ລັດເຊຍ ມອບອຸປະກອນກວດເຊື້ອໂຄວິດ-19 ຈຳນວນ 1.000 ຊຸດ ໃຫ້ ສປປ ລາວ

ວັນທີ 26 ພຶດສະພາ 2020 ທີ່ ກະຊວງສາທາລະນະສຸກ, ສະຫະພັນລັດເຊຍ ມອບລະບົບກວດເຊື້ອພະຍາດ 1.000 ຊຸດ, ສານທີ່ໃຊ້ເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະ ໜ້າກາກອະນາໄມໃຫ້ແກ່ ສປປ ລາວ ເພື່ອຊ່ວຍເຫຼືອວຽກງານຄວບຄຸມພະຍາດ ໂຄວິດ-19. ມອບ-ຮັບເຄື່ອງຊ່ວຍເຫຼືອ ກ່າວຮັບໂດຍ ທ່ານ ຮສ. ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ແລະ ມອບໂດຍ ທ່ານ Vladimir A. Kalinin ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈຳ ສປປ ລາວ.

ເຄື່ອງດັ່ງກ່າວ ແມ່ນພັດທະນາໂດຍສູນຄົ້ນຄວ້າວິໄຈຊີວະວິທະຍາ ເວັກເຕີ, ສານທີ່ໃຊ້ເພື່ອກວດຫາເຊື້ອພະຍາດໂຄວິດ-19, ເຊິ່ງປະຊາຊົນລາວ ສາມາດເຂົ້າເຖິງການປິ່ນປົວ ແລະ ກວດຊອກຫາເຊື້ອພະຍາດດັ່ງກ່າວ.

ຂ່າວ: ວຽງຈັນທາຍ

Comments