມເຂດເສດຖະກິດນີ້ ຍັງໄດ້ໄປທ່ຽວຊົມຟາມລ້ຽງງົວຂອງເຂດດັ່ງກ່າວ, ການກໍ່ສ້າງທ່າເຮືອຂົນສົ່ງສິນຄ້າ, ດ່ານສາກົນມັງກອນ ແລະ ໂອ້ລົມໃຫ້ທິດຊີ້ນໍາຄະນະບໍລິຫານສາມຫຼ່ຽມຄໍາຕື່ມອີກ. ຂ່າວຈາກ: ສຳນັກຂ່າວສານປະເທດລາວ

Read More »

ຂ່າວດີ!! ລາວບໍ່ພົບຜູ້ຕິດເຊື້ອໂຄວິດ 53 ມື້ຕິດຕໍ່ກັນ ຍັງພຽງ 1 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍ

ເປັນມື້ທີ 53 ຕິດຕໍກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ໃນວັນທີ 3 ມິຖຸນາຜ່ານມາໄດ້ມີການກວດຫາເຊື້ອ 72 ຄົນລ້ວນເປັນຜົນລົບ ເຮັດໃຫ້ຕົວເລກຜູ້ປ່ວຍສະສົມມີພຽງ 19 ຄົນ ຕອນນີ້ໄດ້ອອກໂຮງໝໍແລ້ວ 18 ກໍລະນີ, ຍັງພຽງໜຶ່ງດຽວທີ່ນອນປິ່ນປົວຢູ່ໂຮງໝໍ. ໃນວັນທີ 4 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ສື່ມວນຊົນເຂົ້າຮ່ວມ. ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ສະພາບການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດເວລາ 17:00 ໂມງຂອງວັນທີ 3 ມິຖຸນາ 2020 ມີຜູ້ເຂົ້າມາທັງໝົດ 2.108 ຄົນ ຜ່ານດ່ານລາວ-ໄທ ...

Read More »

ຊົມເຊີຍ!! ກອງທັບປະຊາຊົນ ສປ. ຈີນ ນໍາເຄື່ອງຊ່ວຍລາວຕ້ານໂຄວິດເປັນຊຸດທີ 2…

ການລະບາດຂອງພະຍາດໂຄວິດ-19 ເປັນເຫດການສຸກເສີນທີ່ເກີດຂຶ້ນທົ່ວໂລກ ແລະ ສປ ຈີນ ເປັນປະເທດທີ່ປະສົບບັນຫາກ່ອນໝູ່ ທັ້ງມີການສູນເສຍຊີວິດເປັນຈຳນວນຫຼາຍ ແຕ່ດ້ວຍມິດຕະພາບ ແລະການຮ່ວມມືຖານປະເທດເພື່ອນມິດຍຸດທະສາດ ສປ ຈີນໄດ້ເດີນໜ້າຊ່ວຍເຫຼືອລາວເຮົາຢ່າງຕໍເນື່ອງ ນອກຈາກການສົ່ງຜູ້ຊ່ຽວຊານມາແລ້ວຍັງສົ່ງວັດຖຸອຸປະກອນມາຊ່ວຍເສີມອີກໜຶ່ງແຮງ ເວົ້າສະເພາະກອງທັບປະຊາຊົນຈີນແມ່ນເປັນຄັ້ງທີສອງແລ້ວ. ຫຼ້າສຸດເຊົ້າວັນທີ 2 ມິຖຸນາ 2020, ຄະນະນໍາກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຊ່ວຍເຫຼືອດ້ານອຸປະກອນການແພດຕອບໂຕ້ພະຍາດໂຄວິດ-19 ຈາກກອງທັບປົດປ່ອຍປະຊາຊາຊົນຈີນ ກະຊວງປ້ອງກັນປະເທດ ສປ ຈີນ ຢູ່ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ຕາງໜ້າຄະນະສະເພາະກິດກະຊວງປ້ອງກັນປະເທດລາວຮັບເຄື່ອງໂດຍ ສະຫາຍ ບົວສິງ ອິນທະວົງ ຫົວຫນ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ແລະຕາງໜ້າມອບໂດຍສະຫາຍ ເສີນ ຢົງຈິ່ງ ທີ່ປຶກສາປ້ອງກັນຊາດ ແຫ່ງສະຖານທູດຈີນປະຈໍາລາວ, ມີສະຫາຍ ວົງຄໍາ ພົມມະກອນ ຫົວຫນ້າກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ. ການຊ່ວຍເຫຼືອຄັ້ງນີ້ເປັນຄັ້ງທີ 2 ຂອງກອງທັບປົດປ່ອຍປະຊາຊົນຈີນເຊິ່ງປະກອບມີ ອຸປະກອນປ້ອງກັນຕົວທາງການແພດ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກສະພາບຮ່າງກາຍຄົນເຈັບ ແລະອື່ນໆ. ໂອກາດນີ້, ທ່ານ ວົງຄໍາ ພົມມະກອນ ໄດ້ຕາງໜ້າກອງທັບປະຊາຊົນລາວ ສະແດງຄວາມຂອບອົກຂອບໃຈມາຍັງກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອີກຄັ້ງໜຶ່ງ ເຊິ່ງເປັນການສະໜັບສະໜູນທີ່ເຂັ້ມແຂງໃຫ້ແກ່ຝ່າຍລາວໃນການຕ້ານກັບພະຍາດໂຄວິດ-19 ແລະໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບຖານສະຫາຍກໍ່ຄືອ້າຍນ້ອງທີ່ສະໜິດແໜ້ນລະຫວ່າງສອງກອງທັບລາວ-ຈີນ. ...

