ຍິນດີນຳທ່ານ ບຸນເຫຼືອ ພັນດານຸວົງ ຖືກແຕ່ງຕັ້ງເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່

ໃນຕອນເຊົ້າ ຂອງວັນທີ 26 ພຶດສະພາ 2020, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດ ການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຄົນໃໝ່ ແລະ ການມອບ-ຮັບໜ້າທີ່ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະ ມົນຕີ ກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມຜູ້ຕາງໜ້າ ແລະ ພະນັກງານຫລັກແຫລ່ງຂອງກະຊວງການຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີກ່າວ, ທ່ານ ຕິ່ງ ສຸກສັນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະ ນັກງານ ກະຊວງການຕ່າງປະເທດ, ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 234/ນຍ, ລົງວັນທີ 13 ພຶດສະພາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າກົມກົງສຸນ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່.

ໃນໂອກາດດຽວກັນນີ້, ກໍໄດ້ມີພິທີມອບ-ຮັບໜ້າທີ່ ຫົວໜ້າສະຖາບັນການຕ່າງປະເທດຄົນໃໝ່ລະຫວ່າງ ທ່ານ ຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ທ່ານ ໄມ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ໃໝ່.

ໃນພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ໃໝ່ໃນຄັ້ງນີ້, ທ່ານ ສະເຫຼືມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຍົກໃຫ້ເຫັນຜົນງານ ແລະ ຄຸນສົມບັດອັນພົ້ນເດັ່ນ ຂອງ ທ່ານ ບຸນເຫລືອ ພັນດານຸວົງ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານຊີ້ນຳ-ນຳພາວຽກງານ ຂອງ ກະຊວງການຕ່າງປະເທດ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ຈຶ່ງໄດ້ຮັບການແຕ່ງຕັ້ງເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອຮັບຜິດຊອບພາລະໜ້າທີ່ສູງຂຶ້ນ, ຊຶ່ງການໄດ້ຮັບໜ້າທີ່ດັ່ງກ່າວ ແມ່ນການໄດ້ຮັບຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນຂອງຄະນະພັກ-ຄະນະນຳກະຊວງ ກໍຄື ພະນັກງານ-ລັດຖະ ກອນກະຊວງການຕ່າງປະເທດ ແລະ ໄດ້ສະແດງໃຫ້ເຫັນຄວາມເຕີບໃຫຍ່ຂະຫຍາຍຕົວຂອງກະຊວງການຕ່າງປະເທດ.

ຂ່າວ:ສຸກສະຫວັດ

ທີ່ມາ: ຂ່າວສານປະເທດລາວ

Comments