ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານ ໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ

ກອງປະຊຸມລັດຖະບານ ທີ່ຈັດຂຶ້ນໃນລະຫວ່າງວັນທີ 21-22 ພຶດສະພາ 2020 ໄດ້ມີທິດຊີ້ນໍາ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ ຕາມຄວາມສາມາດຂອງຄັງປະກັນສັງຄົມ ແລະ ວົງເງິນປະກັນຕົນຂອງຜູ້ອອກແຮງງານ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍປະກັນສັງຄົມ.

ທິດຊີ້ນໍາ ດັ່ງກ່າວແມ່ນພາຍຫຼັງທີ່ກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ອອກແຮງງານລາວ ທັງນອກ ແລະ ໃນລະບົບ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19 ທີ່ສະເໜີໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງໃນບົດລາຍງານດັ່ງກ່າວ ໄດ້ແຈ້ງໃຫ້ຊາບກ່ຽວກັບການຊ່ວຍເຫຼືອຜູ້ອອກແຮງງານລາວທີ່ກັບມາຈາກຕ່າງປະເທດ, ແຮງງານທີ່ຢູ່ພາຍໃນປະເທດ ແລະ ນະໂຍບາຍໃນການຊ່ວຍເຫຼືອແຮງງານໃນໄລຍະຜ່ານມາ, ພ້ອມທັງໄດ້ສະເໜີທິດທາງໃນການຄຸ້ມຄອງ ແລະ ນໍາໃຊ້ແຮງງານໃນຕໍ່ໜ້າ.

ພ້ອມກັນນີ້ ກອງປະຊຸມລັດຖະບານ ກໍໄດ້ຊີ້ນໍາໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເກັບກຳສະຖິຕິ ແລະ ການຂຶ້ນທະບຽນແຮງງານໃຫ້ລະອຽດ ແລະ ໃຫ້ສຳເລັດໂດຍໄວ, ຫຼັງຈາກນັ້ນ ສົມທົບກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ຜູ້ປະກອບການ ກ່ຽວກັບແຜນການນໍາໃຊ້ແຮງງານດັ່ງກ່າວ ພ້ອມທັງສົມທົບກັບພາກສ່ວນ ກ່ຽວຂ້ອງ ຄົ້ນຄວ້າແຜນການສ້າງ ແລະ ເຝິກສີມືແຮງງານ ໃຫ້ມີຄຸນນະພາບ ແລະ ຕາມຄວາມຕ້ອງການຕົວຈິງຂອງຕະຫຼາດແຮງງານ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Comments