Read More »

ຄະນະສະເພາະກິດ!!! ຈະໂຈະການຖ່າຍທອດສົດຖະແຫຼງຂ່າວ COVID-19 ນັບແຕ່ມື້ອື່ນເປັນຕົ້ນໄປ

ວັນທີ 3 ມິຖຸນາ 2020 ນີ້ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດຄວບຄຸມ COVID-19 ແຈ້ງໃຫ້ຊາບວ່າ ການຖ່າຍທອດສົດ ການຖະແຫຼງຂ່າວປະຈຳວັນຄວບຄຸມ COVID-19 ຈະໄດ້ໂຈະໄວ້ກ່ອນ ຖ້າມີສະຖານະການໃໝ່ຮີບດ່ວນ ຈຶ່ງຈະກັບມາຖ່າຍທອດສົດຄືນໃໝ່. ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ ສາມາດຕິດຕາມໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ. ດ້ານສະພາບການລະບາດ COVID-19 ຢູ່ປະເທດເຮົາ ແລະ ປະເທດທີ່ມີຊາຍແດນຕິດຈອດກັບປະເທດລາວ ແມ່ນຜ່ອນຄາຍລົງຫຼາຍແລ້ວ. ສະເພາະຢູ່ ສປປ ລາວ 52 ມື້ແລ້ວ ບໍ່ມີຜູ້ຕິດເຊື້ອໃໝ່, ຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ປິ່ນປົວດີ 18 ຄົນແລ້ວ ແລະ ຍັງເຫຼືອພຽງ 1 ຄົນ ທີ່ຍັງຕິດຕາມຢູ່ໂຮງໝໍ.

Read More »

ຂ່າວດີ!!! ຜູ້ຕິດເຊື້ອໂຄວິດ-19 ລາວ ປິ່ນປົວດີອີກ 2 ຄົນ…

ຂ່າວດີ !! ວັນທີ 3 ມິຖຸນານີ້ ມີຜູ້ປິ່ນປົວດີເພີ່ມ 2 ຄົນ ເບີ 10 ເພດຍິງ ອາຍຸ 21 ປີ ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນເຂົ້າຮັບການປິ່ນປົວວັນທີ 31 ເດືອນ ມີນາ ໃຊ້ເວລາ ປິ່ນປົວ 64 ວັນ ເບີ 17 ເພດຍິງ ອາຍຸ 32 ປີ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຂົ້າຮັບການປິ່ນປົວວັນທີ 11 ເມສາ ໃຊ້ເວລາປິ່ນປົວ 54 ວັນ

Read More »

 ລັດຖະບານກຽມຊື້ອຸຸປະກອນຈຳເປັນໃນການຕ້ານພະຍາດໂຄວິດ-19 ໃນງົບປະມານ 33 ຕື້ກວ່າກີບ !!!

ລັດຖະບານກຽມຈັດຊື້ເຄື່ອງມືດ້ານການແພດຈໍານວນໜຶ່ງຍັງຂາດເຂີນ ແລະ ມີຄວາມຕ້ອງການຈໍາເປັນຮີບດ່ວນ ໂດຍຄາດວ່າຈະນຳໃຊ້ເງິນບ້ວງປະກອນສ່ວນຂອງສັງຄົມ 9,54 ຕື້ກີບ ແລະ ສະເໜີນຳໃຊ້ເງິນບ້ວງງົບປະມານຂອງລັດ 23,98 ຕື້ກີບ. ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພາລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 1 ມິຖຸນາ 2020 ຜ່ານມາວ່າ: ອີງຕາມການຄົ້ນຄວ້າດ້ານວິຊາການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ເຫັນວ່າ ເຄື່ອງມືດ້ານການແພດຈໍານວນໜຶ່ງຍັງຂາດເຂີນ ແລະ ມີຄວາມຕ້ອງການຈໍາເປັນຮີບດ່ວນເຊັ່ນ: ອຸປະກອນການແພດ, ເຄື່ອງມືປ້ອງກັນການຕິດເຊື້ອ, ພາຫະນະຮັບ-ສົ່ງຄົນເຈັບ ແລະ ຢາປົວພະຍາດ ຊຶ່ງຈະຕ້ອງຈັດຊື້ຢ່າງຮີບດ່ວນດັ່ງນີ້: ເງິນບ້ວງປະກອບສ່ວນຈາກຂອງສັງຄົມ ຄາດຄະເນນຳໃຊ້ທັງໝົດ 9,54 ຕື້ກີບ ( ປັດຈຸບັນກໍາລັງດຳເນີນການປະມູນ ຈັດຊື້-ຈັດຈ້າງ ) ປະກອບມີເຄື່ອງຕິດຕາມອາການຄົນເຈັບ ຈຳນວນ 23 ເຄື່ອງ ເພື່ອປະກອບໃຫ້ໂຮງໝໍສູນກາງ, ເຄື່ອງຊ່ວຍຫາຍໃຈ 14 ເຄື່ອງ ເພື່ອປະກອບໃຫ້ໂຮງໝໍສູນກາງ 7 ເຄື່ອງ ແລະ ...

Read More »

ຊົມເຊີຍ!!!! ເຈົ້າໜ້າທີ່ລາວ ຈັບຄົນຂາຍເລກເຖື່ອນໄດ້ຈໍານວນຫຼາຍ

ວິທະຍຸກະຈາຍສຽງ ສະຫວັນນະເຂດໄດ້ລາຍງານວ່າ: ປັດຈຸບັນ ມີກຸ່ມຄົນຈໍານວນໜຶ່ງຢູ່ພາຍໃນແຂວງ ກໍຄືທ້ອງຖີ່ນພາກັນລັກລອບເຄື່ອນໄຫວຂາຍເລກເປັນຂະບວນການ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ເອີ້ນວ່າ “ເລກເຖື່ອນ” ເພື່ອໃຫ້ຄົນຊ່ຽງໂຊກເຊີ່ງເປັນລັກສະນະການພະນັນອີກຮູບການໜຶ່ງເປັນຕົ້ນ ເລກລາວ, ເລກຫວຽດ, ເລກໄທ. ແຕ່ອໍານາດການປົກຄອງ ການຈັດຕັ້ງຂັ້ນບ້ານ ໄດ້ເບີ່ງຂ້າມບໍ່ມີການແກ້ໄຂເຮັດໃຫ້ຫາງສຽງໄປໃນທາງທີ່ບໍ່ດີວ່າ ອໍານາດການປົກຄອງເມືອງ ແລະ ບ້ານ ບໍ່ມີການກວດກາຄືປ່ອຍປະລະເຫຼີງ, ຕໍ່ກັບບັນຫານີ້ທາງຫ້ອງຕໍາຫຼວດ ປກສ ແຂວງ ສະຫວັນນະເຂດ ພະແນກຕໍາຫຼວດເສດຖະກິດ ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການແກ້ໄຂ. ຫຼ້າສຸດໃນຫຼາຍເດືອນພຶດສະພາ ທີ່ຜ່ານມາ, ວັນທີ 26 ພືດສະພາ 2020 ຫ້ອງຕໍາຫຼວດ ປກສ ແຂວງ, ພະແນກຕໍາຫຼວດເສດຖະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ສຶກສາອົບຮົບຜູ້ຂາຍຫວຍ-ເລກເຖື່ອນ ເພື່ອບໍ່ໃຫ້ມີການກະທໍາຜິດອີກ. ເຊີ່ງການກະທໍາຜິດດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ກົດໝາຍອາຍາແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ໃນໝວດທີ 2 ການກະທໍາຜິດກ່ຽວກັບຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕາມມາດຕາ 141 ການຫຼິ້ນການພະນັນທີ່ຕ້ອງຫ້າມໄດ້ລະບຸໄວ້ວ່າ: ບຸກຄົນໃດຫາກມີການຫຼິ້ນການພະນັນທີ່ຕ້ອງຫ້າມຈະຖືກປັບໄໝແຕ່ 5.000.000 ກີບ ຫາ 10.000.000 ກີບ. ບຸກຄົນໃດຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫຼືເປັນເຈົ້າມື ຫຼືເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບຈະຖືກລົງໂທດຕັດອິດສະຫຼະພາບແຕ່ ...

Read More »

ຄຳແນະນຳ ການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະນີ້!!!!

ກະຊວງການຕ່າງປະເທດ ອອກຄຳແນະນຳ ເລກທີ 00001444/ຕປທ,ສພທ, ນະຄອນຫຼວງວຽງຈັນ, ວັນທີ 1 ມິຖຸນາ 2020 ສຳລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເຊິ່ງພາຍໃນຄໍາແນະນໍາດັ່ງກ່າວລ້ວນກໍານົດໄວ້ລະອຽດທັງຂະບວນການເດີນທາງເຂົ້າ ຫຼື ອອກ ປະເທດລາວ ແຕ່ແອັດມິນຈະຍົກຂຶ້ນມາຂຽນໃຫ້ທຸກທ່ານໄດ້ສຶກສານໍາກັນພຽງ ຂໍ້ກໍານົດໃນການເດີນທາງເຂົ້າ ສປປ ລາວ ກ່ອນ. ອີງຕາມຄໍາແນະນໍາ ເລກທີ 00001414/ຕປທ,ສພທ, ນະຄອນຫຼວງວຽງຈັນ, ລົງວັນທີ 1 ມິຖຸນາ 2020 ໄດ້ກໍານົດລະອຽດການເດີນທາງເຂົ້າ ສປປ ລາວ ດັ່ງລຸ່ມນີ້: 1 ກ່ອນຈະເດີນທາງເຂົ້າ ສປປ ລາວ ແລະ ຂັ້ນຕອນການສະເໜີຂໍອະນຸຍາດເຂົ້າຄື: ກະຊວງ ແລະ ອົງການທຽບເທົ່າທີ່ມີຄວາມຈຳເປັນອັນຮີບດ່ວນຮັບເອົາຊ່ຽວຊານ ແລະ ນັກສຶກສາຕ່າງປະເທດ ໃຫ້ສະເໝີເປັນລາຍລັກອັກສອນ ມາຍັງຫົວໜ້າກອງເລຂາຄະນະສະເພາະກິດຂັ້ນສູນກາງ ( ສະຖານທີ່ປະຈໍາການ ກະຊວງສາທາລະນະສຸກ ). ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຄວາມຈໍາເປັນຈະເອົານັກລົງທຶນ ແລະ ນັກທຸລະກິດເຂົ້າ ...

Read More »